ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ຕັດສິນໃຈໃຊ້ ບໍລິການຮ້ານລ້າງລົດ TP ຄາແຄຣ໌ Studying customer behavior and satisfaction influencing the choice of TP Car Care Wash Shop Services

ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ຕັດສິນໃຈໃຊ້ ບໍລິການຮ້ານລ້າງລົດ TP ຄາແຄຣ໌
Studying customer behavior and satisfaction influencing the choice of TP Car Care Wash Shop Services
ທ້າວ ຄູນທະວີ ຊຸມມະນີວົງ
ທ້າວ ບຸນປະເສີດ ສຸດທິວົງ
ບົດຄັດຫຍໍ້
ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ຕັດສິນໃຈໃຊ້ບໍລິການຮ້ານລ້າງລົດ TP ຄາແຄຣ໌”, ມີຈຸດປະສົງຄື: ສຶກສາພຶດຕິກຳຂອງລູກຄ້າທີ່ຕັດສິນໃຈໃຊ້ບໍລິການຮ້ານລ້າງລົດ TP ຄາ ແຄຣ໌, ສຶກສາລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ຕັດສິນໃຈໃຊ້ບໍລິການຮ້ານລ້າງລົດ TP ຄາແຄຣ໌. ໂດຍໃຊ້ແບບສອບຖາມໃນການເກັບກຳຂໍ້ມູນຈໍານວນປະຊາກອນ 385 ຄົນ, ວິເຄາະຜົນດ້ວຍໂປຣ ແກຣມສໍາເລັດຮູບ SPSS, ສະຖິຕິທີ່ໃຊ້ໄດ້ແກ່: ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜົນປ່ຽນ ມາດຕະຖານ. ຜົນການສຶກສາຂໍ້ມູນສ່ວນບຸກຄົນເຫັນວ່າ: ລູກຄ້າສ່ວນຫລາຍທີ່ມາໃຊ້ບໍລິການຮ້ານລ້າງລົດ TP ຄາແຄຣ໌ ສ່ວນຫຼາຍແມ່ນເພດຊາຍ, ມີອາຍຸລະຫວ່າງ 21 ຫາ 30 ປີ, ມີອາຊີບເປັນນັກທຸລະກິດ, ມີ ລາຍຮັບ 2,000,001 ກີບ ຫາ 2,500,000 ກີບຕໍ່ເດືອນເປັນ. ລູກຄ້າສ່ວນຫລາຍທີ່ມາໃຊ້ບໍລິການຮ້ານລ້າງລົດ TP ຄາແຄຣ໌ ມີພຶດຕິກຳເລື່ອກໃຊ້ບໍລິການ ຍ້ອນທາງຮ້ານມີຫລາກຫລາຍບໍລິການໃຫ້ເລືອກໃຊ້, ຊ່ວງເວລາທີ່ລູກຄ້າມາໃຊ້ບໍລິການແມ່ນ 15:01' - 17:00' ໂມງ, ໄລຍະທີ່ລູກຄ້າມາໃຊ້ບໍລິການແມ່ນວັນເສົາຫາວັນອາທິດ, ມາໃຊ້ບໍລິການ 4 ຫາ 6 ຄັ້ງຕໍ່ເຄື່ອນ, ຮູ້ຈັກຮ້ານ TP ຄາແຄຣ໌ ດ້ວຍຕົນເອງ ແລະ ມີຈຸດປະສົງເລືອກໃຊ້ບໍລິການປະ ເພດລ້າງແອ, ອົບໂອໂຊນພົນຂ້າເຊື້ອ, ຂັດສີຮອຍຂົນແປວ. ລະດັບຄວາມເພິ່ງພໍໃຈຂອງລູກຄ້າລູກທີ່ມາໃຊ້ບໍລິການຮ້ານລ້າງລົດ TP ຄາແຄຣ໌ ໂດຍລວມ ແມ່ນຢູ່ໃນລະດັບຫຼາຍທີ່ສຸດມີຄ່າສະເລ່ຍ (X = 4.31) (X = 4.54), ເມື່ອພິຈາລະນາແຕ່ລະດັບ ຊ່ອງທາງການຈັດຈຳໜ່າຍແມ່ນຄ່າສະເລ່ຍ (X = 4.54), ຮອງລົງມາແມ່ນດ້ານລາຄາ (Price) ມີ ຄ່າສະເລ່ຍ (X = 4.47) ຮອງລົງມາແມ່ນດ້ານຂະບວນການໃຫ້ບໍລິການ (Process) ມີຄ່າສະເລ່ຍ (X = 4.27) ຮອງລົງມາແມ່ນດ້ານການສົ່ງເສີມການຕະຫລາດ (Promotion) ມີຄ່າສະເລ່ຍ (X = 4.23) ຮອງລົງມາແມ່ນດ້ານຜະລິດຕະພັນ (Product) ຄ່າສະເລ່ຍ (X = 4.21) ຮອງລົງມາ ແມ່ນດ້ານບຸກຄະລາກອນ (People) ມີຄ່າສະເລ່ຍ (X = 4.17) ຮອງລົງມາແມ່ນດ້ານລັກສະນະ ທາງກາຍຍະພາບ (Physical Evidence) ມີຄ່າສະເລ່ຍ (X = 4.06.)

Download

Search

Main Menu