404: Not Found ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດພັດທະນາ ແລະ ການວາງແຜນ

    ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດພັດທະນາ ແລະ ການວາງແຜນ

    ຊື່ຫຼັກສູດພາສາລາວ

    ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດພັດທະນາ ແລະ ການວາງແຜນ

    ຊື່ຫຼັກສູດພາສາອັງກິດ

    Master of Economics Progarm in Development and Planning Economics

     

    ຈຸດປະສົງຂອງຫຼັກສູດ

    1. ສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີແນວຄິດ, ຄຸນສົມບັດສິນທຳປະຕິວັດແທດເໝາະ ກັບແນວທາງການປ່ຽນແປງໃໝ່ຂອງພັກ ແລະ ລັດຢ່າງຮອບດ້ານ ໂດຍສະເພາະແມ່ນ
    • ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຈິດໃຈຮັກຊາດຕິດພັນກັບການຮັກລະບອບປະຊາທິປະໄຕປະຊາຊົນຍຶດໝັ້ນໃນຈຸດໝາຍສັງຄົມນິຍົມ.
    • ມີສິນທຳ ແລະ ຈາລິຍະທຳປະຈຳໃຈ, ມີຄວາມສຳນຶກອັນເລິກເຊິ່ງຕໍ່ບັນຫາການປົກປັກຮັກສາ ແລະສົ່ງເສີມວັດທະນະທຳອັນດີງາມຂອງຊາດ ແລະ ການຄຸ້ມຄອງຈັດສັນ ສິ່ງແວດລ້ອມທຳມະຊາດຂອງຊາດ ຢ່າງມີປະສິດທິພາບ.
    • ເປັນພົນລະເມືອງດີ ນັບຖືລະບຽບກົດໝາຍຂອງບ້ານເມືອງ.
    • ມີຄວາມເປັນເຈົ້າການ ແລະ ຮັບຜິດຊອບຕໍ່ໜ້າທີ່ການງານ ແລະ ບຸກບືນພັດທະນາຕົນເອງໃຫ້ກ້າວໜ້າຂຶ້ນເລື້ອຍໆ.

    2.  ເພື່ອສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີຄວາມຮູ້
    • ເພື່ອສ້າງນັກຄົ້ນຄວ້າວິທະຍາສາດ ແລະ ນັກວິຊາການທາງດ້ານການວາງແຜນພັດທະນາເສດຖະກິດ, ສາມາດຂຽນໂຄງການ, ການວິເຄາະ ແລະ ປະເມີນໂຄງການ, ການວິເຄາະຕະຫຼາດແຮງງານ ແລະ ອື່ນໆ.
    • ເພື່ອສ້າງບຸກຄະລາກອນທີ່ມີຄວາມຊ່ຽວຊານສະເພາະດ້ານ ແລະ ຊ່ວຍໃຫ້ພະນັກງານລັດຖະກອນທັງ ພາກລັດ ແລະ ພາກເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດມີໂອກາດຍົກລະດັບຄວາມຮູ້ທາງ ດ້ານວິຊາການ ແລະ ພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ.
    • ເພື່ອສ້າງນັກຄົ້ນຄວ້ານໍາເອົາບົດຮຽນທີ່ໄດ້ຈາກຫຼັກສູດນີ້ ໄປໝູນໃຊ້ເຂົ້າໃນການວິເຄາະ ແລະ ຄົ້ນຄວ້າ ບັນຫາຕ່າງໆ ທີ່ເກີດຂຶ້ນໃນການປະຕິບັດໜ້າທີ່ວຽກງານຕົວຈິງໄດ້ເປັນຢ່າງດີ.

    3. ເພື່ອສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີຄວາມສາມາດ

    • ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດພັດທະນາ ແລະ ການວາງແຜນນີ້ຍັງສ້າງຂຶ້ນ ເພື່ອກໍ່ສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີຄວາມສາມາດຄື:
    • ສ້າງນັກວິຊາການທີ່ມີຄວາມສາມາດດ້ານການວາງແຜນພັດທະນາເສດຖະກິດ ເປັນຕົ້ນການວາງແຜນພັດທະນາຕົວເມືອງ ແລະ ຊົນລະບົດ.
    • ສ້າງນັກຄົ້ນຄວ້າວິໄຈທີ່ສາມາດຂຽນບົດວິເຄາະໂຄງການ, ການວິເຄາະ ແລະ ປະເມີນໂຄງການທັງ ພາກລັດ ແລະ ພາກເອກະຊົນ ໄດ້ຢ່າງມີປະສິດທິພາບ
    • ສ້າງນັກຄົ້ນຄວ້າວິໄຈທີ່ມີຄວາມສາມາດດ້ານການນຳໃຊ້ທິດສະດີໄປໝູນໃຊ້ໃນວຽກງານຕົວຈິງ ເປັນຕົ້ນການວາງແຜນປົກປັກສິ່ງແວດລ້ອມ, ການວິເຄາະຕະຫຼາດແຮງງານໃຫ້ສອດຄ່ອງກັບສະ ພາບເສດຖະກິດຕົວຈິງໃນປະເທດເຮົາ.

    ເງື່ອນໄຂຂອງຜູ້ເຂົ້າສຶກສາ

    ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາ ທີ່ທາງມະຫາວິທະຍາໄລແຫ່ງຊາດວາງອອກ. ນັກສຶກ ສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາເສດຖະສາດ ແລະ ສາຂາວິຊາອື່ນໆໂດຍມີ ຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ. ສຳລັບນັກສຶກ ສາທີ່ມີຄະແນນສະເລ່ຍສະສົມຕ່ຳກວ່າ 3.00 ແມ່ນ ຕ້ອງມີປະສົບປະການໃນ ການເຮັດວຽກຢ່າງໜ້ອຍ 2 ປີ. ສ່ວນນັກສຶກສາທີ່ສຳເລັດການສຶກສາໃນລະ ດັບປະ ລິນຍາຕີໃນສາຂາວິຊາອື່ນໆນັ້ນ ຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພື້ນຖານທີ່ຈໍາເປັນຂອງສາຂາວິຊາເສດຖະສາດພັດທະນາ ແລະ ການ ວາງແຜນກ່ອນໂດຍບໍ່ໄດ້ນັບໜ່ວຍກິດເຂົ້າໃນຫຼັກສູດ.

     ວິທີການຄັດເລືອກຜູ້ເຂົ້າສຶກສາ

    ຈະຄັດເລືອກຕາມ ເອກະສານຄຳຮ້ອງ, ສອບເສັງຂຽນ ແລະ ສອບເສັງສຳພາດ. ວິຊາທີ່ຈະສອບເສັງຂຽນ ມີດັ່ງນີ້:

    1. ຄະນິດສາດ ແລະ ສະຖິຕິ
    2. ພື້ນຖານທິດສະດີເສດຖະສາດ(ຫຼັກເສດຖະສາດ,ເສດຖະສາດຈຸລະພາກແລະເສດຖະສາດມະຫາ ພາກ)
    3. ພາສາອັງກິດ

     ການຈັດຕັ້ງການຮຽນ-ການສອນ

    ຫຼັກສູດນີ້ເປັນຫຼັກສູດຮຽນເຕັມເວລາ 5 ເຖິງ 7 ຊົ່ວໂມງ ຕໍ່ມື້. ອາທິດໜຶ່ງ ຮຽນ 5 ມື້ ຄືວັນຈັນເຖິງວັນ ສຸກເວລາ 17:00 ໂມງ ຫາ 20:30 ໂມງ ລວມມີ 16 ອາທິດ ຕໍ່ ໜຶ່ງພາກຮຽນ.

    ແຕ່ຖ້າຫຼັກສູດນີ້ເປີດການຮຽນ-ການສອນເຕັມເວລາ 8 ຊົ່ວໂມງຕໍ່ມື້ ໃນວັນເສົາ ແລະ ວັນອາທິດ ແມ່ນເລີ່ມແຕ່ 8:00 ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ.

    ນອກຈາກການຈັດຕັ້ງການຮຽນການສອນທິດສະດີໃນຫ້ອງຮຽນແລ້ວ ຫຼັກສູດນີ້ຍັງມີຄວາມຈຳເປັນຄຽງຄູ່ ກັບການຈັດກິດຈະກຳໄປທັດສະນະສຶກສາທັງພາຍໃນ ຫຼື ຕ່າງປະເທດຢ່າງໜ້ອຍໜຶ່ງຄັ້ງຕໍ່ໜຶ່ງຊຸດຮຽນເພື່ອ ໃຫ້ຜູ້ສຶກສາໄດ້ເຂົ້າໃຈທັງພາກທິດສະດີ ແລະ ພາກຕົວຈິງໃຫ້ເລີກເຊິ່ງຕື່ມອີກ.

    ໄລຍະເວລາການສຶກສາ

    ຫຼັກສູດປະລິນຍາໂທເສດຖະສາດ ສາຂາວິຊາເສດຖະສາດພັດທະນາ ແລະ ການວາງແຜນ ເປັນຫຼັກສູດໃຊ້ເວລາຮຽນ 2 ປີ, ເຊິ່ງແບ່ງອອກເປັນ 4 ພາກຮຽນ ແລະ ສາມາດຮັກສາສະຖານະພາບເປັນນັກສຶກສາ ໄດ້ສູງສຸດ 1 ປີ (2 ພາກຮຽນ).

     

    ແຜນການຮຽນ-ການສອນໃນແຕ່ລະພາກຮຽນ, ແຕ່ລະປີ

    ພາກຮຽນທີ 1

    ລະຫັດວິຊາ ຊື່ວິຊາ ຈ/ນ ໜ່ວຍກິດ
    80MLP110 ແນວທາງການເມືອງຂອງ ສປປ ລາວ  2(2-0-0)
    81MEE110 ພາສາອັງກິດສຳລັບເສດຖະສາດ  2(2-0-0)
    81MMI110 ທິດສະດີເສດຖະສາດຈຸລະພາກຂັ້­ສູງ  3(2-2-0)
    81MMA110 ທິດສະດີເສດຖະສາດມະຫາພາກຂັ້­ສູງ 3(2-2-0)
    81MQA110 ການວິເຄາະເສດຖະສາດປະລິມານ 2(2-0-0)
    81MRD110 ວິທີຄົ້ນຄ້ວາວິທະຍາສາດ ແລະ ສະຖິຕິສຳລັບເສດຖະເສດຖະສາດພັດທະນາ ແລະ ການວາງແຜນ 3(2-2-0)
    ລວມ 15(12-6-3)

    ພາກຮຽນທີ 2

    ລະຫັດວິຊາ ຊື່ວິຊາ ຈ/ນ ໜ່ວຍກິດ
    81MDE110 ທິດສະດີເສດຖະສາດພັດທະ­ນາຂັ້ນສູງ 3(2-2-0)
    81MPE110 ເສດຖະສາດການວາງແຜນ 3(2-2-0)
    81MAE110 ເສດຖະມິຕິຂັ້ນສູງ 3(2-2-0)
    81MRE110 ເສດຖະສາດຊັບພະຍາກອ­ນທໍາມະຊາດ ແລະ ສິ່ງແວດລ້ອມ 2(2-0-0)
    81MSE121 ສຳມະນາ  I 2(0-0-6)
    81XXXXXX ວິຊາເລືອກ 1 2(X-X-X)
    ລວມ 15(X-X-X)

    ພາກຮຽນທີ 3

    ລະຫັດວິຊາ ຊື່ວິຊາ ຈ/ນ ໜ່ວຍກິດ
    81MRF210 ການພັດທະນາຕະຫຼາດການເງິນຊົນນະບົດ 2(2-0-0)
    81MLE210 ການວິເຄາະຕະຫຼາດແຮງງານ 2(2-0-0)
    81MSE222 ສຳມະນາ II 2(0-0-6)
    81XXXXXX ວິຊາເລືອກ 2 2(X-X-X)
    ລວມ 8(X-X-X)

     ພາກຮຽນທີ 4

    ລະຫັດວິຊາ ຊື່ວິຊາ ຈ/ນ ໜ່ວຍກິດ
    81MTH220 ວິທະຍານິພົນ 14
    ລວມ 14

     

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu