ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຕໍ່ສ່ວນປະສົມທາງ ການຕະຫຼາດ (7Ps) ຂອງຮ້ານອາຫານນ້ອງນ້ອຍ Customer Satisfaction in Using the Services Regarding the Marketing Mix (7Ps) of NONGNOI Restaurant

ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຕໍ່ສ່ວນປະສົມທາງ ການຕະຫຼາດ (7Ps) ຂອງຮ້ານອາຫານນ້ອງນ້ອຍ
Customer Satisfaction in Using the Services Regarding the Marketing Mix (7Ps) of NONGNOI Restaurant
ນາງ ອອນອານົງ ສຸວັນນະລັງສີ

ນາງ ວິນັດດາ ວົງໄກສອນ

ບົດຄັດຫຍໍ້
ການສຶກສາໃນຄັ້ງນີ້ໄດ້ສຶກສາ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຕໍ່ສ່ວນປະສົມ ທາງການຕະຫຼາດ (7Ps) ຂອງຮ້ານອາຫານນ້ອງນ້ອຍ ມີຈຸດປະສົງ ຊອກຮູ້ພຶດຕິກຳ ແລະ ປະ ເມີນລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຢູ່ຮ້ານອາຫານນ້ອງນ້ອຍ. ປະຊາກອນທີ່ ນໍາມາສຶກສາແມ່ນກຸ່ມລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານອາຫານນ້ອງນ້ອຍ ຈໍານວນ 385 ຄົນ, ເປັນການຄົ້ນຄວ້າເຊີງປະລິມານ ໂດຍໃຊ້ແບບສອບຖາມເປັນເຄື່ອງມືໃນການເກັບຮວບຮວມຂໍ້ມູນ ແລະ ວິເຄາະຂໍ້ມູນໂດຍນໍາໃຊ້ໂປຣແກຣມສໍາເລັດຮູບທາງສະຖິຕິ IBM SPSS Statistics Version 26 ເພື່ອຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ.
ຜົນຂອງການສຶກສາພົບວ່າລູກຄ້າສ່ວນຫຼາຍເປັນເພດຊາຍ, ມີອາຍຸລະຫວ່າງ 36-45 ປີ, ມີສະຖານະພາບແຕ່ງງານແລ້ວ, ລະດັບການສຶກສາປະລິນຍາຕີ, ເປັນພະນັກງານລັດ, ມີລາຍ ໄດ້ສະເລ່ຍ 1,700,001 - 3,200,0000 ກີບ, ດ້ານພຶດຕິກຳລູກຄ້າສ່ວນຫຼາຍແມ່ນຮູ້ຈັກຮ້ານອາຫານ ນ້ອງນ້ອຍ ຈາກໝູ່ເພື່ອນ/ເພື່ອນຮ່ວມງານ, ສ່ວນຫຼາຍໃນການເຂົ້າມາໃຊ້ບໍລິການໃນສະເລ່ຍແມ່ນ ໜ້ອຍກວ່າ 3 ຄັ້ງ ຕໍ່ອາທິດ, ສິ່ງຈູງໃຈທີ່ເຮັດໃຫ້ມາໃຊ້ບໍລິການແມ່ນ ລົດຊາດອາຫານແຊບ, ໂອກາດທີ່ມາໃຊ້ບໍລິການສ່ວນຫຼາຍແມ່ນ ເພື່ອກິນລ້ຽງສັງສັນນໍາໝູ່ເພື່ອນ/ຫ້ອງການ, ເຊິ່ງຜູ້ທີ່ມາ ໃຊ້ບໍລິການຮ່ວມສ່ວນຫຼາຍກໍແມ່ນ ໝູ່ເພື່ອນ/ເພື່ອນຮ່ວມງານ, ມັກມາໃຊ້ບໍລິການໃນຕອນສວາຍ, ໄລຍະເວລາໃນການໃຊ້ບໍລິການສ່ວນຫຼາຍແມ່ນໃຊ້ເວລາ 3 ຊົ່ວໂມງຂຶ້ນໄປ, ແລະ ຄ່າໃຊ້ຈ່າຍໃນ ການໃຊ້ບໍລິການແຕ່ລະຄັ້ງແມ່ນ 1,500,001 - 3,000,000 ກີບ. ລູກຄ້າມີລະດັບຄວາມເພິ່ງພໍໃຈ ຕໍ່ສ່ວນປະສົມທາງການຕະຫຼາດຂອງຮ້ານອາຫານນ້ອງນ້ອຍໂດຍລວມທຸກດ້ານແມ່ນຢູ່ໃນລະດັບ ຫຼາຍ ແລະ ເມື່ອພິຈາລະນາເປັນແຕ່ລະດ້ານພົບວ່າລູກຄ້າມີລະດັບຄວາມເພິ່ງພໍໃຈຢູ່ໃນລະດັບ ຫຼາຍທຸກດ້ານ ແລະ ມີລາຍລະອຽດດັ່ງນີ້: ໃນດ້ານດ້ານຜະລິດຕະພັນຢູ່ໃນລະດັບຄວາມເພິ່ງພໍໃຈ ຫຼາຍ, ຮອງລົງມາແມ່ນດ້ານຂະບວນການໃຫ້ບໍລິການຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ, ຖັດມາ ແມ່ນດ້ານບຸກຄະລາກອນຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ, ຖັດມາແມ່ນດ້ານລາຄາຢູ່ໃນລະດັບ ຄວາມເພິ່ງພໍໃຈຫຼາຍ, ຖັດມາແມ່ນດ້ານລັກສະນະທາງກາຍະພາບຢູ່ໃນລະດັບຄວາມເພິ່ງພໍໃຈ ຫຼາຍ, ຖັດມາແມ່ນດ້ານການສົ່ງເສີມທາງການຕະຫຼາດຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ ແລະ ສຸດ ທ້າຍແມ່ນດ້ານຊ່ອງທາງການຈັດຈຳໜ່າຍຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ.

Download

Search

Main Menu