ປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເປັນຜູ້ປະກອບການທຸລະກິດແຟນຊາຍ (Franchise) ຮ້ານຂາຍອາຫານສົດ CP ໃນນະຄອນຫຼວງວຽງຈັນ
Factors that influence the decision to become a business entrepreneur for a fresh food store CP in Vientiane Capital
ນາງ ສີລິນະພາ ອຸດາວົງ
ນາງ ທິດາພອນ ມາດໄຊປະດິດ
ບົດຄັດຫຍໍ້
ການສຶກສາ “ປັດໄຈທີ່ສົ່ງຜົນຕໍ່ການຕັດສິນໄຈເປັນຜູ້ປະກອບການທຸລະກິດແຟນຊາຍ (Franchise) ຮ້ານຂາຍອາຫານສົດ CP ໃນນະຄອນຫຼວງວຽງຈັນ” ໃນການຄົ້ນຄວ້າໃນຄັ້ງນີ້ໂດຍມີ ຈຸດປະສົງເພື່ອ ສຶກສາປັດໄຈທີ່ມີຜົນຕໍ່ການຕັດສິນໄຈເປັນຜູ້ປະກອບການທຸລະກິດແຟນຊາຍ (Franchise) ຮ້ານຂາຍອາຫານສົດ CP ໃນນະຄອນຫຼວງວຽງຈັນ ໂດຍແຍກຕາມປັດໄຈສ່ວນບຸກຄົນ ເຊັ່ນ: ເພດ, ອາຍຸ, ສະຖານະພາບ, ລະດັບການສຶກສາ ແລະ ລາຍຮັບສະເລ່ຍ, ເຊີ່ງເປັນການສຶກສາ ໃນຮູບແບບປະລິມານ ແລະ ນໍາໃຊ້ແຫຼ່ງຂໍ້ມູນປະຖົມພູມທີ່ໄດ້ຈາກແບບສອບຖາມເປັນເຄື່ອງມືໃນ ການເກັບກຳຂໍ້ມູນ. ກຸ່ມຕົວຢ່າງແມ່ນຜູ້ປະກອບການທີ່ໄດ້ຈາກການເກັບກຳຕົວຈິງ 26 ຕົວຢ່າງ. ໃນ ການສຶກສາຄັ້ງນີ້ ໂດຍໃຊ້ສ່ວນປະສົມທາງການຕະຫຼາດ 7Ps ປະກອບດ້ວຍ ດ້ານຜະລິດຕະພັນ, ດ້ານລາຄາ, ດ້ານຊ່ອງທາງການຈັດຈຳໜ່າຍ, ດ້ານການສົ່ງເສີມການຕະຫຼາດ, ດ້ານບຸກຄະລາກອນ , ດ້ານອົງປະກອບທາງກາຍະພາບ ແລະ ດ້ານຂະບວນການ. ໃນການວິເຄາະຂໍ້ມູນໂດຍໃຊ້ສະຖິຕິ (Frequency) ແລະ ຄ່າສ່ວນຮ້ອຍ (Percentage) ສໍາລັບຂໍ້ມູນສ່ວນຕົວ, ການວິເຄາະຂໍ້ມູນລະດັບ ການຕັດສິນໃຈວິເຄາະໂດຍ ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation).
ຜົນການສຶກສາກ່ຽວກັບປັດໄຈທີ່ສົ່ງຜົນຕໍ່ການຕັດສິນໄຈເປັນຜູ້ປະກອບການທຸລະກິດແຟນ ຊາຍ (Franchise) ຮ້ານຂາຍອາຫານສົດ CP ໃນນະຄອນຫຼວງວຽງຈັນ ເຫັນວ່າ: ລູກຄ້າສ່ວນຫຼາຍ ແມ່ນເພດຍິງ ມີອາຍຸລະຫວ່າງ 36-45 ປີ, ສະຖານະພາບໂສດ, ລະດັບການສຶກສາປະລິນຍາຕີ, ລາຍໄດ້ສະເລ່ຍຕໍ່ມື້ 15,000,001-30,000,000 ກີບ, ສ່ວນຫຼາຍແມ່ນເຄີຍມີປະສົບການເຮັດທຸລະ ກິດມາກ່ອນ, ບຸກຄົນທີ່ມີອິດທິພົນຕໍ່ການຕັດສິນໃຈແມ່ນຄົນໃນຄອບຄົວ, ແຫຼ່ງທຶນທີ່ນໍາໃຊ້ແມ່ນກູ້ ຢືມຈາກຄອບຄົວ, ພີ່ນ້ອງ. ຜົນການວິເຄາະຂໍ້ມູນທີ່ກ່ຽວກັບການຕັດສິນໃຈເປັນຜູ້ປະກອບການຕໍ່ ສ່ວນປະສົມທາງການຕະຫຼາດຂອງແຕ່ລະດ້ານ ແມ່ນຜູ້ປະກອບການໃຫ້ຄວາມສໍາຄັນໃນການ ຕັດສິນໃຈຢູ່ໃນລະດັບຫຼາຍຄື: ດ້ານຜະລິດຕະພັນ, ດ້ານຊ່ອງທາງການຈັດຈ ໍາໜ່າຍ, ດ້ານການ ສົ່ງເສີມການຕະຫຼາດ, ດ້ານອົງປະກອບທາງງກາຍະພາບ, ດ້ານລາຄາ, ດ້ານບຸກຄະລາກອນ ແລະ ດ້ານຂະບວນການ ຕາມລໍາດັບ.
Download