ຄວາມເພິ່ງພໍໃຈຂອງລູກຄ້າຕໍ່ປັດໄຈສ່ວນປະສົມທາງການຕະຫຼາດຂອງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາ ໄຊເສດຖາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ Customers' Satisfaction toward Services of Marketing Mix Factor of BCEL bank, Xaysettha Branch Chanthaboury

ຄວາມເພິ່ງພໍໃຈຂອງລູກຄ້າຕໍ່ປັດໄຈສ່ວນປະສົມທາງການຕະຫຼາດຂອງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາ ໄຊເສດຖາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
Customers' Satisfaction toward Services of Marketing Mix Factor of BCEL bank, Xaysettha Branch Chanthaboury
district, Vientiane capital
ນາງ ມະນີລັກ ເທບພະວົງ
ນາງ ແອັດ ສີວິໄຊ

ບົດຄັດຫຍໍ້
ໃນການສຶກສາຄັ້ງນີ້ ແມ່ນໄດ້ສຶກສາກ່ຽວກັບ ຄວາມເພິ່ງພໍໃຈຂອງລູກຄ້າຕໍ່ປັດໄຈສ່ວນ ປະສົມທາງການຕະຫຼາດຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາໄຊເສດຖາ ໂດຍມີຈຸດປະສົງໃນການຄົ້ນຄວ້າ ຄື: 1) ຊອກຮູ້ພຶດຕິກຳຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການຂອງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາໄຊເສດຖາ 2) ປະເມີນລະດັບຄວາມເພິ່ງໃຈ ຂອງລູກຄ້າຕໍ່ປັດໄຈສ່ວນປະສົມທາງການຕະຫຼາດ (7P's) ຂອງທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ສາຂາໄຊເສດຖາ ໂດຍການໃຊ້ແບບສອບຖາມເປັນເຄື່ອງມື ແລະ ວິເຄາະຂໍ້ມູນ ດ້ວຍໂປຼແກຣມ IBM SPSS Statistics 26. ເຊິ່ງສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໄດ້ແກ່: ການຊອກ ຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າພັນປ່ຽນມາດຕະຖານ (SD). ເຊີ່ງກຸ່ມຕົວຢ່າງແມ່ນ ລູກຄ້າທີ່ມາໃຊ້ບໍລິການທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາໄຊເສດຖາ ຈໍານວນ ກຸ່ມຕົວຢ່າງມີ 385 ຄົນ.
ຜົນການຄົ້ນຄວ້າພົບວ່າ ກຸ່ມຕົວຢ່າງທີ່ເປັນລູກຄ້າສ່ວນຫຼາຍທີ່ເຂົ້າມາໃຊ້ບໍລິການໃນ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາເມືອງໄຊເສດຖາ ມີເພດຍິງຫຼາຍກວ່າເພດ ຊາຍ ລູກຄ້າສ່ວນຫຼາຍມີອາຍຸ 31-40 ປີ, ມີລະດັບການສຶກສາປະລິນຍາຕີເປັນສ່ວນໃຫຍ່, ມີອາຊີບ ເປັນນັກທຸທຸລະກິດ ມີລາຍໄດ້ສະເລ່ຍຕໍ່ເດືອນຢູ່ລະຫວ່າງ 3,000,000-5,000,000 ກີບ ລູກຄ້າທີ່ ເຂົ້າມາໃຊ້ບໍລິການສ່ວນຫຼາຍແມ່ນມີ 2 ບັນຊີ, ຖືຄອງບັນຊີໄດ້ 3 - 4 ປີ, ມັກມາໃຊ້ບໍລິການວັນ ຈັນຫຼາຍທີ່ສຸດ, ມັກມາໃຊ້ບໍລິການຊ່ວງເວລາ 10:30 12:30 ແລະມາເຮັດທຸລະກຳຫຼາຍທີ່ສຸດ ແມ່ນ 10,000,000 – 20,000,000 ກີບ ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມີຕໍ່ປັດໄຈສ່ວນ ປະສົມທາງການຕະຫຼາດທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາໄຊເສດຖາ ພົບ ວ່າລູກຄ້າສ່ວນຫຼາຍໃຫ້ລະດັບຄວາມເພິ່ງພໍໃຈສູງທີ່ສຸດແມ່ນດ້ານຜະລິດຕະພັດເຊິ່ງຢູ່ໃນລະດັບ ຄວາມເພິ່ງພໍໃຈຫຼາຍທີ່ສຸດຮອງລົງມາແມ່ນດ້ານລັກສະນະທາງກາຍຍະພາບ, ດ້ານບຸກຄະລາກອນ 1 ດ້ານຂະບວນການບໍລິການ, ດ້ານຊ່ອງທາງການຈັດຈໍາໜ່າຍ, ດ້ານການສົ່ງເສີມການຕະຫຼາດ ແລະ ດ້ານລາຄາ ຕາມລໍາດັບ

Download

Search

Main Menu