404: Not Found ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດເງິນຕາ ແລະ ການເງິນພາກລັດ

    ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດເງິນຕາ ແລະ ການເງິນພາກລັດ

    ພາສາ​ລາວ 

    ​ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດເງິນຕາ ແລະ ການເງິນພາກລັດ

    ພາສາ​ອັງກິດ 

    Master of Economics Program in Monetary and Public Finance

     

    ຈຸດປະສົງຂອງຫຼັກສູດ

    1. ສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີແນວຄິດ, ຄຸນສົມບັດ ສິນທຳປະຕິບັດ ແທດເໝາະກັບ ແນວທາງການປ່ຽນແປງໃໝ່ຂອງພັກ ແລະ ລັດຢ່າງຮອບດ້ານໂດຍສະເພາະແມ່ນ:

    • ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຈິດໃຈຮັກຊາດຕິດພັນກັບການຮັກລະບອບປະຊາທິປະໄຕ ປະຊາຊົນ ຍືດໝັ້ນໃນຈຸດໝາຍສັງຄົມນິຍົມ.

    • ມີສິນທຳ ແລະ ຈາລິຍະທຳປະຈຳໃຈ, ມີຄວາມສຳນຶກອັນເລິກເຊິ່ງຕໍ່ບັນຫາການປົກປັກຮັກສາ ແລະສົ່ງເສີມວັດທະນະທຳອັນດີງາມຂອງຊາດ ແລະ ການຄຸ້ມຄອງຈັດສັນສິ່ງແວດລ້ອມທຳມະຊາດຂອງຊາດຢ່າງມີປະສິດທິພາບ.

    • ເປັນພົນລະເມືອງດີ ນັບຖືລະບຽບກົດໝາຍຂອງບ້ານເມືອງ.

    • ມີຄວາມສາມັກຄີນຳເພື່ອນຮ່ວມງານພາຍໃນອົງການຈັດຕັ້ງທີ່ຕົນສັງກັດ ແລະ ກັບພາຍນອກ.

    1. ເພື່ອສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີຄວາມຮູ້

    • ວິທະຍາສາດກ່ຽວກັບວິຊາເສດຖະສາດ, ການຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ.

    • ດ້ານການວາງນະໂຍບາຍເປັນຕົ້ນນະໂຍບາຍເງິນຕາແລະນະໂຍບາຍການເງິນເພື່ອໃຫ້ເກີດປະສິດທິ ພາບດ້ານເສດຖະກິດ.

    • ໃນການຄົ້ນຄວ້າວິທະຍາສາດໃນຂະແໜງການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ.

    • ດ້ານການຄຸ້ມຄອງຕະຫຼາດທຶນເປັນຕົ້ນດ້ານການຄຸ້ມຄອງຕະຫຼາດຫຼັກຊັບເພື່ອໃຫ້ຕະຫຼາດຫຼັກຊັບເປັນຕະຫຼາດທີ່ມີປະສິດທິພາບ. ຮູ້ຈັກຄວາມສ່ຽງ ແລະ ຜົນຕອບແທນທີ່ລົງທຶນໃນຕະຫຼາດຫຼັກຊັບ.

    • ທາງດ້ານຂະແໜງການຄຸ້ມຄອງງົບປະມານຂອງພາກລັດເປັນຕົ້ນທາງດ້ານລາຍຮັບ ແລະ ລາຍຈ່າຍຂັ້ນທ້ອງຖີ່ນ ຫຼື ຂັ້ນສູນກາງ.

     

    1. ເພື່ອສ້າງນັກວິຊາການ ແລະ ນັກຄົ້ນຄວ້າວິທະຍາສາດໃຫ້ມີຄວາມສາມາດ

    • ໃນການຄຸ້ມຄອງຂະແໜງເສດຖະກິດທີ່ພົ້ນເດັ່ນໃນປະເທດເຮົາ ໂດຍສະເພາະແມ່ນຂະແໜງການຄຸ້ມ ຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ.

    • ໃນການນຳໃຊ້ທິດສະດີ, ຫຼັກການ ແລະ ເຄື່ອງມືທີ່ໄດ້ຮຽນມາເຂົ້າໃນການວິເຄາະ, ສັງເຄາະ ແລະ ນຳສະເໜີແກ້ໄຂບັນຫາຕົວຈິງໃຫ້ມີປະສິດທິຜົນ ໂດຍສະເພາະຂະແໜງຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ.

    • ນຳໃຊ້ຄວາມຮູ້ຢ່າງປະດິດສ້າງເຂົ້າໃນການຄຸ້ມຄອງຕະຫຼາດທຶນເປັນຕົ້ນຕະຫຼາດຫຼັກຊັບເພື່ອໃຫ້ຕະ ຫຼາດທຶນເຄື່ອນໄຫວໄດ້ຢ່າງເປັນປົກກະຕິ.

    • ນຳໃຊ້ຄວາມຮູ້ຈາກທິດສະດີ ແລະ ເຄື່ອງມືຕ່າງໆທີ່ໄດ້ຮຽນມາເຂົ້າໃນການຄຸ້ມຄອງງົບປະມານໃນການຈັດເກັບລາຍຮັບຈາກພາສີ-ອາກອນ ແລະ ບໍ່ແມ່ນພາສີ-ອາກອນພ້ອມທັງຄຸ້ມຄອງງົບມານລາຍຈ່າຍໃຫ້ເປັນໄປຕາມຫຼັກການການເງິນທີ່ໄດ້ມາດຕະຖານທັງພາຍໃນ ແລະ ສາກົນ.

     

     ເງື່ອນໄຂຂອງຜູ້ເຂົ້າສຶກສາ

    ຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາທີ່ທາງມະຫາວິທະຍາໄລແຫ່ງຊາດວາງອອກ. ນັກ ສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີທຸກສາຂາ ເຊັ່ນ: ສາຂາເສດຖະສາດ, ສາຂາບໍລິຫານທຸລະກິດ, ການເງິນ, ບັນຊີ, ສັງຄົມສາດ, ສິ່ງແວດລ້ອມ, ປ່າໄມ້, ນິຕິສາດ ແລະ ລັດຖະສາດ, ອັກສອນສາດ, ວິສາວະກຳສາດ ແລະ ວິທະຍາສາດ ເປັນຕົ້ນ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ. ສຳລັບນັກສຶກສາທີ່ ມີຄະແນນສະເລ່ຍສະສົມຕ່ຳກວ່າ 3.00 ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ.

    ວິທີການຄັດເລືອກຜູ້ເຂົ້າສຶກສາ

    ຈະຄັດເລືອກຕາມເອກະສານຄຳຮ້ອງ, ສອບເສັງຂຽນ ແລະ ສອບສຳພາດ. ວິຊາທີ່ຈະສອບເສັງຂຽນ ມີດັ່ງນີ້:

    1. ຄະນິດສາດ ແລະ ສະຖິຕິ
    2. ພື້ນຖານທິດສະດີເສດຖະສາດ (ຫຼັກເສດຖະສາດ, ເສດຖະສາດຈຸລະພາກ ແລະ ເສດຖະສາດມະຫາພາກ)
    3. ພາສາອັງກິດ

    ການຈັດຕັ້ງການຮຽນ-ການສອນ

    ຫຼັກສູດນີ້ເປັນຫຼັກສູດຮຽນເຕັມເວລາ 5 ເຖິງ 7 ຊົ່ວໂມງ ຕໍ່ມື້. ອາທິດໜຶ່ງຮຽນ 5 ມື້ (ວັນຈັນເຖິງ ວັນສຸກ ເລີ່ມແຕ່ເວລາ 17:00 ໂມງ ຫາ 20:30 ໂມງ) ລວມມີ 16 ອາທິດ ຕໍ່ ໜຶ່ງພາກຮຽນ ເຊິ່ງເທົ່າກັບ 320 ຊົ່ວໂມງ ຕໍ່ພາກຮຽນ.

    ແຕ່ຖ້າຫຼັກສູດນີ້ເປີດການຮຽນ-ການສອນເຕັມເວລາ 8 ຊົ່ວໂມງຕໍ່ມື້ ໃນລະບົບວັນເສົາ ແລະ ວັນອາທິດ ແມ່ນເລີ່ມເວລາ 8:00 ໂມງ ຫາ 12:00 ໂມງ ແລະ 13:00 ໂມງ ຫາ 17:00 ໂມງ.

    ນອກຈາກນັ້ນຄຽງຄູ່ກັບການຮຽນ-ການສອນໃນຫ້ອງຮຽນ ຕາມທີ່ກ່າວມານັ້ນແລ້ວ ຫຼັກສູດປະລິນຍາໂທເສດຖະສາດ ສາຂາເສດຖະສາດເງິນຕາ ແລະ ການເງິນພາກລັດ ຍັງຈະຕ້ອງຈັດກິດຈະກຳໄປທັດສະນະສຶກສາທາງພາຍໃນ ຫຼື ຕ່າງປະເທດຢ່າງໜ້ອຍໜຶ່ງຄັ້ງຕໍ່ຊຸດຮຽນ ເພື່ອໃຫ້ຜູ້ສຶກສາໄດ້ນຳໃຊ້ຄວາມຮູ້ທາງທິດສະດີທີ່ຮຽນມາ ສັງເກດ, ວິເຄາະບັນຫາທີ່ປະກົດຂຶ້ນຕົວຈິງ ແລະ ສາມາດເຂົ້າໃຈຢ່າງເລີກເຊິ່ງໃນທາງທິດສະດີ ແລະ ປະຕິບັດຕົວຈິງອີກດ້ວຍ.

    ໄລຍະເວລາການສຶກສາ

    ຫລັກສູດປະລິນຍາໂທເສດຖະສາດເງິນຕາ ແລະ ການເງິນພາກລັດເປັນຫລັກສູດໃຊ້ເວລາຮຽນ 2 ປີ, ເຊິ່ງແບ່ງອອກເປັນ 4 ພາກຮຽນ ແລະ ສາມາດຮັກສາສະຖານະພາບເປັນນັກສຶກສາໄດ້ສູງສຸດບໍ່ເກີນ 1 ປີ (2 ພາກຮຽນ).

    ແຜນການຮຽນ-ການສອນໃນແຕ່ລະພາກຮຽນ, ແຕ່ລະປີ

    ພາກຮຽນທີ 1

    ລະຫັດລາຍວິຊາ

    ລາຍວິຊາ

    ຈ/ນໜ່ວຍກິດ

    80MLP110

    81MEE110

    81MMI110

    81MMA110

    81MQA110

    81MRM110

     

    ແນວທາງການເມືອງຂອງ ສປປ ລາວ

    ພາສາອັງກິດສຳລັບເສດຖະສາດ

    ທິດສະດີເສດຖະສາດຈຸລະພາກຂັ້ນສູງ

    ທິດສະດີເສດຖະສາດມະຫາພາກຂັ້ນສູງ

    ເສດຖະສາດການວິເຄາະປະລິມານ

    ວິທີຄົ້ນຄວ້າວິທະຍາສາດ ແລະ ສະຖິຕິ ສຳຫຼັບເສດ

    ຖະສາດເງິນຕາ ແລະ ການເງິນພາກລັດ

    2(2-0-0)

    2(2-0-0)

    3(2-2-0)

    3(2-2-0)

    2(2-0-0)

    3(2-2-0)

     

    ລວມ

    15(12-6-0)

     

     ພາກຮຽນທີ 2

    ລະຫັດລາຍວິຊາ

    ລາຍວິຊາ

    ຈ/ນໜ່ວຍກິດ

    81MMB110

    81MPE110

    81MAE110

    81MFM110

    81MSE121

    81XXXXXX

    ເສດຖະສາດເງິນຕາ ແລະ ການທະນາຄານຂັ້ນສູງ

    ເສດຖະສາດການເງິນພາກລັດຂັ້ນສູງ

    ເສດຖະມິຕິຂັ້ນສູງ

    ເສດຖະສາດຕະຫຼາດການເງິນ

    ສຳມະນາ  I

    ວິຊາເລືອກທີ 1

    3(2-2-0)

    3(2-2-0)

    3(2-2-0)

    2(2-2-0)

    2(0-0-6)

    2(X-X-X)

    ລວມ

    15(X-X-X)

     

    ພາກຮຽນທີ 3

    ລະຫັດລາຍວິຊາ

    ລາຍວິຊາ

    ຈ/ນ ໜ່ວຍກິດ

    81MMF210

    81MBE210

    81MSE222

    81XXXXXX

    ນະໂຍບາຍເງິນຕາ ແລະ ນະໂຍບາຍງົບປະມານ

    ເສດຖະສາດງົບປະມານແຫ່ງລັດ

    ສຳມະນາ  II

    ວິຊາເລືອກ 2

    2(2-2-0)

    2(2-2-0)

    2(0-0-6)

    2(X-X-X)

    ລວມ

    8(X-X-X)

          

     ພາກຮຽນທີ 4

    ລະຫັດລາຍວິຊາ

    ລາຍວິຊາ

    ຈ/ນ ໜ່ວຍກິດ

    81MTH220

    ວິທະຍານິພົນ

    14

    ລວມ

    14

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu