ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານ ເນກເກັດ ເອສເປຣສໂຊ ກາເວັ້ນ
Study on The Behavior and Satisfaction of Customer's Naked Espresso Garden
ນາງ ສາຍພິນ ສີສຸທຳ
ນາງ ອາລິຢາ ອະໄພຍະສານ
ບົດຄັດຫຍໍ້
ການສຶກສາຫົວຂໍ້ “ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານ ເນກເກັດ ເອສເປຣສໂຊ້ ກາເດັ່ນ” ໂດຍມີຈຸດປະສົງ 1) ເພື່ອຊອກຮູ້ພຶດຕິກຳຂອງລູກຄ້າທີ່ມາໃຊ້ ບໍລິການຮ້ານ Naked Espresso Garden, 2) ເພື່ອປະເມີນລະດັບຄວາມເພິ່ງພໍໃຈຕໍ່ສ່ວນປະສົມ ທາງການຕະຫຼາດຂອງລູກຄ້າທີ່ມາໃຊ້ບໍລິການຮ້ານ Naked Espresso Garden, ເປັນການສຶກສາ ທາງປະລິມານ ປະຊາກອນແມ່ນລູກຄ້າທີ່ມາໃຊ້ບໍລິການຮ້ານ Naked Espresso Garden ເຊິ່ງໄດ້ ກຸ່ມຕົວຢ່າງຈໍານວນ 385 ຄົນ. ເຄື່ອງມືທີ່ໃຊ້ໃນການວິໄຈເປັນແບບສອບຖາມປາຍປິດ ແລະ ປາຍ ເປີດ ຂໍ້ມູນທາງສະຖິຕິໃຊ້ ຄວາມຖີ່ (Frequency), ສ່ວນຮ້ອຍ (Percentage), ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນ ມາດຕະຖານ (Standard Deviation) ໂດຍໃຊ້ໂປຣແກຣມ ສໍາເລັດຮູບ ເພື່ອ ວິເຄາະຂໍ້ມູນ. ຜົນຂອງການສຶກສາ ພົບວ່າຜູ້ຕອບແບບສອບຖາມສ່ວນຫຼາຍແມ່ນເພດຍິງມີ ອາຍຸ ລະຫວ່າງ 21ປີ - 30ປີ ສ່ວນໃຫ່ຍແມ່ນມີສະຖານະພາບໂສດ, ມີລະດັບການສຶກສາຊັ້ນ ປະລິນຍາຕີ, ມີອາຊີບພະນັກງານເອກະຊົນ ແລະ ມີລາຍຮັບຢູ່ລະຫວ່າງ 2.000.001 - 3.000.000 ກີບ, ຜູ້ຕອບ ແບບສອບຖາມສ່ວນຫຼາຍແມ່ນເຂົ້າມາໃຊ້ບໍລິການແມ່ນ 2-3 ຄັ້ງຕໍ່ເດືອນ, ໃນຊ່ວງເວລາວັນລັດຖະ ການ (ຈັນ - ສຸກ), ລູກຄ້າທີ່ມາໃຊ້ບໍລິການສ່ວນຫຼາຍແມ່ນໝູ່ເພື່ອນແນະນໍາມາ, ສ່ວນຫຼາຍມາກັບໃຊ້ ບໍລິການກັບ ໝູ່ເພື່ອນ, ປະເພດອາຫານທີ່ລູກຄ້າເຂົ້າມາໃຊ້ບໍລິການສ່ວນຫຼາຍແມ່ນ ປະເພດທອດ, ປະເພດເຄື່ອງດື່ມທີ່ລູກຄ້າເຂົ້າມາໃຊ້ບໍລິການສ່ວນຫຼາຍແມ່ນ ປະເພດແອລກໍຮໍ, ມີຄ່າໃຊ້ຈ່າຍຕໍ່ຄັ້ງ ໃນການໃຊ້ບໍລິການ 100,001 ກີບ - 300,000 ກີບ, ເຫດຜົນທີ່ຜູ້ຕອບແບບສອບຖາມສ່ວນຫຼາຍ ຕັດສິນໃຈເລືອກໃຊ້ບໍລິການແມ່ນຍ້ອນ ບັນຍາກາດແລະຄວາມສະອາດຂອງຮ້ານ. ຜົນຂອງການສຶກສາ ລະດັບຄວາມເພິ່ງພໍໃຈຕໍ່ສ່ວນປະສົມທາງການຕະຫຼາດ ເຫັນວ່າ ລູກ ຄ້າແມ່ນໃຫ້ລະດັບຄວາມເພິ່ງພໍໃຈຢູ່ໃນລະດັບຫຼາຍ, ດ້ານຊ່ອງທາງການຈັດຈໍາຫນ່າຍແມ່ນມີ ລະດັບ ຄວາມເພິ່ງພໍໃຈຫຼາຍທີ່ສຸດ ແລະ ດ້ານການສົ່ງເສີມທາງການຕະຫຼາດມີລະດັບຄວາມເພິ່ງ ພໍໃຈ ໜ້ອຍທີ່ສຸດ.
Download