ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຮ້ານ ມິນິມາກ (P-Mart) ສາຂາ ເກົ້າຍອດ
The Study of Behavior and Satisfaction of Customers that Come to use the Services of Minimart (P-Mart) Kaoyort Village
ທ້າວ ພົງສະກອນ ອິນທະວົງ
ທ້າວ ທະວີສັກ ປັດທຳມະວົງ
ບົດຄັດຫຍໍ້
ການຂຽນບົດໂຄງການຈົບຊັ້ນໃນຄັ້ງນີ້ພວກນ້ອງສຶກສາຄົ້ນຄວ້າຫົວຂໍ້: ພຶດຕິກຳ ແລະຄວາມ ເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ຮ້ານມິນິມາກ (P-Mart) ສາຂາບ້ານເກົ້າຍອດ, ເມືອງສີ ສັດຕະນາກ, ນະຄອນຫຼວງວຽງຈັນ ເຊິ່ງຈະໄດ້ສຶກສາຢູ່ 2 ຈຸດປະສົງຄື: ພຶດຕິກຳຂອງລູກຄ້າທີ່ມາໃຊ້ ບໍລິການ ແລະ ລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຮ້ານມິນິມາກ (P-Mart) ສາຂາ ບ້ານເກົ້າຍອດ. ຊຶ່ງໄດ້ເກັບກຳຂໍ້ມູນຈາກ 2 ແຫຼ່ງຄື: ຂໍ້ມູນແບບປະຖົມພູມ ແລະ ຂໍ້ມູນທຸຕິຍະພູມ ເຊິ່ງໄດ້ຄົ້ນຄວ້າປະຊາກອນ ແລະ ກຸ່ມຕົວຢ່າງໂດຍໃຊ້ເຄື່ອງມືໃນການຮວບຮວມຂໍ້ມູນໃນການຢາຍ ແບບສອບຖາມ 250 ສະບັບແບບປາຍປິດ ແລະ ພ້ອມທັງສົ່ງລິ້ງໃຫ້ລູກຄ້າຂອງຮ້ານມິນິມາກ (P- Mart) ຜ່ານ Google Form ເພື່ອໃຫ້ຜູ້ມາໃຊ້ບໍລິການໄດ້ຕອບຄໍາຖາມ. ໂດຍໃຊ້ໃນການວິເຄາະຂໍ້ ມູນໂດຍນໍາໃຊ້ໂປຣແກຣມ SPSS.
ຜົນການສຶກສາຂອງຂໍ້ມູນທົ່ວໄປຂອງລູກຄ້າທີ່ມາໃຊ້ບໍລິການຮ້ານມິນິມາກ (P-Mart) ສາຂາບ້ານເກົ້າຍອດ ພົບເຫັນວ່າສ່ວນໃຫຍ່ແມ່ນ ເພດຍິງ, ອາຍຸ 20 ປີລົງມາ, ສະຖານະໂສດ, ອາຊີບເປັນນັກສຶກສາ, ມີລາຍໄດ້ລະຫວ່າງ 1,300,000 ກີບລົງມາ ແລະ ລະດັບການສຶກສາໃນ ລະດັບປະລິນຍາຕີ. ຈໍານວນຄັ້ງທີ່ເຂົ້າມາໃຊ້ບໍລິການແມ່ນ 2 ຫາ 3 ຄັ້ງ, ຊ່ວງເວລາທີ່ລູກຄ້າເຂົ້າ ມາໃຊ້ບໍລິການແມ່ນ 10:01-12:00 ໂມງ, ຄ່າໃຊ້ຈ່າຍຕໍ່ຄັ້ງທີ່ມາໃຊ້ບໍລິການແມ່ນ 51,000- 150,000 ກີບ, ສາເຫດທີ່ເຂົ້າມາໃຊ້ບໍລິການແມ່ນ ລາຄາຖືກ, ສ່ວນໃຫຍ່ບຸກຄົນທີ່ເຂົ້າມາໃຊ້ ບໍລິການ ແມ່ນ ມາກັບໝູ່ເພື່ອນ, ສິນຄ້າທີ່ເລືອກຊື້ປະຈໍາແມ່ນ ເຄື່ອງດື່ມ, ການຊຳລະເງິນຄ່າສິນຄ້າ ແລະ ບໍລິການແມ່ນ ເງິນສົດ, ໃນອານາຄົດແມ່ນ ກັບມາໃຊ້ບໍລິການອີກ.
ຜົນການສຶກສາລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຮ້ານມິນິມາກ (P-Mart) ສາຂາເກົ້າຍອດ ໂດຍລວມແລ້ວລະດັບແຕ່ຫຼາຍຫາໜ້ອຍ 7 ດ້ານເຫັນໄດ້ວ່າ: ອັນດັບທີ 01: ປັດ ໄຈດ້ານຜະລິດຕະພັນ, ອັນດັບທີ 02: ປັດໄຈດ້ານຊ່ອງທາງການຈັດຈໍາໜ່າຍ, ອັນດັບທີ 03: ປັດໄຈ ດ້ານລາຄາ, ອັນດັບທີ່ 04: ປັດໄຈດ້ານບຸກຄະລາກອນ, ອັນດັບທີ 05: ປັດໄຈດ້ານຂະບວນການໃຫ້ ບໍລິການ, ອັນດັບທີ 06: ປັດໄຈດ້ານສະພາບແວດລ້ອມທາງກາຍະພາບ, ອັນດັບທີ 07: ປັດໄຈດ້ານ ການສົ່ງເສີມການຕະຫຼາດ.
Download