ປັດໄຈທີ່ມີຜົນຕໍ່ການເລືອກໃຊ້ບໍລິການສິນເຊື່ອລົດໃນນະຄອນຫຼວງວຽງຈັນ
Factors of Influence Customers Decision Making to Select Car Loan Services in Vientiane Capital
ນາງ ສິນທະວີ ວິພົມມະວົງສາ
ນາງ ມະລິສາ ຄໍາໂພໄຊ
ບົດຄັດຫຍໍ້
ໃນປະຈຸບັນລົດເປັນຊັບສິນທີ່ມີຄວາມສໍາຄັນທີ່ໃຊ້ເພື່ອອໍານວຍຄວາມສະດວກຕໍ່ການດໍາລົງ ຊີວິດຫຼາຍໃນຊີວິດປະຈໍາວັນ, ການເຮັດວຽກ ແລະ ການປະກອບທຸລະກິດ ເຊິ່ງລົດສ່ວນບຸກຄົນ ເປັນການຊ່ວຍອໍານວຍຄວາມສະດວກສະບາຍໃນການເຄື່ອນຍ້າຍຢ່າງວ່ອງໄວ. ນອກຈາກລົດຈະ ເປັນພາຫະນະອໍານວຍຄວາມສະດວກແລ້ວຍັງເປັນອົງປະກອບທີ່ສໍາຄັນເຮັດໃຫ້ເສດຖະກິດຂອງ ປະເທດລາວເຕີບໃຫຍ່ຂຶ້ນ.
ສຶກສາເຖິງຫົວຂໍ້ “ປັດໄຈທີ່ມີຜົນຕໍ່ການເລືອກໃຊ້ບໍລິການສິນເຊື່ອລົດໃນນະຄອນຫຼວງວຽງ ຈັນ”. ວັດຖຸປະສົງໃນການສຶກສາ ແມ່ນສຶກສາລະດັບຄວາມສໍາຄັນຂອງປັດໄຈທີ່ມີຜົນຕໍ່ການເລືອກ ໃຊ້ບໍລິການສິນເຊື່ອລົດແຕ່ລະດ້ານໂດຍຈໍາແນກຕາມສ່ວນປະສົມທາງການຕະຫຼາດ 7Ps ໄດ້ແກ່: ປັດໄຈດ້ານຜະລິດຕະພັນ, ປັດໄຈດ້ານລາຄາ, ປັດໄຈດ້ານຊ່ອງທາງການບໍລິການ, ປັດໄຈດ້ານ ການສົ່ງເສີມການຕະຫຼາດ, ປັດໄຈດ້ານບຸກຄົນ, ປັດໄຈດ້ານຂະບວນການ ແລະ ປັດໄຈດ້ານ ລັກສະນະທາງກາຍະພາບ. ເພື່ອສຶກສາປັດໄຈທີ່ມີຜົນຕໍ່ການເລືອກໃຊ້ບໍລິການສິນເຊື່ອລົດໃນ ນະຄອນຫຼວງວຽງຈັນ ກຸ່ມຕົວຢ່າງທັງໝົດ 385 ຕົວຢ່າງຕາມສູດປະຊາກອນບໍ່ຮູ້ຈໍານວນທີ່ຊັດເຈນ ເຄື່ອງມືທີ່ໃຊ້ໃນການຮວບຮວມຂໍ້ມູນແມ່ນແຈກຢາຍແບບສອບຖາມ 270 ຄົນ ກວມເອົາ 70 ສ່ວນ ຮ້ອຍ ແລະ ແບບຟອມທາງອອນໄລນ໌ 115 ຄົນ ກວມເອົາ 30 ສ່ວນຮ້ອຍ ເຊິ່ງເປັນເຄື່ອງມືໃນ ການເກັບກໍາຮວບຮວມຂໍ້ມູນ ແລະ ໃຊ້ສະຖິຕິພັນລະນາເພື່ອຫາຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າ ສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ວິເຄາະໂດຍໃຊ້ໂປຣແກຣມ IBM SPSS Statistics Version.27. ໃນນັ້ນໄດ້ເລືອກກຸ່ມຕົວຢ່າງໃນນະຄອນຫຼວງວຽງຈັນ 9 ຕົວເມືອງ. ຜົນການສຶກສາ ດ້ານຂໍ້ມູນທົ່ວໄປຂອງຜູ້ໃຊ້ບໍລິການພົບວ່າ: ສ່ວນຫຼາຍແມ່ນເພດຊາຍ, ອາຍຸລະຫວ່າງ 20-29 ປີ, ສະຖານະໂສດ, ສຶກສາລະດັບປະລິນຍາຕີ, ປະກອບອາຊີບທຸລະກິດສ່ວນຕົວ ແລະ ໃນຄອບຄົວ ມີລາຍໄດ້ສະເລ່ຍ 10,000,001-20,000,000 ກີບ ຕໍ່ເດືອນ. ຜົນການສຶກສາດ້ານພຶດຕິກຳຂອງຜູ້ ໃຊ້ບໍລິການພົບວ່າ: ສ່ວນຫຼາຍແມ່ນອາໄສຢູ່ ເມືອງ ໄຊທານີ ແລະ ເມືອງ ຫາດຊາຍຟອງ, ນິຍົມ ໃຊ້ສິນເຊື່ອລົດຂອງ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ລົດຍີ່ຫໍ້ TOYOTA, ການຕັດສິນໃຈແມ່ນຈະຕັດສິນໃຈດ້ວຍໂຕເອງ, ຮັບຮູ້ຊ່ອງທາງການກູ້ຢືມຜ່ານພະນັກງານຂາຍລົດ ແລະ ໃຊ້ສິນເຊື່ອລົດຍ້ອນບໍ່ມີຄວາມພ້ອມໃນການຊຳລະທັງໝົດ. ຜົນການສຶກສາດ້ານຄວາມ ສໍາຄັນແຕ່ລະປັດໄຈແມ່ນລູກຄ້າໃຫ້ຄວາມສໍາຄັນໃນລະດັບຫຼາຍຄື: ດ້ານສ່ວນບຸກຄົນ, ດ້ານຊ່ອງ ທາງການໃຫ້ບໍລິການ, ດ້ານຂະບວນການໃຫ້ບໍລິການ, ດ້ານຜະລິດຕະພັນ, ດ້ານການສົ່ງເສີມ ການຕະຫຼາດ, ດ້ານລາຄາ ແລະ ດ້ານລັກສະນະທາງກາຍະພາບ ຕາມລໍາດັບ.
Download