ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມທາງການ ຕະຫຼາດທີ່ມາໃຊ້ບໍລິການຮ້ານ PASSENGER COFFEE-SPACE The Customer's Behavior and Satisfaction on Marketing's Mix to use the service of PASSENGER COFFEE-SPACE

ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມທາງການ ຕະຫຼາດທີ່ມາໃຊ້ບໍລິການຮ້ານ PASSENGER COFFEE-SPACE
The Customer's Behavior and Satisfaction on Marketing's Mix to use the service of PASSENGER COFFEE-SPACE
ທ້າວ ດາວສະຫວັນ ຫຼ້າໄຄສີ

ນາງ ສຸດາລັດ ວັນນະລິດ

ບົດຄັດຫຍໍ້
ການສຶກສາຄັ້ງນີ້ແມ່ນສຶກສາເຖິງພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າມາໃຊ້ ບໍລິການຮ້ານ PASSENGER COFFEE-SPACE ໂດຍມີຈຸດປະສົງຄື: 1) ເພື່ອສຶກສາພຶດຕິກຳຂອງ ລູກຄ້າທີ່ເຂົ້າມາໃຊ້ບໍລິການ, 2) ຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານ PASSENGER COFFEE-SPACEF, ເຊິ່ງເຄື່ອງມືທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນຢາຍແບບສອບ ຖາມຈໍານວນ 385 ສະບັບ ແລະ ວິເຄາະໂດຍໃຊ້ໂປຣແກຣມ SPSS V.23 ເຂົ້າໃນການປະເມີນການ, ການຄິດໄລ່ຫາຄ່າຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation).
ຜົນຂອງການຄົ້ນຄວ້າພົບວ່າ: ຜູ້ບໍລິໂພກສ່ວນໃຫຍ່ເປັນຜູ້ຍິງສ່ວນຫຼາຍແມ່ນເພດຍິງ, ອາຍຸລະຫວ່າງ 21-30 ປີ, ລະດັບການສຶກສາປະລິນຍາຕີ, ອາຊີບນັກຮຽນ/ນັກສຶກສາ, ລາຍໄດ້ ສະເລ່ຍຕໍ່ເດືອນ 2,000,001 - 3,000,000 ກີບ. ພຶດຕິກຳຂອງລູກຄ້າທີ່ມາເລືອກໃຊ້ບໍລິການສ່ວນ ໃຫຍ່ລູກຄ້າຮູ້ຈັກ PASSENGER COFFEE-SPACE ແມ່ນຮູ້ຈັກຈາກໝູ່ເພື່ອນ, ເຂົ້າມາໃຊ້ບໍລິການ 1-2 ຄັ້ງຕໍ່ອາທິດ, ມື້ທີ່ເຂົ້າມາໃຊ້ບໍລິການແມ່ນວັນຈັນ-ວັນສຸກ, ເຂົ້າມາໃຊ້ບໍລິການເວລາ 11:01- 15:00 ໂມງ, ມີຄ່າໃຊ້ຈ່າຍ 100,001-150,000 ກີບຕໍ່ຄັ້ງ, ເຂົ້າມາໃຊ້ບໍລິການຄົນດຽວ, ປະເພດເຄື່ອງ ດື່ມທີ່ນິຍົມແມ່ນເຄື່ອງດື່ມເຢັນ ແລະ ພົບວ່າກິດຈະກຳທີ່ເຮັດແມ່ນໃຊ້ບໍລິການWi-Fi. ຄວາມເພິ່ງ ພໍໃຈຕໍ່ປັດໄຈສ່ວນປະສົມການຕະຫຼາດຂອງລູກຄ້າທີ່ມາໃຊ້ບໍລິການຮ້ານ PASSENGER COFFEE-SPACE ໂດຍລວມມີຢູ່ໃນລະດັບຫຼາຍທີ່ສຸດ.

Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID133.pdf|100%|800|pdfjs

Search

Main Menu