ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈຊື້ເຄື່ອງສໍາອາງຜ່ານ ທາງສື່ສັງຄົມ ອອນລາຍຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານ ທຸລະກິດ ມະຫາວິທະຍາໄລແຫ່ງຊາດ
Behavior and the factors affecting the decision to purchase cosmetics through online social media among students in the Faculty of Economics and Business Administration at National University
ນາງ ອາລິສາ ພົມມະລາດ
ນາງ ອັກສອນ ແສງສຸລິຍາ
ບົດຄັດຫຍໍ້
ການສຶກສາໃນຄັ້ງນີ້ແມ່ນຈຸດປະສົງເພື່ອ ສຶກສາພຶດຕິກຳ ແລະ ປັດໄຈທີ່ຜົນຕໍ່ການຕັດສິນ ໃຈຊື້ເຄື່ອງສໍາອາງຜ່ານທາງສື່ສັງຄົມອອນລາຍຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານ ທຸລະກິດ ມະຫາວິທະຍາໄລແຫ່ງຊາດມີສອງຈຸດປະສົງ: ສຶກສາພຶດຕິກຳການຊື້ເຄື່ອງສໍາອາງຜ່ານ ທາງສື່ສັງຄົມອອນລາຍຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ. ແລະ ຊອກຮູ້ລະດັບຄວາມສໍາຄັນຂອງປັດໄຈທີ່ມີຜົນຕໍ່ການຕັດສິນໃຈ ຊື້ເຄື່ອງສໍາອາງຜ່ານທາງສື່ສັງຄົມອອນລາຍ ຂອງນັກສຶກສາຄະນະເສດຖະເສດ ແລະ ບໍລິຫານ ທຸລະກິດມະຫາວິທະຍາໄລແຫ່ງຊາດ. ແລະ ກຸ່ມຕົວຢ່າງທີ່ໃຊ້ແມ່ນ 363 ຄົນ ໂດຍໄດ້ນໍາໃຊ້ແບບ ສອບຖາມເປັນເຄື່ອງມືໃນການສຶກສາ ແລະ ວິເຄາະຂໍ້ມູນໂດຍໄດ້ນໍາໃຊ້ໂປຣແກຼມສໍາເລັດຮູບ spss version27 ເພື່ອຊອກຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນຕາມ ມາດຕະຖານ.
ຜົນການສຶກສາກ່ຽວກັບປັດໄຈສ່ວນບຸກຄົນຂອງຜູ້ຕອບແບບສອບຖາມ ພົບວ່າ ສ່ວນໃຫ່ຍ ແມ່ນ ເພດຍິງ, ມີອາຍຸລະຫວ່າງ 20-25 ປີ, ເປັນນັກສຶກສາປີ 4, ພາກວິຊາບໍລິຫານ, ມີລາຍໄດ້ ສະເລ່ຍຫຼາຍກວ່າ 2,500,000 ກີບ. ຜົນຂອງການຄົ້ນຄວ້າພົບວ່າ: ຜູ້ຕອບແບບສອບຖາມສ່ວນໃຫ່ຍ ແມ່ນຊື້ໃຊ້ບໍລິການເອງ, ຈໍານວນທີ່ຊື້ຜະລິດຕະພັນເຄື່ອງສໍາອາງຜ່ານທາງສື່ສັງຄົມອອນລາຍໂດຍ ສະເລ່ຍແມ່ນ 4 ຢ່າງຕໍ່ຄັ້ງ, ຄວາມຖີ່ໃນການຊື້ເຄື່ອງສໍາອາງຜ່ານທາງສື່ສັງຄົມອອນລາຍໂດຍ ສະເລ່ຍແມ່ນ 1 ຄັ້ງຕໍ່ເດືອນ. ສ່ວນໃຫ່ຍເປັນປະເພດພົບແຕ່ງໃບໜ້າ, ຄ່າໃຊ້ຈ່າຍໃນການຊື້ເຄື່ອງສໍາ ອາງ 100,001 - 300,000 ກີບຕໍ່ຄັ້ງ.
ຜົນການສຶກສາກ່ຽວກັບປັດໄຈສ່ວນປະສົມທາງການຕະຫຼາດ ທີ່ມີຜົນຕໍ່ການຕັດສິນໃຈຊື້ ເຄື່ອງສໍາອາງຜ່ານທາງສື່ສັງຄົມອອນລາຍຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະ ກິດ ມະຫາວິທະຍາໄລແຫ່ງຊາດ ພົບວ່າໃຫ້ຄວາມສໍາຄັນກັບປັດໄຈສ່ວນປະສົມທາງການຕະຫຼາດ ໂດຍລວມຢູ່ໃນຫຼາຍລະດັບ ໂດຍພິຈາລະນາແຕ່ລະດ້ານພົບວ່າໃຫ້ຄວາມສໍາຄັນແກ່ 4 ດ້ານເຊັ່ນ: ດ້ານຜະລິດຕະພັນ, ດ້ານລາຄາ, ດ້ານຊ່ອງທາງການຈັດຈໍາໜ່າຍ ແລະ ດ້ານການສົ່ງເສີມການ ຕະຫຼາດ.
Download