ສຶກສາພຶດຕິກຳການເປີດຮັບສື່ບັນເທີງເກົາຫຼີ ແລະ ການບໍລິໂພກ ອາຫານເກົາຫຼີ ທີ່ມີຜົນຕໍ່ການຮັບຮູ້ອາຫານເກົາຫຼີ ແລະ ການຕັດສິນໃຈຊື້ ອາຫານເກົາຫຼີຂອງກຸ່ມ GEN Z ໃນນະຄອນຫຼວງວຽງຈັນ Study The Exposure Behavior of Korean Entertainment Media and Consumption of Korean Food Th

ສຶກສາພຶດຕິກຳການເປີດຮັບສື່ບັນເທີງເກົາຫຼີ ແລະ ການບໍລິໂພກ ອາຫານເກົາຫຼີ ທີ່ມີຜົນຕໍ່ການຮັບຮູ້ອາຫານເກົາຫຼີ ແລະ ການຕັດສິນໃຈຊື້ ອາຫານເກົາຫຼີຂອງກຸ່ມ GEN Z ໃນນະຄອນຫຼວງວຽງຈັນ
Study The Exposure Behavior of Korean Entertainment Media and Consumption of Korean Food That Affect on The Korean Food Perception and Purchasing Decision of Generation Z in Vientaine Capital
ນາງ ລໍາສະໄໝ ພັນທະວົງ

ນາງ ເກມ ແຫວນເພັດ

ບົດຄັດຫຍໍ້
ໃນການສຶກສາຄັ້ງນີ້ແມ່ນໄດ້ສຶກສາກ່ຽວກັບ “ສຶກສາພຶດຕິກຳການເປີດຮັບສື່ບັນເທີງເກົາຫຼີ ແລະ ການບໍລິໂພກອາຫານເກົາຫຼີ ທີ່ມີຜົນຕໍ່ການຮັບຮູ້ອາຫານເກົາຫຼີ ແລະ ການຕັດສິນໃຈຊື້ ອາຫານເກົາຫຼີຂອງກຸ່ມ GEN Z ໃນນະຄອນຫຼວງວຽງຈັນ” ໂດຍມີຈຸດປະສົງ ໃນການສຶກສາ ຄົ້ນຄວ້າຄື: 1) ເພື່ອສຶກສາພຶດຕິກຳການເປີດຮັບສື່ບັນເທີງເກົາຫຼີ ແລະ ການບໍລິໂພກອາຫານເກົາຫຼີ ຂອງກຸ່ມ GEN Z ໃນນະຄອນຫຼວງວຽງຈັນ, 2) ເພື່ອສຶກສາລະດັບຄວາມຄິດເຫັນຕໍ່ກັບການຮັບຮູ້ ອາຫານເກົາຫຼີ ແລະ ຂະບວນການຕັດສິນໃຈຊື້ອາຫານເກົາຫຼີ ຂອງກຸ່ມ GEN Z ໃນນະຄອນຫຼວງ ວຽງຈັນ. ໂດຍນໍາໃຊ້ແບບສອບຖາມອອນລາຍ (Google form) ເປັນເຄື່ອງມືໃນການເກັບກຳຂໍ້ມູນ, ກຸ່ມຕົວຢ່າງແມ່ນ ກຸ່ມ GEN Z ໃນນະຄອນຫຼວງວຽງຈັນທີ່ມີພຶດຕິກຳການເປີດຮັບສື່ບັນເທີງເກົາຫຼີ ແລະ ມີການບໍລິໂພກອາຫານເກົາຫຼີ ທັງໝົດ ຈໍານວນ 385 ຄົນ, ຮູບແບບການຄົ້ນຄວ້າແມ່ນແບບ ປະລິມານ, ວິເຄາະຂໍ້ມູນໂດຍນໍາໃຊ້ໂປຣແກຣມ IBM SPSS Version 23 ເພື່ອຊອກຫາຄວາມຖີ່ (Frequency), ຄ່າສ່ວນຮ້ອຍ (percentage), ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard Deviation: SD).
ຜົນການສຶກສາເຫັນວ່າ: ກຸ່ມ GEN Z ໃນນະຄອນຫຼວງວຽງຈັນທີ່ຕອບແບບສອບຖາມ ສ່ວນ ຫຼາຍແມ່ນເພດຍິງ, ມີອາຍຸລະຫວ່າງ 19-23 ປີ, ລະດັບການສຶກສາຢູ່ຊັ້ນປະລິນຍາຕີ, ມີອາຊີບ ເປັນ ນັກຮຽນ/ນັກສຶກສາ, ລາຍໄດ້ສະເລ່ຍຕໍ່ເດືອນ ຕໍ່າກວ່າ 2,000,000; ຮູບແບບສື່ບັນເທີງເກົາຫຼີທີ່ນິຍົມ ເປີດຮັບທີ່ສຸດແມ່ນສື່ K-Pop (Idol, ສິນລະປິນ-ນັກຮ້ອງ, ເພງເກົາຫຼີ), ສາເຫດທີ່ນິຍົມເປີດຮັບສື່ ບັນເທີງເກົາຫຼີຍ້ອນ ຄວາມມ່ວນຊື່ນ, ຜ່ອນຄາຍ, ຊ່ວງເວລາທີ່ໃຊ້ເປີດຮັບສື່ບັນເທີງເກົາຫຼີຫຼາຍທີ່ສຸດ ແມ່ນ 19:00-23:59 ໂມງ, ສ່ວນໃຫຍ່ເປີດຮັບສື່ບັນເທີງເກົາຫຼີ ຢ່າງໜ້ອຍມື້ລະ 1 ຄັ້ງ, ຊ່ອງທາງທີ່ໃຊ້ ເປີດຮັບສື່ບັນເທີງເກົາຫຼີຫຼາຍທີ່ສຸດແມ່ນ ສື່ Social Media (Facebook, IG, TikTok, X.....). ສ່ວນຫຼາຍນິຍົມເປີດຮັບສື່ບັນເທີງເກົາຫຼີ ຄົນດຽວ; ອາຫານເກົາຫຼີທີ່ນິຍົມບໍລິໂພກຫຼາຍທີ່ສຸດແມ່ນ ຕັອກປົກກີ, ສ່ວນຫຼາຍບໍລິໂພກອາຫານເກົາຫຼີໂດຍການຊື້ອາຫານປຸງແຕ່ງສໍາເລັດພ້ອມກິນ, ນິຍົມ ບໍລິໂພກອາຫານເກົາຊ່ວງເວລາ 19:00-23:59 ໂມງ, ຄວາມຖີ່ໃນການບໍລິໂພກອາຫານເກົາຫຼີຫຼາຍ ກວ່າເດືອນລະ 1 ຄັ້ງ, ນິຍົມບໍລິໂພກອາຫານເກົາຫຼີ ຄົນດຽວ, ຜູ້ທີ່ມີສ່ວນຮ່ວມໃນການຕັດສິນໃຈ ເລືອກຊື້ອາຫານເກົາຫຼີແມ່ນ ຕັດສິນໃຈດ້ວຍຕົນເອງ, ຊ່ອງທາງການຊື້ອາຫານເກົາຫຼີແມ່ນ ຮ້ານ ສະດວກຊື້, ຮ້ານຄ້າສົ່ງ-ຄ້າຍ່ອຍຕ່າງໆ ແລະ ໃຊ້ງົບປະມານໃນການຊື້ອາຫານເກົາຫຼີຕໍ່ 1 ຄັ້ງ ແມ່ນ 100.000 – 199.000 ກີບ; ຜູ້ຕອບແບບສອບຖາມສ່ວນຫຼາຍຮູ້ຈັກໜ້າຕາອາຫານເກົາຫຼີໂດຍການ ພົບເຫັນຜ່ານສື່ບັນເທີງເກົາຫຼີ ເຫັນດີຫຼາຍເປັນອັນດັບທໍາອິດ ມີຄ່າສະເລ່ຍເທົ່າກັບ (X=4.07); ມີ ຄວາມຕ້ອງການຊື້ອາຫານເກົາຫຼີທີ່ປາກົດໃນສື່ບັນເທີງເກົາຫຼີ ເຊັ່ນ: ໝີ່ເກົາຫຼີ (ຣາມຍອນ), ເຂົ້າຍາ ເກົາຫຼີ (ບິບິມບັບ), ຊີ້ນດາດເກົາຫຼີ... ເຫັນດີຫຼາຍເປັນອັນດັບທໍາອິດ ມີຄ່າສະເລ່ຍເທົ່າກັບ (X=4.18).

Download

Search

Main Menu