3 ຫຼັກສູດປະລິນຍາຕີ ຂອງ ຄສບ ໄດ້ຮັບການປະເມີນຕາມາດຕະຖານຂອງ AUN

ວັນທິ19 ທັນວາ2023 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ

ໄດ້ມີການຈັດກອງປະຊຸມການປະເມີນຄຸນະພາບ ລະດັບຫຼັກສູດຜ່ານເຄືອຂ່າຍມະຫາວິທະຍາໄລອາຊຽນ ຄັ້ງທີ 369 .

ໃຫ້ກຽດເປັນປະທານງານໂດຍທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະ ຍັງມີຄູ-ອາຈານ ແລະ ນັກສຶກສາປີ1-ປີ4 ຈຳນວນໜຶ່ງເຂົ້າຮ່ວມງານ

ເຊິ່ງການປະເມີນຄັ້ງນີ້ມີ 3 ຫຼັກສູດດັ່ງນີ້:

1.ຫຼັກສູດເສດຖະສາດການພັດທະນາ ແລະ ການວາງແຜນ

2.ຫຼັກສູດບໍລິຫານທຸລະກິດ

3.ຫຼັກສູດການຄ້າ

ວາລະງານແມ່ນຈະໄດ້ດຳເນີນໄປເປັນເວລາ 3 ວັນ 19-21 ເດືອນ ທັນວາ 2023.

 

 

 

Main Menu