ສະໝັກສອບເສັງ ປະລິນຍາໂທ ສົກຮຽນ 2024-2025

ລາຍລະອຽດຂອງການສະໝັກ ເງື່ອນໄຂຮັບສະໝັກ ຕ້ອງຈົບການສຶກສາລະດັບປະລິນຍາຕີ (ບໍ່ຈຳກັດສາຂາທີ່ຈົບ). ມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ສາມາດສື່ສານໄດ້. ຜູ້ສະໝັກທີ່ສຳເລັດການສຶກສາລະດັບປະລິນຍາຕີໃໝ່ ຕ້ອງມີໃບປະກາດ ແລະ ຕ້ອງມີຄະເເນນສະເລ່ຍ ສະສົມ (CGPA) ເທົ່າກັບ 3.00

 ຂຶ້ນໄປ (ສຳລັບນັກສຶກສາປີສຸດທ້າຍ ຕ້ອງມີໃບຢັ້ງຢືນຈາກສະຖາບັນການສຶກສາ ວ່າຈະຈົບໃນທ້າຍສົກຮຽນນີ້). ຜູ້ສະໝັກທີ່ມີຄະແນນສະເລ່ຍສະສົມ (CGPA) ລະດັບປະລິນຍາຕີ ບໍ່ເຖິງ 3.00 ຕ້ອງມີປະສົບການໃນການເຮັດວຽກໃນສາຂາທີ່ກ່ຽວຂ້ອງ ຢ່າງໜ້ອຍ 2 ປີ. ຜູ້ສະໝັກຕ້ອງມີສຸຂະພາບແຂງແຮງ ແລະ ຮ່າງກາຍສົມບູນດີ. ດາວໂຫຼດລາຍລະອຽດກ່ຽວກັບຫຼັກສູດ, ແຜນການຮຽນ, ຄ່າຮຽນ ແລະ ອື່ນໆ ດາວໂຫຼດທີ່ນີ້ ເອກະສານປະກອບໃນການສະໝັກ ບັດເຂົ້າຫ້ອງສອບເສັງ ( ຕິດຮູບພ້ອມ ) 1 ສະບັບ. ດາວໂຫຼດໄດ້ທີ່ນີ້ ສຳເນົາໃບປະກາດປະລິນຍາຕີ ເເລະ ໃບຄະເເນນ ( ສຳເນົາສີ ) 4 ສະບັບ. (ໝາຍເຫດ: ສຳລັບໃບປະກາດ ແລະ ໃບຄະແນນ ຕ້ອງໄດ້ຢັ້ງຢືນຄວາມຖືກຕ້ອງຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ).  ຊີວະປະຫວັດເຊັນນາຍບ້ານ (ເປັນເພົາ 4 ໜ້າ ) 4 ສະບັບ. ( ຖ້າເປັນພະນັກງານລັດ ໃຫ້ສໍາເນົາສີປະຫວັດລັດຖະກອນ 4 ສະບັບ) ໃບຢັ້ງຢຶນທີ່ຢູ່ 4 ໃບ ໃບອະນຸມັດຈາກກົມກອງ ( ກໍລະນີເປັນພະນັກງານ ) 4 ໃບ ດາວໂຫຼດໄດ້ທີ່ນີ້ ຮູບຂະໜາດ 3x4 ຈຳນວນ 2 ໃບ ແບບຟອມການສະໝັກອອນລາຍ ພາຍຫຼັງທີ່ທ່ານໄດ້ສຶກສາຂໍ້ມູນກ່ຽວກັບການລົງທະບຽນສອບເສັງ ແລະ ກະກຽມເອກະສານຕາມເງື່ອນໄຂຂ້າງເທິງແລ້ວ ກະລຸນາປະກອບຂໍ້ມູນລົງທະບຽນທີ່ນີ້ ພາຍຫຼັງສຳເລັດການສະໝັກສອບເສັງອອນລາຍແລ້ວ, ຂັ້ນຕອນຕໍ່ໄປແມ່ນໃຫ້ທ່ານນຳສົ່ງເອກະສານການສະໝັກຕາມເງື່ອນໄຂຂ້າງເທິງໃຫ້ພະແນກການສຶກສາຫຼັງປະລິນຍາຕີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ເລີ່ມແຕ່ວັນທີ 10-25/07/2024

Main Menu