ປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈຊື້ລົດໄຟຟ້າຂອງແບຣນ BYD ຂອງລູກຄ້າທີ່ຊົມໃຊ້
Factors Influence the Customer Decision Making of Buying BYD Electric Car
ທ້າວ. ທອງສຸກສັນ ແກ້ວມົນຕີ
ທ້າວ. ອານັນໄຊ ໄຊຍະໂຄດ
ບົດຄັດຫຍໍ້
ການສຶກສາໃນຄັ້ງນີ້ໄດ້ສຶກສາ ຄວາມເພິ່ງພໍໃຈຂອງລູກຄ້າທີ່ຊົມໃຊ້ຕໍ່ສ່ວນປະສົມ ທາງການ ຕະຫຼາດ (4Ps) ຂອງລູກຄ້າທີ່ຊົມໃຊ້ລົດໄຟຟ້າແບຣນ BYD ມີຈຸດປະສົງສຶກສາປັດໄຈສຶກສາປັດໄຈ ທີ່ເຮັດໃຫ້ລູກຄ້າຕັດສິນໃຈຊື້ລົດໄຟຟ້າ ແລະ ປະເມີນລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ ງານລົດໄຟຟ້າ. ປະຊາກອນທີ່ ນໍາມາສຶກສາແມ່ນກຸ່ມລູກຄ້າທີ່ໃຊ້ງານລົດໄຟຟ້າຂອງແບຣນ BYD ຢູ່ແລ້ວ ຈໍານວນ 385 ຄົນ, ເປັນການຄົ້ນຄວ້າເຖີງປະລິມານ ໂດຍໃຊ້ແບບສອບຖາມເປັນເຄື່ອງມືໃນ ການເກັບຮວບຮວມຂໍ້ມູນ ແລະ ວິເຄາະຂໍ້ມູນໂດຍນໍາໃຊ້ໂປຣແກຣມສໍາເລັດຮູບທາງສະຖິຕິ IBM SPSS Statistics Version 26 ເພື່ອຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນ ມາດຕະຖານ
ຜົນຂອງການສຶກສາພົບວ່າລູກຄ້າສ່ວນຫຼາຍເປັນເພດຊາຍ, ມີອາຍຸລະຫວ່າງ 30-40 ປີ, ມີ ສະຖານະພາບແຕ່ງງານແລ້ວ, ລະດັບການສຶກສາປະລິນຍາຕີ, ປະກອບອາຊີບນັກທຸລະກິດ, ມີລາຍ ໄດ້ສະເລ່ຍ 4,000,000 - 6,000,000 ກີບ, ໃນດ້ານລະດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງ ການຕະຫຼາດ (4Ps) ປັດໄຈດ້ານຜະລິດຕະພັນມີຄົນໃຫ້ຄວາມສໍາຄັນໃນດ້ານລົດມີຄຸນນະພາບສູງ, ປັດໄຈດ້ານລາຄາຄົນໃຫ້ຄວາມສົນໃຈກັບລາຄາຂອງລົດສາມາດຈັບຕ້ອງໄດ້, ປັດໄຈດ້ານຊ່ອງທາງ ການຈັດຈໍາໜ່າຍຄົນໃຫ້ຄວາມສໍາຄັນກັບການມີປ້າຍຮ້ານທີ່ຊັດເຈນ, ປັດໄຈດ້ານຊ່ອງທາງການ ສົ່ງເສີມການຕະຫຼາດຄົນໃຫ້ຄວາມສົນໃຈກັບມີດານໂຄສະນາຜ່ານສື່ສັງຄົມອອນລາຍ. ລູກຄ້າມີ ລະດັບຄວາມພຶງພໍໃຈຕໍ່ສ່ວນປະສົມທາງການຕະຫຼາດຂອງລູກຄ້າທີ່ຊົມໃຊ້ລົດໄຟຟ້າຂອງແບຣນ BYD ໂດຍລວມທຸກດ້ານແມ່ນຢູ່ໃນລະດັບຫຼາຍ ແລະ ເມື່ອພິຈາລະນາເປັນແຕ່ລະດ້ານພົບວ່າຄົນທີ່ ຊົມໃຊ້ມີລະດັບຄວາມພຶງພໍໃຈຢູ່ໃນລະດັບຫຼາຍທຸກດ້ານ ແລະ ມີລາຍລະອຽດດັ່ງນີ້: ໃນດ້ານ ຜະລິດຕະພັນຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ, ຮອງລົງມາປັດໄຈດ້ານລາຄາຢູ່ໃນລະດັບຄວາມ ເພິ່ງພໍໃຈຫຼາຍ, ຮອງລົງມາປັດໄຈດ້ານຊ່ອງທາງການຈັດຈຳໜ່າຍຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ ແລະ ສຸດທ້າຍປັດໄຈດ້ານການສົ່ງເສີມການຕະຫຼາດຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ.
Download