ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດຂອງຜູ້ບໍລິໂພກທີ່ມີ ຜົນຕໍ່ການເລືອກໃຊ້ບໍລິການຮ້ານໂດຍຄາເຟສາຂາ 1 ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Consumer behavior and Marketing mires factors affecting the choice to use store services by Doi Cafe Branch 1 in Nong Viengkham Village, XayThanee District, Vientiane Capital
ນາງ ດາລາພອນ ສີລາວັນ
ນາງ ໄກຍະພອນ ວໍລະຈິດ
ບົດຄັດຫຍໍ້
ບົດໂຄງການຈົບຊັ້ນປະລິນຍາຕີສະບັບນີ້, ແມ່ນສຶກສາຫົວຂໍ້ພຶດຕິກຳ ແລະ ປັດໄຈຜູ້ບໍລິໂພກ ທີ່ມີຜົນຕໍ່ການເລືອກໃຊ້ບໍລິການຮ້ານໂດຍຄາເຟສາຂາ 1 ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ. ຈຸດປະສົງແມ່ນສຶກສາພຶດຕິກຳຜູ້ບໍລິໂພກ ແລະ ສຶກສາຄວາມສໍາຄັນຂອງປັດໄຈ ສ່ວນປະສົມການຕະຫຼາດທີ່ມີຜົນຕໍ່ການເລືອກໃຊ້ບໍລິການຮ້ານໂດຍຄາເຟສາຂາ 1. ໄດ້ວິເຄາະໂດຍ ໂປຣແກມ SPSS. ຜົນການວິເຄາະມີດັ່ງນີ້:
ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມພົບວ່າ: ສ່ວນໃຫຍ່ແມ່ນເພດຍິງມີຈໍານວນ 223 ຄົນ ກວມເອົາ 57.77 ສ່ວນຮ້ອຍ, ສ່ວນໃຫຍ່ມີອາຍຸ 18-25 ປີ ມີຈໍານວນ 284 ຄົນ ກວມເອົາ 73.57 ສ່ວນ ຮ້ອຍ, ສ່ວນໃຫຍ່ແມ່ນອາຊີບນັກສຶກສາມີຈໍານວນ 162 ຄົນ ອັດຕາສ່ວນ 41.91 ສ່ວນຮ້ອຍ, ສ່ວນ ໃຫຍ່ແມ່ນປະລິນຍາຕີມີຈໍານວນ 301 ຄົນ ກວມເອົາ 77.97 ສ່ວນຮ້ອຍ, ມີສະຖານະພາບໂສດມີຈໍາ ນວນ 339 ຄົນ ອັດຕາສ່ວນ 87.82 ສ່ວນຮ້ອຍ, ສ່ວນໃຫຍ່ມີລາຍໄດ້ແມ່ນ 2,000,001-4,000,000 ກີບ ມີຈໍານວນ 132 ຄົນ ອັດຕາສ່ວນ 34.19 ສ່ວນຮ້ອຍ.
ຂໍ້ມູນກ່ຽວກັບພຶດຕິກຳຂອງຜູ້ບໍລິໂພກພົບວ່າ: ສ່ວນຫຼາຍແມ່ນປະເພດກາເຟມີຈໍານວນ 224 ຄົນ ກວມເອົາ 58.03 ສ່ວນຮ້ອຍ, ສ່ວນຫຼາຍແມ່ນມັກຊື້ຍ້ອນລົດຊາດດີມີຈໍານວນ 193 ຄົນ ອັດຕາ ສ່ວນ 50 ສ່ວນຮ້ອຍ, ຕັດສິນໃຈດ້ວຍຕົວເອງມີຈໍານວນ 302 ຄົນ ກວມເອົາ 78.23 ສ່ວນຮ້ອຍ, ຊ່ວງ ເວລາມັກໃຊ້ແມ່ນຕອນບ່າຍມີຈໍານວນ 285 ຄົນ ອັດຕາສ່ວນ 73.83 ສ່ວນຮ້ອຍ, ເວລາທີ່ໃຊ້ບໍ ລິ ການສ່ວນຫຼາຍແມ່ນໜ້ອຍກວ່າ 1 ຊົ່ວໂມງ ຈໍານວນ 178 ຄົນ ອັດຕາສ່ວນ 46.11 ສ່ວນຮ້ອຍ, ສ່ວນ ຫຼາຍຄ່າໃຊ້ຈ່າຍແມ່ນ 25.000-45.000 ກີບ ມີຈໍານວນ 154 ຄົນ ອັດຕາສ່ວນ 39.89ສ່ວນຮ້ອຍ, ສ່ວນ ຫຼາຍແມ່ນໃຊ້ເດືອນລະ 2-3 ຄັ້ງມີຈໍານວນ 176 ຄົນ ອັດຕາສ່ວນ 45.59 ສ່ວນຮ້ອຍ.
ຄວາມສໍາຄັນຂອງປັດໄຈສ່ວນປະສົມການຕະຫຼາດທີ່ມີຜົນຕໍ່ການເລືອກໃຊ້ບໍລິການທັງ 7 ດ້ານແມ່ນມີຄວາມສໍາຄັນຫຼາຍສາມາດຈັດລຽງຈາກຫຼາຍຫາໜ້ອຍຄື: ດ້ານລາຄາ, ດ້ານຜະລິດຕະ ພັນ, ດ້ານຂະບວນການໃຫ້ບໍລິການ ແລະ ດ້ານບຸກຄະລາກອນ, ຊ່ອງທາງການຈັດຈໍາໜ່າຍ, ລັກສະ ນະທາງກາຍະພາບ ແລະ ດ້ານການສົ່ງເສີມການຕະຫຼາດ. ການປຽບທຽບຜູ້ບໍລິໂພກທີ່ມີເພດ, ອາຍຸ, ອາຊີບ ແລະ ລາຍໄດ້ສະເລ່ຍແຕກຕ່າງກັນມີຜົນຕໍ່ການເລືອກໃຊ້ບໍລິການຮ້ານໂດຍຄາເຟສາຂາ 1 ແຕກຕ່າງກັນ. ເຊິ່ງຜົນການທົດສອບສົມມຸດຖານເຫັນວ່າ ມີຄວາມແຕກຕ່າງກັນ.
Download