404: Not Found ສະໝັກສອບເສັງ ປະລິນຍາໂທ ສົກຮຽນ 2025-2026

    ສະໝັກສອບເສັງ ປະລິນຍາໂທ ສົກຮຽນ 2025-2026

    ລາຍລະອຽດຂອງການສະໝັກ ເງື່ອນໄຂຮັບສະໝັກ ຕ້ອງຈົບການສຶກສາລະດັບປະລິນຍາຕີ (ບໍ່ຈຳກັດສາຂາທີ່ຈົບ). ມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ສາມາດສື່ສານໄດ້. ຜູ້ສະໝັກທີ່ສຳເລັດການສຶກສາລະດັບປະລິນຍາຕີໃໝ່ ຕ້ອງມີໃບປະກາດ ແລະ ຕ້ອງມີຄະເເນນສະເລ່ຍ ສະສົມ (CGPA) ເທົ່າກັບ 3.00


    #ເລີ່ມສະໝັກອອນລາຍແລ້ວສະໝັກຜ່ານທາງອອນລາຍ  
    #ເງື່ອນໄຂການສະໝັກແລະຄ່າໃຊ່ຈ່າຍ: ດາວໂຫຼດ
    #ບັດເຂົ້າຫ້ອງສອບເສັງດາວໂຫຼດ
    #ຮ່າງຫນັງສືອະນຸມັດຈາກກົມກອງ: ດາວໂຫຼດ

    ເອກກະສານ

    1. ສຳເນົາໃບປະກາດປະລິນຍາຕີ ເເລະ ໃບຄະເເນນ ( ສຳເນົາສີ ) 3 ສະບັບ. (ໝາຍເຫດ: ສຳລັບໃບປະກາດ ແລະ ໃບຄະແນນ ຕ້ອງໄດ້ຢັ້ງຢືນຄວາມຖືກຕ້ອງຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ). 

    2. ຊີວະປະຫວັດເຊັນນາຍບ້ານ (ເປັນເພົາ 4 ໜ້າ ) 3 ສະບັບ. ( ຖ້າເປັນພະນັກງານລັດ ໃຫ້ສໍາເນົາສີປະຫວັດລັດຖະກອນ 3 ສະບັບ)

    3. ໃບຢັ້ງຢຶນທີ່ຢູ່ 3 ໃບ ໃບອະນຸມັດຈາກກົມກອງ ( ກໍລະນີເປັນພະນັກງານ ) 3 ໃບ

    4. ຮູບຂະໜາດ 3x4 ຈຳນວນ 2 ໃບ

    5. ແບບຟອມການສະໝັກອອນລາຍ

    ພາຍຫຼັງທີ່ທ່ານໄດ້ສຶກສາຂໍ້ມູນກ່ຽວກັບການລົງທະບຽນສອບເສັງ ແລະ ກະກຽມເອກະສານຕາມເງື່ອນໄຂຂ້າງເທິງແລ້ວ ກະລຸນາປະກອບຂໍ້ມູນລົງທະບຽນທີ່ນີ້ ພາຍຫຼັງສຳເລັດການສະໝັກສອບເສັງອອນລາຍແລ້ວ, ຂັ້ນຕອນຕໍ່ໄປແມ່ນໃຫ້ທ່ານນຳສົ່ງເອກະສານການສະໝັກຕາມເງື່ອນໄຂຂ້າງເທິງໃຫ້ພະແນກການສຶກສາຫຼັງປະລິນຍາຕີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ເລີ່ມແຕ່ວັນທີ 10-25/07/2024

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu