ປັດໄຈທີ່ມີອິດທິພົນຕໍ່ການຕັດສິນໃຈໃຊ້ບໍລິການສັ່ງອາຫານຜ່ານແອັບພິເຄ ຊັ່ນໃນໂທລະສັບມືຖື ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານ ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ
Factors Influencing the decision of using Food Ordering Services via smartphone application of students from the Faculty of Economics and Business Management, National University of Laos
ນາງ ອາທິດຍາ ຫຼ້າດີມະນີຫຼັກຊັບ
ນາງ ບົວລະພາ ສຸລິຍະລາດ
ບົດຄັດຫຍໍ້
ການສຶກສາຄັ້ງນີ້ແມ່ນສຶກສາ “ປັດໄຈທີ່ມີຜົນຕໍ່ການຕັດສິນໃຈໃຊ້ບໍລິການສັ່ງອາຫານຜ່ານ ແອັບພິເຄຊັ່ນໃນໂທລະສັບມືຖື ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ” ໂດຍປະກອບມີ 3 ຈຸດປະສົງຄື: 1) ເພື່ອຊອກຮູ້ພຶດຕິກຳການໃຊ້ ບໍລິການສັ່ງອາຫານຜ່ານແອັບພິເຄຊັ່ນຂອງນັກສຶກສາເສດຖະສາດ ແລະ ບໍລິຫານທຸລິດ 2) ເພື່ອປະ ເມີນລໍາດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດຕໍ່ການຕັດສິນໃຈໃຊ້ບໍລິການສັ່ງ ອາຫານຜ່ານແອັບພິເຄຊັ່ນໃນໂທລະສັບມືຖື ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານ ທຸລະກິດ 3) ເພື່ອປຽບທຽບລໍາດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດຕໍ່ການ ຕັດສິນໃຈໃຊ້ບໍລິການສັ່ງອາຫານຜ່ານແອັບພິເຄຊັ່ນໃນໂທລະສັບມືຖື ຂອງນັກສຶກສາຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ. ກຸ່ມຕົວຢ່າງທີ່ໃຊ້ໃນການຄົ້ນຄວ້າແມ່ນນັກສຶກສາຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ຈໍານວນ 363 ຄົນ, ການເກັບຮວບຮວມຂໍ້ມູນໂດຍໃຊ້ແບບ ສອບຖາມ ແລະ ວິເຄາະຂໍ້ມູນໂດຍນໍາໃຊ້ໂປຣແກມສໍາເລັດຮູບທາງສະຖິຕິ ເພື່ອຫາຄ່າຄວາມຖີ່, ຄ່າ ສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ທົດສອບສົມມຸດຖານດ້ວຍສະຖິຕິ t-test ແລະ One-way ANOVA ເຮັດບົດທົດສອບລາຍຄູ່ດ້ວຍວິທີ Least-Significant Different (LSD) ຜົນການສຶກສາພົບວ່າຜູ້ຕອບແບບສອບສ່ວນຫຼາຍເປັນເພດຍີງ, ມີອາຍຸ 18 21ປີ, ສຶກສາຢູ່ພາກ ວິຊາບໍລິຫານທຸລະກິດ, ພຶດຕິກຳການໃຊ້ບໍລິການພົບວ່າ ໃຊ້ບໍລິການ FoodPanda, ສັງອາຫານຈານ ຫຼັກ, ເຫດຜົນສ່ວນໃຫຍ່ໃນການເລືອກໃຊ້ບໍລິການເພາະວ່າ ບໍ່ສະດວກອອກໄປຊື້ອາຫານດ້ວຍຕົນ ເອງ, ໃຊ້ບໍລິການໃນຊ່ວງເວລາຕອນເຊົ້າ ແລະ ຕອນສວາຍ, ໃຊ້ບໍລິການໄປຮັບປະທານຄົນດຽວ, ໂດຍຄ່າໃຊ້ຈ່າຍສະເລ່ຍແຕ່ລະເທື່ອແມ່ນ 51,000 - 100,000ກີບ, ຈໍານວນຄັ້ງໃນການໃຊ້ບໍລິການ ໂດຍສະເລ່ຍຕໍ່ເດືອນແມ່ນ 1 - 3 ຄັ້ງ, ບຸກຄົນທີ່ມີອິດທິພົນໃນການຕັດສິນໃຈຫຼາຍທີ່ສຸດແມ່ນ ຕົນເອງ ແລະ ແຫຼ່ງຂໍ້ມູນທີ່ສໍາຄັນທີ່ໃຊ້ໃນການຕັດສິນໃຈແມ່ນ ຈາກສື່ສັງຄົມອອນລາຍ (Facebook, IG, Tiktok, Youtube). ລໍາດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດແມ່ນຢູ່ໃນລໍາ ດັບຫຼາຍ ລຽງລໍາດັບແຕ່ລະດ້ານຄ່າສະເລ່ຍແຕ່ຫຼາຍຫາໜ້ອຍ ແມ່ນດ້ານການສົ່ງເສີມທາງການ ຕະຫຼາດ, ດ້ານສະພາບແວດລ້ອມທາງກາຍະພາບ, ດ້ານຊ່ອງທາງການຈັດຈໍາຫນ່າຍ, ດ້ານຂະ ບວນການ, ດ້ານລາຄາ, ດ້ານຜະລິດຕະພັນ ແລະ ດ້ານບຸກຄະລາກອນ, ຜົນການປຽບທຽບລໍາດັບ
Download