404: Not Found ປະລິນຍາ​ໂທ​ບໍລິຫານ​ທຸລະ​ກິດ ສາຂາ​ການ​ຕະຫລາດ

    ປະລິນຍາ​ໂທ​ບໍລິຫານ​ທຸລະ​ກິດ ສາຂາ​ການ​ຕະຫລາດ

    ພາສາ​ລາວ 

    ​ປະລິນຍາ​ໂທ​ບໍລິຫານ​ທຸລະ​ກິດ ສາຂາ​ການ​ຕະຫລາດ

    ພາສາ​ອັງກິດ 

    Master of Business Administration Program in Marketing

     

    ຈຸດປະສົງຂອງຫຼັກສູດ

    1. ສ້າງນັກວິຊາການແລະນັກຄົ້ນຄ້ວາດ້ານການຕະຫລາດໃຫ້ມີຄຸນສົມບັດ, ສິນທຳປະຕິວັດແທດ ເໝາະກັບແນວທາງ ການປ່ຽນແປງໃໝ່ຂອງພັກແລະລັດຢ່າງຮອບດ້ານໂດຍສະເພາະແມ່ນ:

    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຈິດໃຈຮັກຊາດຕິດພັນກັບການຮັກລະບອບປະຊາທິປະໄຕ ຍຶດໝັ້ນໃນຈຸດໝາຍສັງຄົມນິຍົມ.
    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄຸນນະທຳ ຈະລິຍະທໍາແລະ ຄວາມຮັບຜິດຊອບຕໍ່ສັງຄົມ ມີຄວາມສຳນຶກໃນການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ.
    1. ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ທາງດ້ານການຕະຫລາດ ໂດຍສະເພາະແມ່ນ:

    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ທາງດ້ານທິດສະດີ ການຕະຫລາດທີ່ສາ ມາດຖ່າຍທອດຄວາມຮູ້ ແລະ ພັດທະນາຄວາມຮູ້ດ້ານການຕະຫລາດໄດ້ຢ່າງມີປະສິດທິພາບ.
    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ກ່ຽວກັບການວິເຄາະສະພາບແວດລ້ອມທາງດ້ານທຸລະກິດໂດຍສະເພາະດ້ານ ການຕະຫລາດ, ການແຂ່ງຂັນທັ້ງຕະຫລາດພາຍໃນ ແລະ ຕ່່າງປະເທດເພື່ອກໍານົດຍຸດທະສາດທາງການແຂ່ງຂັນໃນອົງກອນທຸລະກິດ.
    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ໃໝ່ໆ ດ້ານການຕະຫລາດເພື່ອໄປພັດທະນາອົງກອນທຸລະກິດ ແລະ ໄປປະກອບອາຊິີບອິດສະຫລະໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
    • ເພື່ອສ້າງນັກວິຊາການໃຫ້ເປັນນັກຄົ້ນຄ້ວາວິທະຍາສາດທາງດ້ານການຕະຫລາດ
    1. ເພື່ອສ້າງເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດທາງດ້ານການຕະຫລາດ ໂດຍສະເພາະແມ່ນ:

    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດໃນການວິເຄາະສະພາບທາງການຕະຫລາດ, ວິເຄາະຄູູ່ແຂ່ງຂັນ, ວິເຄາະພຶດຕິກໍາຜູ້ບໍລິໂພກ.
    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດໃນການນໍາທິດສະດີດ້ານການຕະຫລາດໄປນໍາໃຊ້ກັບວຽກງານຕົວຈິງໃນການປະກອບອາຊີບໄດ້ຢ່າງມີປະສິດທິພາບ.
    • ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດໃນການສ້າງຈະກໍາການດ້ານການສົ່ງເສີມການຕະຫລາດ ແລະ ການໂຄສະນາ, ການນໍາສະເໜີຂາຍສິນຄ້າແລະການຄົ້ນຄ້ວາວິໄຈກ່ຽວກັບການຕະຫລາດ.

     

    ເງື່ອນໄຂຂອງຜູ້ເຂົ້າສຶກສາ

    ໂດຍອີງຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂຂອງຜູ້ເຂົ້າສຶກສາຂອງນິຕິກໍາກ່ຽວກັບວຽກງານວິຊາການ ມະຫາວິທະຍາໄລແຫ່ງຊາດໃນມາດຕາ 10 (2013) ແລະມາດຕາ 19ຂໍ້ຕົກລົງວ່າດ້ວຍມາດຕະຖານຫລັກສູດແຫ່ງຊາດ (2011) ວາງອອກນັກສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາການຕະຫລາດ ແລະ ສາຂາວິຊາອື່ນ ໆ ທີ່ໃກ້ຄຽງ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ. ສຳລັບນັກສຶກສາທີ່ມີຄະແນນສະເລ່ຍສະສົມຕ່ຳກວ່າ 3.00 ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ. ສ່ວນນັກສຶກສາທີ່ສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາ ອື່ນໆ ນັ້ນ ຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພື້ນຖານທີ່ຈໍາເປັນໃຫ້ແກ່ການຮຽນໃນຫລັກສູດການຕະຫລາດໂດຍບໍ່ໄດ້ນັບໜ່ວຍກິດເຂົ້າໃນຫຼັກສູດແລະຕ້ອງ​ຈ່າຍ​ຄ່າ​ຮຽນ​ຂອງ​ລາຍ​ວິຊາ​ທີ່ເປັນຄວາມ​ຮູ້​ພື້ນຖານ​ວິຊາການຕະຫລາດຕ່າງຫາກ, ຊຶ່ງ​ບໍ່​ລວມເອົາ​ຄ່າ​ໃຊ້​ຈ່າຍ​ໃນການ​ຮຽນ​ຕາມ​ຫລັກສູດຂອງສາຂາການຕະຫລາດ.

    ວິທີການຄັດເລືອກຜູ້ເຂົ້າສຶກສາ

    ນັກ​ສຶກສາ​ທີ່​ຈະ​ເຂົ້າ​ສຶກສາ​ປະລິນຍາ​ໂທບໍລິຫານ​ທຸລະ​ກິດສາຂາ​ການ​ຕະຫລາດເລືອກຕາມເອກະສານຄໍາຮ້ອງໂດຍຜ່ານການສອບເສັງຂຽນແລະສອບສຳພາດ ໂດ​ຍຄະນະ​ຮັບຜິດຊອບ​ຫລັກສູດ​ຊຶ່ງ​ປະກອບ​ດ້ວຍ​ຜູ້​ບໍລິຫານ​ຂອງ​ຄະນະເສດຖະສາດ​ແລະ​ບໍລິຫານ​ທຸລະ​ກິດ, ຄະນະ​ຜູ້ຕາງໜ້າຫ້ອງການ​ຄົ້ນຄວ້າ​ແລະ​ຫລັງ​ປະລິນຍາ​ຕີຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ, ປະກອບ​ເປັນທີ​ມງານ​ຫລັກ​ຂອງ​ທີ​ມງານ​ຄັດ​ເລືອກ, ຈາກ​ນັ້ນຄະນະ​ຮັບຜິດຊອບ​ການ​ຄັດ​ເລືອກ​ຈະລາ​ຍງານ​ໃຫ້​ມະຫາວິທະຍາ​ໄລ​ແຫ່ງ​ຊາດຮັບ​ຊາບ​ແລະ​ຂໍອະນຸມັດຕາມ​ລະບຽບ​ຫລັກການ​ຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ແລະ​ ກະຊວງ​ສຶກສາ​ທິການແລະກິລາ. ວິຊາທີ່ສອບເສັງຂຽນມີ 5 ວິຊາດັ່ງນີ້:

    1. ຄວາມຮູ້ທົ່ວໄປກ່ຽວກັບວິຊາບໍລິຫານທຸລະກິດ
    2. ຄວາມຮູ້ທົ່ວໄປກ່ຽວກັບວິຊາການເງິນ
    3. ຄວາມຮູ້ທົ່ວໄປກ່ຽວກັບວິຊາບັນຊີ
    4. ຄວາມຮູ້ທົ່ວໄປກ່ຽວກັບວິຊາການຕະຫລາດ
    5. ພາສາອັງກິດສຳຫລັບການຕະຫລາດ

    ການຈັດຕັ້ງການຮຽນ-ການສອນ

    ​ເປັນ​ຫລັກສູດ​ທີ່ຮຽນ​ເສົາ ແລະອາທິດແລະຈັດ​ຕັ້ງ​ການ​​ຮຽນ​-ການ​ສອນເປັນ​ໜ່ວຍ​ກິດໃນ 4 ພາກຮຽນ (2 ປີ). ​ແຕ່​ລະ​ພາກຮຽນ ຮຽນ 20 ອາທິດ (ຮຽນ​ຕົວ​ຈິງ 16 ອາທິດ, ​ແຮ 1 ອາທິດ​, ສອບ​ເສັງ 2 ອາທິດ, ພັກ​ພາກຮຽນ 1 ອາທິດ)          ​​​ເວລາ​ຮຽນແມ່ນ 8:00-12:00ໂມງ ແລະ 13:00-17:00ໂມງ ຂອງວັນເສົາແລະອາທິດ. ຄຽງຄູ່ກັບການຮຽນ-ການສອນໃນຫ້ອງຮຽນແລ້ວຍັງຈະຕ້ອງຈັດກິດຈະກໍາໄປທັດສະນະສຶກສາທາງພາຍໃນຫລືຕ່າງປະເທດຢ່າງຫນ້ອຍຫນຶ່ງຄັ້ງຕໍ່ຫນຶ່ງຊຸດຮຽນ

    ໄລຍະເວລາການສຶກສາ

    ໄລຍະ​ເວລາ​ຮຽນ​ຕ່ຳ​ສຸດ 4 ພາກຮຽນ (2 ປີ) ​ແລະ ​ສູງ​ສຸດ​ບໍ່​ເກີນ 6 ພາກຮຽນ (3 ປີ)

     

    ແຜນການຮຽນ-ການສອນໃນແຕ່ລະພາກຮຽນ, ແຕ່ລະປີ

             ພາກຮຽນທີ I                                                                (ຈໍານວນ 13 ໜ່ວຍກິດ)

     

    ລະຫັດວິຊາ

    ລາຍວິຊາໃນຫລັກສູດ

     

    ໜ່ວຍ​ກິດ

    ພາກຮຽນທີ I

    80MLP110

    ​ແນວທາງ​ການ​​ເມືອງ​ຂອງ ສ.ປ.ປ. ລາວ   

    2(2-0-0)

    82MMC111

    ​ພາສາ​ອັງກິດ​ສໍາລັບ​ການ​ສື່ສານ​ທາງການຕະຫລາດ

    2(2-0-0)

    82MMR111

    ວິທີຄົ້ນຄວ້າວິທະຍາສາດແລະສະຖິຕິສຳຫລັບການຕະຫລາດ

    3(2-2-0)

    84MMA111

    ການບັນຊີບໍລິຫານ

    3(2-2-0)

    82MHR111

    ການບໍລິຫານຊັບພະຍາກອນມະນຸດແລະພາວະຜູ້ນຳ

    3(2-2-0)

    ລວມພາກຮຽນທີ I

    13(10-6-0)

     

    ພາກຮຽນທີ II                                                (ຈໍານວນ 15 ໜ່ວຍກິດ)

     

    ລະຫັດວິຊາ

    ລາຍວິຊາໃນຫລັກສູດ

     

    ໜ່ວຍ​ກິດ

    ພາກຮຽນທີ II

    82MAD111

    ການ​ບໍລິຫານ​ການ​ຕະຫຼາດ​ຂັ້ນ​ສູງ  

    3(2-2-0)

    83MFM111

    ການ​ບໍລິຫານ​ການ​ເງິນ  

    3(2-2-0)

    82MCB111

    ພຶດຕິ​ກໍາ​ຜູ້​ບໍລິ​ໂພ​ກ  

    3(2-2-0)

    82MPA111

    ການສົ່ງເສີມການຕະຫຼາດແລະການໂຄສະນາ  

    2(2-0-0)

    80XXXXXX

    ວິຊາ​ເລືອກ 1                                      

    2(2-0-0)

    82MSE231

    ສໍາມະນາ I

    2(0-0-6)

     

    ລວມພາກຮຽນທີ II

    15(10-6-6)

     

    ພາກຮຽນທີ III                                             (ຈໍານວນ 10 ໜ່ວຍກິດ)

    ລະຫັດວິຊາ

    ລາຍວິຊາໃນຫລັກສູດ

     

    ໜ່ວຍ​ກິດ

    ພາກຮຽນທີ III

    82MBR211

    ການ​ບໍລິຫານຍຸດ​ທະ​ສາດ​ກາ​ຍີ່​ຫໍ້

    2(2-0-0)

    82MGM211

    ການຕະຫຼາດ​ລະດັບໂລກ        

    2(2-2-0)

    82MCR211

    ການບໍລິຫານຄວາມສໍາພັນກັບລູກຄ້າ  

    2(2-2-0)

    82XXXXXX

    ວິຊາ​ເລືອກ 2  

    2(2-0-0)

    82MSE232

    ສໍາມະນາ II

    2(0-0-6)

     

    ລວມພາກຮຽນທີ III

    10(8-4-6)  

     

    ພາກຮຽນທີ IV                                                      (ຈໍານວນ 14 ໜ່ວຍກິດ)

     

    ລະຫັດວິຊາ

    ລາຍວິຊາໃນຫລັກສູດ

     

    ໜ່ວຍ​ກິດ

    ພາກຮຽນທີ IV

    82MTH231

    ​ວິທະຍາ​ນິພົນ 

    14

     

    ລວມພາກຮຽນທີ IV

    14

     

     

     

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu