ພິທີມອບຮັບລາງວັນໃຫ້ແກ່ນັກສຶກສາຜູ້ຊະນະໃນການແຂ່ງຂັນ Student Business Pitch ທີ່ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ

ທ່ານທູດປີເຕີ ໄດ້ມອບລາງວັນໃຫ້ແກ່ນັກສຶກສາຜູ້ຊະນະໃນການແຂ່ງຂັນ Student Business Pitch ທີ່ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ເປັນທີ່ໜ້າສົນຫຼາຍທີ່ເຫັນນ້ອງໆນັກຮຽນຄົ້ນຄິດວິທີແກ້ໄຂບັນຫາທາງທຸລະກິດໃໝ່ໆ ເພື່ອແກ້ໄຂບັນຫາຄວາມທ້າທາຍຂອງການພັດທະນາ. ພວກເຮົາຂໍໃຫ້ນ້ອງໆຈົ່ງປະສົບຜົນສຳເລັດໃນທຸລະກິດໃໝ່ຂອງພວກເຂົາ. ພ້ອມນັ້ນ, ມະຫາວິທະຍາໄລແຫ່ງຊາດ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ #ທ່ານທູດປີເຕີ ສຳລັບການປະຕິບັດໜ້າທີ່ທີ່ຫ້າວຫັນ ແລະ ປະກອບສ່ວນໃນການຮ່ວມມືດ້ານການສຶກສາ ແລະ ການສະໜັບສະໜູນຕ່າງໆໃນຊ່ວງເວລາທີ່ປະຈຳການຢູ່ ສປປ ລາວ ແຕ່ປີ 2020-2023.
 

Main Menu