ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າໃຊ້ບໍລິການຮ້ານ Swensen's ສາຂາດົງໂດກ
Behavior and Customers's Satisfaction to Use Services of Swensen's Dongdok
ນາງ ອານຸສອນ ສີວັນທອງ
ນາງ ວົງແສງເພັດ ບຸນມີສຸກ
ບົດຄັດຫຍໍ້
ການສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າໃຊ້ບໍລິການ ຮ້ານ Swensen's ສາຂາດົງໂດກ ມີຈຸດປະສົງເພື່ອຊອກຮູ້ພຶດຕິກຳໃນການເຂົ້າໄປໃຊ້ບໍລິການພາຍໃນຮ້ານ Swensen's ສາຂາດົງໂດກ ພາຍໃນເຂດນະຄອນຫລວງວຽງຈັນ ແລະ ເພື່ອຊອກຮູ້ລະດັບຄວາມ ເພິ່ງພໍໃຈທີ່ໃຊ້ບໍລິການຮ້ານກະແລ້ມ Swensen's ສາຂາດົງໂດກ. ໃນການສຶກສາຄັ້ງນີ້ແມ່ນການ ເກັບກຳຂໍ້ມູນກຸ່ມຕົວຢ່າງເຊິ່ງກໍານົດໂດຍໃຊ້ແບບສອບຖາມເປັນຈໍານວນ 385 ສະບັບ, ສະຖິຕິທີ່ໃຊ້ ແມ່ນຄ່າຄວາມຖີ່ ແລະ ຄ່າສ່ວນຮ້ອຍ, ລະດັບຄວາມເພິ່ງພໍໃຈໃຊ້ສະຖິຕິພັນລະນາເພື່ອຄິດໄລ່ຄ່າ ສະເລ່ຍ ແລະ ຄ່າຜັນປ່ຽນມາດຖານ.
ຜົນວິເຄາະເຫັນວ່າ: ຂໍ້ມູນສ່ວນບຸກຄົນຂອງຜູ້ຕອບແບບສອບຖາມສ່ວນຫລາຍແມ່ນ ເພດຍິງ, ອາຍຸລະຫວ່າງ 21 - 25 ປີ, ສາຖານະພາບ ໂສດ, ອາຊີບນັກຮຽນ/ນັກສຶກສາ, ມີລາຍໄດ້ສະເລ່ຍຕໍ່ ເດືອນ 2,000,000 - 4,000,000 ກີບ.
ການວິເຄາະຂໍ້ມູນພຶດຕິກຳການໃຊ້ບໍລິການໃນສາຂາດົງໂດກສ່ວນຫລາຍແມ່ນ ຮູ້ຈັກຮ້ານ Swensen's ຜ່ານສື່ອອນລາຍເຊັ່ນ: Fackbook, Tiktok, ມັກໄປໃຊ້ບໍລິການກັບຫມູ່ເພື່ອນ, ຜູ້ທີ່ມີ ອິດທິພົນໃນການເລືອກໄປໃຊ້ບໍລິການດ້ວຍຕົນເອງ, ຜູ້ບໍລິໂພກສ່ວນໃຫ່ຍແມ່ນເລືອກ ກະແລ້ມ, ມັກໄປໃຊ້ບໍລິການເສົາ - ອາທິດ, ຄວາມຖີ່ມາໃຊ້ບໍລິການ 1 ຄັ້ງຕໍ່ເດືອນ, ມັກໄປເວລາຊ່ວງບ່າຍ ເວລາ 13:01-16:00ໂມງ, ຄ່າໃຊ້ຈ່າຍ 100,000-200,000ກີບຕໍ່ຄັ້ງ, ເລືອກໃຊ້ບໍລິການຍ້ອນມີ ສິນຄ້າຫລາກຫລາຍ ແລະ ແຊບ ແລະ ຍັງຈະເຂົ້າໄປໃຊ້ບໍລິການຄືເກົ່າ.
ການວິເຄາະລະດັບຄວາມເພິ່ງພໍໃຈຂອງສ່ວນປະສົມທາງການຕະຫລາດ 7Ps ທີ່ມີຜົນຕໍ່ການ ໃຊ້ບໍລິການແມ່ນຢູ່ໃນລະດັບຄວາມເພິ່ງພໍໃຈທີ່ຫລາຍທີ່ສຸດ ເຊິ່ງດ້ານທີ່ມີລະດັບຄວາມເພິ່ງພໍໃຈທີ່ ຫລາຍກວ່າຫມູ່ແມ່ນ ດ້ານທາງກາຍະພາບ X = 4.48, ຮອງລົງມາແມ່ນດ້ານຜະລິດຕະພັນ X 4.45, ດ້ານບຸກຄະລາກອນ X = 4.43, ດ້ານຂະບວນການໃຫ້ບໍລິການ X = 4.36, ດ້ານການ ສົ່ງເສີມທາງການຕະຫລາດ X = 4.33, ດ້ານລາຄາ X = 4.28 ແລະ ດ້ານສະຖານທີ່ X = 4.23
Download