ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈອອມຄໍາຜ່ານແອັບພິເຄຊັ່ນ Easy Gold ກໍລະນີສຶກສາ: ເມືອງສີສັດຕະນາກ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ Behaviors and Factors Affecting the Decision to Save Gold by Using the EASY GOLD Application Service

ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈອອມຄໍາຜ່ານແອັບພິເຄຊັ່ນ Easy Gold
ກໍລະນີສຶກສາ: ເມືອງສີສັດຕະນາກ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Behaviors and Factors Affecting the Decision to Save Gold by Using the EASY GOLD Application Service
Case Study: Sisattanak and Xaythany Districts Vientiane Capital
ນາງ ໄຂ່ແກ້ວ ຈິດຈັນ
ນາງ ດາວເຮືອງ ຄໍາບຸນມີ

ບົດຄັດຫຍໍ້
ການສຶກສາ ແລະ ຄົ້ນຄວ້າຄັ້ງນີ້ ແມ່ນມີຈຸດປະສົງເພື່ອສຶກສາພຶດຕິກຳ ແລະ ປັດໄຈທີ່ສົ່ງ ຜົນຕໍ່ການຕັດສິນໃຈອອມຄໍາຜ່ານແອັບພິເຄຊັ່ນ Easy Gold ຂອງຜູ້ຊົມໃຊ້ພາຍໃນ ເມືອງສີສັດຕະ ນາກ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຈຸດປະສົງເພື່ອຢາກຮູ້ເຖິງພຶດຕິກຳການຕັດສິນ ໃຈອອມຄໍາ ແລະ ປັດໄຈຕ່າງໆທີ່ເຮັດໃຫ້ຜູ້ຊົມໃຊ້ຕັດສິນໃຈອອມຄໍາຜ່ານແອັບພິເຄຊັ່ນ Easy Gold ເຊິ່ງຂໍ້ມູນໄດ້ມາຈາກ 2 ແຫຼ່ງຄື: ໄດ້ມາຈາກການຕອບແບບສອບຖາມຂອງຜູ້ຊົມໃຊ້ພາຍໃນ ເມືອງສີ ສັດຕະນາກ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແບບສຸ່ມກຸ່ມຕົວຢ່າງ ແລະ ຂໍ້ມູນຈາກຫ້ອງ ສະໝຸດ, ອິນເຕີເນັດ ຂໍ້ມູນທີ່ໄດ້ເກັບກຳມາທັງໝົດແມ່ນຈະຖືກບັນຍາຍຜ່ານຕາຕະລາງໃນການ ຄົ້ນຄວ້າຄັ້ງນີ້ເຊິ່ງມີກຸ່ມຕົວຢ່າງທັງໝົດ 246 ຄົນ.
ຜູ້ຕອບແບບສອບຖາມສ່ວນໃຫ່ຍໃນນີ້ເພດຍິງກວມເອົາ 59.76% ແລະ ເພດຊາຍກວມເອົາ 40.24%. ທີ່ມີອາຍຸ ລະຫວ່າງ 20 – 30 ປີ ກວມເອົາ 73.18%, ມີສະຖານະພາບໂສດກວມເອົາ 66.66%, ມີລະດັບການສຶກສາລະດັບປະລິນຍາຕີ ກວມເອົາ 70.73% ອາຊີບນັກຮຽນນັກກສຶກສາ ກວມເອົາ 41.46%, ແລະ ມີລາຍໄດ້ສະເລ່ຍສູງສຸດຢູ່ທີ່ 2,000,000 - 4,000,000 ກີບກວມເອົາ 41.46%. ພຶດຕິກຳໃນການນໍາໃຊ້ ແອັບພິເຄຊັ່ນ Easy Gold ແມ່ນມີການຮັບຮູ້ແອັບພິເຄຊັ່ນມາຈາກສື່ ອອນລາຍ ກວມເອົາ 59.35% ແລະ ມີພຶດຕິກຳການຊຳລະການອອມຜ່ານທະນາຄານການຄ້າການ ຕ່າງປະເທດ BCEL ກວມເອົາ 52.43%, ການອອມຊຳລະແຕ່ລະຄັ້ງແມ່ນ 100,000 - 500,000 ກີບ ກວມເອົາ 59,75%, ສ່ວນໃຫ່ຍອອມແບບລາຍເດືອນ ກວມເອົາ 50.82%, ຮູບແບບທອງຄໍາທີອອມ ແລ້ວຕ້ອງການ ແມ່ນຄໍາຮູບປະພັນ ກວມເອົາ 54.87%. ປັດໄຈຂອງສ່ວນປະສົມທາງການຕະຫຼາດ ເຫັນໄດ້ວ່າຜູ້ຕອບແບບສອບຖາມແມ່ນໃຫ້ຄວາມ ສໍາຄັນຫຼາຍທີ່ສຸດແມ່ນໄດ້ແກ່: ດ້ານລາຄາ ສະເລ່ຍ 4.35 ດ້ານການສົ່ງເສີມການຕະຫຼາດ ສະເລ່ຍ 4.30, ດ້ານຜະລິດຕະພັນ ແລະ ການບໍລິການ ສະເລ່ຍ 4.25 ໂດຍມີລະດັບຄວາມສໍາຄັນຫຼາຍທີ່ສຸດ ແລະ ອັນດັບສຸດທ້າຍແມ່ນ ຊ່ອງທາງການຈັດຈໍາໜ່າຍ ຫຼື ນໍາໃຊ້ແອັບ ສະເລ່ຍ 2.43 ເຊິ່ງມີລະດັບ ຄວາມສໍາຄັນປານກາງ. ຜູ້ຊົມໃຊ້ສ່ວນໃຫ່ຍໃຫ້ຄວາມສໍາຄັນຫຼາຍທີ່ສຸດກັບ ດ້ານລາຄາ, ດ້ານການ ສົ່ງເສີມການຕະຫຼາດ, ດ້ານຜະລິດຕະພັນ, ເພາະວ່າປັດຈຸປັດບັນນີ້ລາຄາທອງຄໍາມີການຂຶ້ນເລື່ອຍໆ ໂດຍທາງແອັບພິເຄຊັ່ນ Easy Gold ກໍໄດ້ມີການໃຫ້ບໍລິການດ້ານລາຄາທີ່ເໝາະສົມກັບລູກຄ້າຫຼາຍ ຂຶ້ນ ເລີ່ມຕົ້ນພຽງ 100,000 ກີບ ລວມທັງບໍລິການອື່ນໆອີກ ແລະ ຮອງລົງມາແມ່ນຄວາມສໍາຄັນປານ ກາງ ດ້ານຊ່ອງທາງການຈັດຈໍາໜ່າຍ ຫຼື ນໍາໃຊ້ແອັບ ເພາະວ່າ ແອັບພິເຄຊັນ Easy Gold ເປັນແອັບ ອອມຄໍາສ້າງຂຶ້ນໃໝ່ ແລະ ອາດບໍ່ທັນມີສິ່ງທີ່ໜ້າຈັບໃຈຈາກຜູ້ຊົມໃຊ້ປານໃດ.

Download

Search

Main Menu