ມຊ ມີຄວາມພ້ອມຮອບດ້ານ ໃນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສົກ 2021-2022

ທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ຊີ້ນໍາວຽກງານວິຊາການໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ສິງຫາ 2021 ນີ້ວ່າ: ມາຮອດປັດຈຸບັນ ມຊ ມີຄວາມພ້ອມຮອບດ້ານຮອງຮັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສົກສຶກສາ 2021-2022, ຍ້ອນສະພາບການແພ່ລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ຖືກເລື່ອນມາຈາກວັນທີ 7 ສິງຫາ 2021 ທີ່ຄາດໄວ້ໃນເບື້ອງຕົ້ນ ໄປເປັນວັນເສົາວັນທີ 11 ກັນຍາ 2021.

ທ່ານກ່າວອີກວ່າ: ມຊ ໄດ້ມີການວາງແຜນຈັດການສອບເສັງຢ່າງລະອຽດບໍ່ວ່າຈະເປັນດ້ານໂປຣແກມລົງທະບຽນແມ່ນນໍາໃຊ້ຮູບແບບອອນລາຍ ເຊິ່ງໄດ້ເລີ່ມເປີດຮັບສະໝັກ ມາແຕ່ວັນທີ 18 ສິງຫາ 2021 ແລະ ຈະປິດຮັບສະໝັກໃນວັນທີ 8 ກັນຍາ 2021, ເຊິ່ງຄະນະຮັບຜິດຊອບແມ່ນມອບໃຫ້ພະນັກງານສູນໄອທີຕິດຕາມເບິ່ງແຍງລະບົບຢ່າງໃກ້ຊິດເພື່ອຮັບປະກັນໃຫ້ໄດ້ 100%; ດ້ານສະຖານທີ່ອອກບັດອະນຸຍາດສອບເສັງໃຫ້ນັກສຶກສາໄດ້ມີການຈັດສັນບ່ອນເຮັດວຽກຢ່າງລະອຽດ, ຄວບຄູ່ກັບມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ເລີ່ມອອກບັດໃຫ້ຜູ້ສະໝັກສອບເສັງ ແຕ່ວັນທີ 23 ສິງຫາ 2021 ຫາວັນທີ 8 ກັນຍາ 2021; ດ້ານສະຖານທີ່ສອບເສັງຄະນະກໍາມະການໄດ້ກະກຽມວາງແຜນຈັດນັກສຶກສາເຂົ້າສອບເສັງຢ່າງລະອຽດ ໂດຍຈະຈັດເຂົ້າເສັງຫ້ອງລະ 20 ຄົນສູງສຸດ ເອກະພາບກັນໝົດທຸກຫ້ອງ, ເພື່ອຫຼີກລ່ຽງຄວາມແອອັດ ແລະ ໄດ້ກໍານົດຈຸດສອບເສັງໄວ້ດັ່ງນີ້:

ກຸ່ມ A ສາຍທໍາມະຊາດຈະສອບເສັງຢູ່ 4 ຈຸດຄື: 1. ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ; 2. ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ; 3. ຄະນະສຶກສາສາດ; 4. ຄະນະວິທະຍາສາດທໍາມະຊາດ;  ກຸ່ມ B ສາຍສັງຄົມຈະສອບເສັງຢູ່ 12 ຈຸດຄື: 1. ຄະນະວິທະຍາສາດສັງຄົມ; 2. ຄະນະອັກສອນສາດ; 3. ສະຖາບັນຂົງຈື; 4. ຄະນະສະຖາປັດຕະຍະກໍາສາດ; 5. ຄະນະວິທະຍາສາດສິ່ງແວດລ້ອມ; 6. ພາກວິຊາພາສາຫວຽດນາມ; 7. ຄະນະວິທະຍາສາດປ່າໄມ້; 8. ຄະນະວິສະວະກໍາສາດ; 9. ຄະນະນິຕິສາດ ແລະລັດຖະສາດ; 10. ມສ ສາທິດ; 11. ປະຖົມສາທິດ; 12. ໂຮງຮຽນພອນສະຫວັນ; ນອກນັ້ນຍັງມີຈຸດສໍາຮອງກະກຽມໄວ້ມີ 3 ຈຸດຄື: ວິທະຍາໄລເຕັກນິກຊັບພະວິຊາ;  ມສ ວຽງຈັນ  ແລະ ສະໂມສອນໃຫຍ່ ມຊ, ສໍາລັບກໍາມະການຍາມຫ້ອງສອບເສັງໄດ້ເລືອກເອົາສະເພາະຜູ້ທີ່ໄດ້ສັກຢາວັກຊີນແລ້ວເທົ່ານັ້ນ.  ເຊິ່ງປີນີ້ຄາດວ່າຈະມີນັກສຶກສາມາລົງທະບຽນທາງອອນລາຍ ປະມານ 15.000 ຄົນ, ສ່ວນໃຫຍ່ມາລົງທະບຽນສາຍສັງຄົມຫຼາຍກວ່າໝູ່, ສາຂາວິຊາທີ່ນັກສຶກສາໃຫ້ຄວາມສົນໃຈຮຽນຫຼາຍກວ່າໝູ່ແມ່ນພາສາຈີນ, ຮອງລົງມາແມ່ນພາສາອັງກິດ ແລະ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ນັກຮຽນທີ່ມາສະໝັກສອບເສັງທຸກຄົນຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ມີການວັດແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍນໍ້າຢາທີ່ກະກຽມໄວ້ໃຫ້, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ບໍ່ໃຫ້ຢູ່ໃກ້ກັນເປັນຈຸ້ມ ເປັນກຸ່ມ, ພາຍຫຼັງສໍາເລັດການລົງທະບຽນຮັບບັດແລ້ວໃຫ້ກັບບ້ານທັນທີ.  ສຳລັບການສອບເສັງແມ່ນຈະໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2021 ຊຶ່ງວິຊາສອບເສັງກຸ່ມ A ສາຍທໍາມະຊາດ ສອບເສັງວິຊາຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ, ພາສາອັງກິດ; ກຸ່ມ B ສາຍສັງຄົມສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ, ພາສາອັງກິດ ນອກຈາກຈໍານວນຫຼັກສູດປະລິນຍາຕີໃນ 112 ສາຂາ, ມຊ ຍັງມີບາງຫຼັກສູດທີ່ໄດ້ຈັດຕັ້ງສອບເສັງເອົານັກສຶກສາເຂົ້າຮຽນສະເພາະສາຍຕ່າງຫາກອີກ ໂດຍສະເພາະແມ່ນ ຄູພາສາຈີນ ຂອງສະຖາບັນຂົງຈື ແລະອະນຸປະລິນຍາ ຂອງບາງຄະນະວິຊາ; ໃນສົກຮຽນ 2021-2022 ຕາມແຜນຄາດຄະເນທີ່ ມຊ ສະເໜີໄປຫາກະຊວງສຶກສາທິການ ແລະ ກີລາ ເພື່ອຮັບເອົານັກສຶກສາເຂົ້າຮຽນໃນສາຂາວິຊາຕ່າງໆທັງໝົດມີຈຳນວນ 7.395 ຄົນ, ສະເພາະຜູ້ສອບເສັງ ແມ່ນຈະຮັບ 6.356 ຄົນ ແລະ ຄາດວ່າຈະປະກາດຜົນການສອບເສັງກ່ອນວັນທີ 8 ຕຸລາ 2021 ແລະ ພາຍຫຼັງໄດ້ຜົນການສອບເສັງເປັນທີ່ຮຽບຮ້ອຍແລ້ວ ຈະນໍາສະເໜີກະຊວງສຶກສາທິການ ແລະ ກີລາ ເພື່ອຂໍສະເໜີອະນຸມັດເປີດຮັບການລົງທະບຽນເຂົ້າຮຽນ ແລະເປີດການຮຽນ-ການສອນຕໍ່ໄປ.

Main Menu