ປັດໄຈທີ່ສົ່ງຜົນຕໍ່ຄວາມກົດດັນຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ
Factors affecting the stress of students of the Faculty of Economics and Business Management at the National University of Laos
ນາງ ຈີນ່າ ຄຸນສີດາ
ນາງ ສຸພັນສາ ບຸນທະວົງ
ບົດຄັດຫຍໍ້
ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງເພື່ອສຶກສາປັດໄຈທີ່ສົ່ງຜົນຕໍ່ຄວາມກົດດັນຂອງນັກສຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໂດຍອີງໃສ່ປັດໄຈທັງ 6 ດ້ານຄື 1.) ປັດໄຈທາງດ້ານການຮຽນ 2.) ປັດໄຈທາງດ້ານສັງຄົມ 3.) ປັດໄຈທາງດ້ານຄອບຄົວ 4.) ປັດໄຈທາງດ້ານເສດຖະກິດ 5.) ປັດໄຈທາງດ້ານສະພາບແວດລ້ອມ 6.) ປັດໄຈທາງດ້ານຄວາມ ສໍາພັນກັບບຸກຄົນອື່ນ ໂດຍເປັນເປັນການສຶກສາໃນຮູບແບບດ້ານປະລິມານ, ກຸ່ມປະຊາກອນ ຕົວຢ່າງທີ່ໃຊ້ໃນການສຶກສາແມ່ນ ນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຈໍານວນ 363 ຄົນ ໂດຍໃຊ້ແບບສອບຖາມເປັນເຄື່ອງມືໃນການເກັບຮວບຮວມຂໍ້ມູນ ແລະ ວິເຄາະຂໍ້ມູນໂດຍ ໃຊ້ໂປຣແກຣມສະຖິຕິ SPSS ເພື່ອໃຫ້ໄດ້ຄ່າສະເລ່ຍ, ຄ່າຄວາມຖີ່, ຄ່າສ່ວນຮ້ອຍ ແລະ ຄ່າຜັນປ່ຽນ ມາດຕະຖານ.
ຜົນການສຶກສາເຫັນວ່າ: ຜູ້ຕອບແບບສອບຖາມສ່ວນຫຼາຍເປັນເພດຍິງ ກວມເອົາ 70.5 ສ່ວນ ຮ້ອຍ, ອາຍຸລະຫວ່າງ 18 – 21 ປີ ກວມເອົາ 71.6 ສ່ວນຮ້ອຍ, ເປັນນັກສຶກສາປີ 4 ກວມເອົາ 35.0 ສ່ວຍນຮ້ອຍ, ລາຍໄດ້ສະເລ່ຍຢູ່ທີ່ 1,600,001 - 2,600,000 ກີບ ກວມເອົາ 36.1 ສ່ວນຮ້ອຍ ແລະ ມີ ອາຊີບເສີມອື່ນໆ ກວມເອົາ 66.9 ສ່ວນຮ້ອຍ. ປັດໄຈທາງດ້ານການຮຽນX = 3.28, ປັດໄຈທາງດ້ານ ສັງຄົມX = 3.06, ປັດໄຈທາງຄອບຄົວX = 1.83, ປັດໄຈທາງດ້ານເສດຖະກິດX = 2.90, ປັດໄຈ ທາງດ້ານສະພາບແວດລ້ອມX = 2.86, ປັດໄຈທາງດ້ານຄວາມສໍາພັນກັບບຸກຄົນອື່ນ X = 2.09 ແລະ ຂໍ້ມູນກ່ຽວກັບຄວາມກົດດັນທີ່ສົ່ງຜົນຕໍ່ຄວາມກົດດັນຂອງນັກສຶກສາໃນຊີວິດ ແລະ ການຮຽນ ຂອງນັກສຶກສາ X = 3.52
Download