ສຶກສາປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈຊື້ລົດໄຟຟ້າຍີ່ຫໍ້ Volkswagen ທີ່ສູນບໍລິການວຽງຈັນເຊັນເຕີນະຄອນຫຼວງ ວຽງຈັນ Factors Affecting the Decision to Purchase a Personal Electric Vehicle Volkswagen Brand

ສຶກສາປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈຊື້ລົດໄຟຟ້າຍີ່ຫໍ້ Volkswagen ທີ່ສູນບໍລິການວຽງຈັນເຊັນເຕີນະຄອນຫຼວງ ວຽງຈັນ
Factors Affecting the Decision to Purchase a Personal Electric Vehicle Volkswagen Brand
ທ້າວ ພອນປະສິດ ຫຼວງລາດ
ທ້າວ ພອນປະເສີດ ສີສຸວັນທອງ

ບົດຄັດຫຍໍ້
ການຄົ້ນຄວ້າຄັ້ງນີ້ເເມ່ນສຶກສາປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈຊື້ລົດໄຟຟ້າສ່ວນບຸກຄົນຍີ້ ຫໍ້ Volkswagen ໂດຍມີຈຸດປະສົງຄື: ສຶກສາປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈຊື້ລົດໄຟຟ້າເເບຣນ Volkswagen ຂອງລູກຄ້າທີ່ສູນບໍລິການວຽງຈັນເຊັນເຕີ. ກຸ່ມປະຊາກອນທີ່ໃຊ້ໃນການສຶກສາໃນຄັ້ງ ນີ້ເເມ່ນກຸ່ມລູກຄ້າທີນໍາໃຊ້ລົດໄຟຟ້າຂອງຍີ້ຫໍ້ Volkswegen ໃນ ວຽງຈັນເຊັນເຕີ ເເລະ ກຸ່ມຕົວຢ່າງ ເເມ່ນຈໍານວນທີ່ເຮົາຄິດໄລ່ຕາມສູດ ຈໍານວນປະຊາກອນທີ່ເເນ່ນອນເເມ່ນ 385 ຄົນ ເຄື່ອງມືທີ່ໃຊ້ໃນ ການຮວບຮວມຂໍ້ມູນແມ່ນແບບສອບຖາມ, ໄດ້ວິເຄາະຂໍ້ມູນທີ່ໄດ້ມາໂດຍ ໂປແກຣມ SPSS Version 27, ໂດຍໃຊ້ສະຖິຕິພັນລະນາ (DescriptiVe Statistics) ເພື່ອວິເຄາະຫາຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard DeViation) ເເລະ ສະແດງຜົນໃນຮູບຕາຕະລາງ ປະກອບຄໍາອະທິບາຍດ້ວຍເຫດຜົນ ແລະ ໃຊ້ສະຖິຕິຄວາມຖີ່ (Frequency) ແລະ ອັດຕາສ່ວນຮ້ອຍ (Percentage) ມາວິເຄາະ.
ຜົນການວິເຄາະຂໍ້ມູນຈາກການສຶກສາພົບວ່າຂໍ້ມູນທົ່ວໄປຂອງກຸ່ມຕົວຢ່າງທີ່ຕອບເເບບ ສອບຖາມໃນຄັ້ງນີ້ ສ່ວນໃຫຍ່ເເລ້ວເເມ່ນເປັນເພດຊາຍຈໍານວນ 175 ຄົນອາຍຸ ລະຫວ່າງ 31-35 ປີ, ສ່ວນຫຼາຍເເມ່ນເເຕ່ງງານເເລ້ວມີຈໍານວນ 184 ຄົນ, ມີລາຍຮັບຕໍ່ເດືອນຢູ່ 5, 000, 000 ກີບຂື້ນໄປ ຈໍານວນ 129 ຄົນ, ສ່ວນຫຼາຍເເມ່ນນັກທຸລະກິດຈໍານວນ 86 ຄົນ ຜົນການວິເຄາະປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນໃນການຕັດສິນໃຈຊື່ລົດໄຟ ຟ້າສ່ວນບຸກຄົນເເບຣນ Volkswagen ສະຫຼຸບໄດ້ດັ່ງນີ້: ດ້ານຜະລິດຕະພັນເຊິ່ງມີຄ່າສະເລ່ຍ 4. 46, ດ້ານລາຄາເຊິ່ງມີຄ່າສະເລ່ຍ 4. 53 ດ້ານຊ່ອງທາງການຈັດຈຳໜ່າຍເຊິ່ງມີຄ່າສະເລ່ຍ 4. 45, ດ້ານ ການສົ່ງເສີມການຕະຫຼາດເຊິ່ງມີຄ່າສະເລ່ຍ 4. 45

Download

Search

Main Menu