404: Not Found ຫຼັກສູດປະລິນຍາເອກເສດຖະສາດ

    ຫຼັກສູດປະລິນຍາເອກເສດຖະສາດ

         ຫຼັກສູດ ປະລິນຍາ​ເອກ​​ເສດຖະສາດ,

         Curriculum of the Doctoral Philosophy of Economics                                                                

    ຊື່​ຫລັກ​ສູດ                                                                      
    • ພາສາ​ລາວ: ​ປະລິນຍາ​​ເອກ​​ເສດຖະສາດ,
    • ພາສາ​ອັງກິດ: Doctor of Philosophy Program in Economics
    • ຂຽນຫຍໍ້ພາສາ​ອັງກິດ: PhD. Econ
    • ຂຽນຫຍໍ້ພາລາວ: ປອ​ສ
     ຊື່​ປະກາສະນິຍະບັດ
    • ພາ​ສາລາວ: ​ປະລິນຍາ​​ເອກ​​ເສດຖະສາດ
    • ຊື່​ເປັນ​ພາສາ​ອັງກິດ: Doctor of Philosophy Program in Economics
    • ຂຽນຫຍໍ້ພາສາ​ອັງກິດ: PhD. Econ
    • ຂຽນຫຍໍ້ພາລາວ: ປອ​ສ

     ໜ່ວຍ​ງານຮັບຜິດຊອບ

    • ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ
    • ເບີ​​ໂທ ຫ້ອງການ:  021 770067
    • ຜູ້ຮັບຜິດຊອບ:    ພະ​ແນ​ກການສຶກສາຫຼັງປະລິນຍາ​ຕີ ແລະ ພາກວິຊາເສດຖະສາດ

     

       ປັດ​ຊະ​ຍາ

              ຫຼັກສູດປະລິນຍາ​ເອກເສດຖະສາດ ສ້າງຂຶ້ນບົນພື້ນຖານ 3 ລັກສະນະ, 5 ຫຼັກມູນ ຕາມນະໂຍບາຍທີ່ກະຊວງສຶກສາທິການ ແລະ ກິລາ, ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຕາມແນວທາງການປ່ຽນແປງໃໝ່  ຂອງພັກ ແລະ ລັດວາງອອກ, ໂດຍແນໃສ່:

    • ສ້າງບຸກຂະລາກອນທີ່ມີຄວາມຮູ້ທາງດ້ານເສດຖະສາດໃນລະດັບສູງ ທີ່ສາມາດນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການພັດທະນາປະເທດຊາດຕາມແນວທາງຂອງພັກ-ລັດວາງອອກຢ່າງມີປະສິດທິພາບ.
    • ສ້າງນັກວາງແຜນເສດຖະກິດລະດັບສູງ ເຊິ່ງມີຄວາມຮູ້ທາງດ້ານທິດສະດີເສດຖະສາດທີ່ໜັກແໜ້ນ ແລະ ມີຄວາມສາມາດນຳໃຊ້ຄວາມຮູ້ດັ່ງກ່າວ ເພື່ອວິເຄາະບັນຫາເສດຖະກິດທີ່ມີການປ້ຽນແປງ ທັງໃນປັດຈຸບັນ ແລະໃນອານາຄົດໄດ້.
    • ສ້າງ​ນັກ​ຄົ້ນຄວ້າ​ ແລະ ນັກວິຊາການທາງ​ດ້ານ​ເສດຖະສາດ ສາມາດເຮັດການຄົ້ນຄ້ວາວິທະຍາສາດ ແລະ ສ້າງນະໂຍບາຍສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ໃນຍຸກທີ່ມີການ ເຊື່ອມໂຍມກັບພາກພື້ນ.
    ຈຸດປະສົງ​ຂອງ​ຫຼັກສູ​ດ

              ການສ້າງຫຼັກສູດປະລິນຍາເອກເສດຖະສາດ ແມ່ນອີງຕາມຄວາມຮຽກຕ້ອງການຂອງການພັດທະນາເສດ ຖະກິດໃນປັດຈຸບັນ, ຖືກອອກແບບມາເພື່ອແນ່ໃສ່ສ້າງບຸກຂະລາກອນໃຫ້ເປັນ:

    • ນັກເສດຖະສາດທີ່ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະລະດັບສູງ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ເພື່ອຕອບສະໜອງກັບຄວາມຕ້ອງການຕະຫຼາດແຮງງານທີ່ຫຼາກຫຼາຍທັງພາກລັດຖະບານ, ເອກະຊົນ ແລະ ອົງການສາກົນ.
    • ນັກຄົ້ນຄ້ວາ ແລະ ນັກວາງ​ແຜນ​ເສດຖະກິດ​​ໃຫ້​ສາມາດ​ນຳ​ໃຊ້​ທິດ​ສະ​ດີ​ເສດຖະສາດລະດັບ​ສູງ ​ເພື່ອເປັນ​ເຄື່ອງມື​ໃນ​ການວາງ​ແຜ​ນ​​ພັດ​ທະນາ​ເສດຖະກິດ​​-ສັງຄົມ​ທີ່ສອດຄ່ອງ​ກັບ​ສະພາບການປ່ຽນແປງໃນແຕ່ລະໄລຍະ.
    • ນັກຄົ້ນຄ້ວາທີ່ມີທັກສະໃນການນຳໃຊ້ເຕັກນິກປະລິມານ ແລະ ຄຸນນະພາບ ເຂົ້າໃນການວິເຄາະເສດຖະກິດ-ສັງຄົມ ເພື່ອໃຫ້ໄດ້ມາເຊິ່ງການແກ້ໄຂບັນຫາໄລຍະສັ້ນ ແລະ ຍາວຂອງປະເທດໄດ້ຢ່າງມີປະສິດທິພາບ.
    • ສ້າງບຸກຄະລາກອນ ແລະ ນັກວິຊາການທີ່ມີທັກສະຄວາມເປັນຜູ້ນຳໃນການປະຕິບັດງານດ້ານການພັດທະນາເສດ ຖະກິດ-ສັງຄົມ ໂດຍຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທຳ ແລະ ປະຕິບັດວຽກງານສອດຄ່ອງກັບກົດໝາຍ ຂອງປະເທດ.
    ຜົນການຮຽນຮູ້ຂອງຫຼັກສູດ

    ພາຍຫຼັງທີ່ນັກສຶກສາສຳເລັດການສຶກສາໃນຫຼັກສູດປະລິນຍາເອກເສດຖະສາດ ແມ່ນສາມາດຮັບປະກັນ 4 ດ້ານ:

        (1) ດ້ານຄວາມຮູ້
    • PLO1: ຄົ້ນຄ້ວາທິດສະດີ ແລະ ຫຼັກການເສດຖະສາດໄດ້ຢ່າງຊຳນານ ອີງຕາມສະພາບແວດລ້ອມຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.
    • PLO2:  ຜັນຂະຫຍາຍ ນະໂຍບາຍ,  ຍຸດທະສາດ ແລະ ກົດໝາຍຕ່າງໆ ທີ່ຕິດພັນກັບການການພັດທະເສດຖະກິດ- ສັງຄົມ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
        (2) ດ້ານຄວາມສາມາດໃນການນຳໃຊ້
    • PLO3: ວິເຄາະ ວິຊາການທາງດ້ານປະລິມານ ແລະ ຄຸນນະພາບ ໃນຂົງເຂດການພັດທະນາເສດຖະກິດ ແລະ ວາງແຜນໄດ້ຢ່າງມີຫຼັກການ, ຄ່ອງແຄ້ວ ພ້ອມທັງມີວິທະຍາສາດໃນລະດັບສູງ.
    • PLO4: ປະເມີນ ຜົນກະທົບຂອງນະໂຍບາຍພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານໄດ້ຢ່າງມີປະສິດທິພາບ ທັງໃນໄລຍະສັ້ນ ແລະ ຍາວ.
    • PLO5:  ພັດທະນາ ຜົນການຄົ້ນຄ້ວາວິທະຍາສາດ ເພື່ອສ້າງເປັນນະໂຍບາຍ ແລະ ວາງແຜນພັດທະນາເສດຖະ ກິດ-ສັງຄົມ ໄດ້ຢ່າງມີປະສິດທິພາບ ແລະ ສອດຄ່ອງກັບສະພາບຕົວຈິງ.
        (3) ດ້ານທັກສະ
    • PLO6:  ນຳໃຊ້ ທັກສະທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ  ແລະ  ພາສາຕ່າງປະເທດຢ່າງຊຳນານ ເພື່ອສະໜັບ ສະໜູນ ການພັດທະນາເສດຖະກິດ-ສັງຄົມ ແບບມືອາຊີບ ແລະ ທັງຮັບປະກັນການຮຽນຮູ້ຕະຫຼອດຊີວິດ.
    • PLO7: ປັບໃຊ້ ທັກສະການເປັນຜູ້ນໍາ, ເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ສາມາດແກ້ໄຂ ບັນຫາຕົວຈິງໄດ້ຢ່າງມີປະສິດທິພາບ.
        (4) ດ້ານຄວາມສາມາດທາງສັງຄົມ
    • PLO8: ໃຫ້ຄຳປຶກສາ ກ່ຽວກັບວຽກງານການພັດທະນາເສດຖະກິດ-ສັງຄົມ ຢ່າງມີຫຼັການ, ມີຈັນຍາບັນ ແລະ ມີ ຄວາມຮັບຜິດຊອບສູງຕໍ່ສັງຄົມ.
    • PLO9:  ປະຕິບັດ ໜ້າທີ່ວຽກງານດ້ວຍມະນຸດສຳພັນທີ່ດີ, ມີຄວາມສອດຄ່ອງກັບລະບຽບກົດໝາຍ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງານຂອງຊາດ.
    ການຄັດເລືອກຜູ້ເຂົ້າສຶກສາ

    ຜູ້​ທີ່ຈະ​ເຂົ້າ​ສຶກສາ​​ໃນ​ລະດັບປະລິນຍາ​ເອກ​​ເສດຖະສາດ ຈະຕ້ອງ​ຜ່ານ​ການ​ຄັດ​ເລືອກ​ດ້ວຍ​ການ​ສອບ​ເສັງ​ວິຊາດັ່ງ​ນີ້:

    • ຄວາມ​ຮູ້​ກ່ຽວ​ກັບ​ເສດຖະສາດ ​ແລະ ຄະນິດສາດ
    • ​​ການ​ສຳພາດ​ຈາກ​ຄະນະ​ກຳມະການ​ທີ່​ຮັບຜິດຊອບ

    ຈາກ​ນັ້ນຄະນະ​ຮັບຜິດຊອບ​ການ​ຄັດ​ເລືອກ ​ຈະລາຍງານ​ໃຫ້​ມະຫາວິທະຍາ​ໄລ​ແຫ່ງ​ຊາດຮັບ​ຊາບ​ ແລະ​ ຂໍອະນຸ ມັດຕາມ​ລະບຽບ​ຫລັກການ ຂອງມະຫາວິທະຍາ​ໄລແຫ່ງ​ຊາດວາງ​ອອກ.

    ການຈັດຕັ້ງການຮຽນການສອນ

    ຫຼັກສູດ​ປະລິນຍາ​ເອກ​ເສດຖະສາດ ເປັນ​ຫລັກສູດ​ທີ່ຮຽນ​ເຕັມ​ເວລາ, ຈັດ​ຕັ້ງ​ການ​​ຮຽນ​-ການ​ສອນເປັນພາສາລາວ ແລະ ຮຽນເປັນລະບົບໜ່ວຍກິດ, ເຊິ່ງປະກອບມີ 6 ພາກຮຽນ  (3 ປີ), ​ໂດຍ​ແຕ່​ລະ​ພາກຮຽນ ມີ​ການຈັດ ຕັ້ງການ​ຮຽນ-ການ​ສອນ 20 ອາທິດ. ​ໃນ​ນີ້, ຮຽນ​ຕົວ​ຈິງ 16 ອາທິດ, ​ແຮ 1 ອາທິດ​, ສອບ​ເສັງ 1 ອາທິດ, ​ແລະ ພັກ​ພາກຮຽນ 2 ອາທິດ, ການຈັດຕັ້ງການ​ຮຽນ-ການສອນ​ແມ່ນ​ວັນ​ເສົາ ​ແລະ​ ວັນ​ອາທິດ ​ໂດຍ​ເລີ່​ມ​ແຕ່ 8:00 ຫາ 17:00 ​ໂມງ ​ເຊິ່ງ​ຈະ​ມີ​ການ​ຮຽນຕົວ​ຈິງ​ຈໍານວນ 16 ອາທິດ. ຖ້ານັກ​ສຶກສາຜູ້​ໃດ​ຫາກເສັງ​ຕົກ​ຈະ​ຕ້ອງ​ເກັບ​ຄະ​ແນນ​ຄືນ​ໃນ​ພາກຮຽນ​​ທີ 3 ​ຊ່ວງ​ເວລາພັກ​ແລ້ງ. ຄຽງຄູ່​ກັບ​ການ​ຮຽນ-ການ​ສອນ​ໃນ​ຫ້ອງ​ຮຽນ​ແລ້ວ ຍັງ​ຈະ​ຕ້ອງ​ຈັດ​ກິດ​ຈະ​ກຳ​ໄປ​ທັດ​ສະ​ນະ​ສຶກ​ສາ ທາງ​ພາຍ​ໃນ ຫຼື ຕ່າງ​ປະ​ເທດ ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ​ຕໍ່​ໜຶ່ງ​ຊຸດ​ຮຽນ.

    ໄລຍະເວລາສຶກສາ

    ຫຼັກສູດ​ປະລິ​ຍາ​ເອກ​​ເສດຖະສາດ ມີໄລຍະ​ເວລາ​ຮຽນ​ຕ່ຳ​ສຸດ  3 ປີ (6 ພາກຮຽນ) ​ແລະ ສູງ​ສຸດ​ບໍ່​ເກີນ 5 ປີ (10 ພາກຮຽນ). ສະນັ້ນ, ​ຖ້າ​ນັກສຶກສາບໍ່ສາມາດ​ຈົບ​ການສຶກສາພາຍ​ໃນ 3 ປີໄດ້, ຕ້ອງໄດ້ລົງທະບຽນຮັກສາສະຖານະພາບນັກສຶກສາໄດ້ຕື່ມອີກ 2 ປີ, ຖ້ານັກສຶກສາບໍ່ສາມາດຈົບພາຍໃນ 5 ປີ ຈະ​ຖື​ວ່າ​ພົ້ນສະພາບ​ຈາກ​ການ​ເປັນ​ນັກ​ສຶກສາ​ປະລິນ​ເອກ​ເສດຖະສາດ, ​ເວັ້ນ​ເສຍ​ແຕ່​ມີ​ເຫດຜົນທີ່​ເໝາະສົມ​ ​ຊຶ່ງ​​ໄດ້ຮັບການ​ຢັ້ງຢືນຈາກ​ຄະນະ​ຮັບຜິດ ຊອບ ​ແລະ ​ອະນຸມັດຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ.

    ເງື່ອນໄຂການສຳເລັດການສຶຶກສາປະລິນຍາເອກເສດຖະສາດ

    1. ນັກສຶກສາຕ້ອງໄດ້ສຳເລັດການຮຽນ-ການສອນຄົບທຸກລາຍວິຊາທີ່ໄດ້ກຳນົດໄວ້ໃນຫຼັກສູດ ແລະ ມີຄະແນນສະເສ່ຍບໍ່ຕໍ່າກວ່າເກນທີ່ໄດ້ກຳນົດໄວ້
    2. ນັກສຶກສາຈະຕ້ອງໄດ້ເຂົ້າຮ່ວມການນຳສະເໜີກບົດຄົ້ນຄວ້າຂອງຕົນໃນກອງປະຊຸມວິທະຍາສາດ ຢ່າງໜ້ອຍ ພາຍໃນ 1 ຄັ້ງ, ແລະ ລະດັບສາກົນ 1 ຄັ້ງ.
    3. ນັກສຶກສາຕ້ອງໄດ້ຮັບການຕີພິມບົດຄົ້ນຄວ້າຂອງຕົນເອງລົງໃນວາລະສານ ຢ່າງໜ້ອຍ ພາຍໃນ 1 ສະບັບ ແລະ ສາກົນທີ່ໄດ້ຂື້ນ Index ໃນຖານຂໍ້ມູນ SCOPUS 1 ບົດ.
    4. ນັກສຶກສາຕ້ອງໄດ້ສຳເລັດ ແລະ ຖືກຮັບຮອງຜ່ານການປ້ອງກັນຈາກຄະນະກຳມະການຜູ້ຊົງຄຸນວຸດທິທັງພາຍໃນ ແລະ ພາຍນອກສະຖາບັນ ທຸກຂັ້ນຕອນ.

    ແຜນການສອນຫຼັກສູດປະລິນຍາເອກເສດຖະສາດ

     ໜວດ​ວິຊາ​ບັງຄັບ

    /

    ລະຫັດ​ວິຊາ

    ຊື່​ວິຊາ

    ຈ/ນ ໜ່ວຍກິດ

    1

    82AMI111

    ທິດ​ສະ​ດີ​ເສດຖະສາດ​ຈຸ​ລະ​ພາກ​ຂັ້ນສູງ

    (Advanced Microeconomics Theory)

    3(3-0-6)

     

    2

    82AMA112

    ທິດ​ສະ​ດີ​ເສດຖະສາດ​ມະຫາ​ພາກ​ຂັ້ນສູງ

    (Advanced Macroeconomics Theory)

    3(3-0-6)

    3

    82AEM113

    ​ເສດຖະມິ​ຕິຂັ້ນສູງຂັ້ນສູງ

    (Advanced Econometrics)

    3(3-0-6)

    4

    82ARM114

    ວິທີ​ຄົ້ນຄ້ວາວິທະຍາສາດຂັ້ນສູງ

    (Advanced Research Methodology)

    3(3-0-6)

    5

    82AET115

    ທິດສະດີເສດຖະສາດພັດທະນາຂັ້ນສູງ

    (Advanced Economics Development Theory)

    3(3-0-6)

    6

    82SWD221

    ສຳ​ມະ​ນາ​ການຂຽນວິທະຍານິພົນ I

    (Seminar for Writing Dissertation I)

    2(2-0-4)

     

    7

    82SWD222

    ສຳ​ມະ​ນາ​ການຂຽນວິທະຍານິພົນ II

    (Seminar for Writing Dissertation II)

    2(2-0-4)

    8

    82SWD323

    ສຳ​ມະ​ນາ​ການຂຽນວິທະຍານິພົນ III

    (Seminar for Writing Dissertation III)

    2(2-0-4)

    9

    82SWD324

    ສຳ​ມະ​ນາ​ການຂຽນວິທະຍານິພົນ IV

    (Seminar for Writing Dissertation IV)

    2(2-0-4)

    ລວມ

    23(23-0-46)

             

    13.1.2 ໝວດ​ວິຊາ​ເລືອກ

     

    ລ/ດ

    ລະຫັດ​ວິຊາ

    ຊື່​ວິຊາ

    ຈ/ນ ໜ່ວຍກິດ

    1

    82ATA116

    ການວິເຄາະຂໍ້ມູນອະນຸກົມເວລາຂັ້ນສູງ

    (Advanced Time Serries Data Analysis)

    3(3-0-6)

    ລວມ

       3(3-0-6)

    ການ​ຂຽນ​ບົດ​ວິທະຍາ​ນິພົນ (Dissertation)

    ລ/ດ

    ລະຫັດ​ວິຊາ

    ຊື່​ວິຊາ

    ຈ/ນ ໜ່ວຍກິດ

    1

    82WTD331

    ຂຽນ​ບົດ​ວິທະຍາ​ນິພົນ (Writing the Dissertation)

    36(0-0-36)

    ລວມ

    36(0-0-36)

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu