ສະຫຼຸບຄືນການປະຕິບັດງານ 1 ປີຂອງໂຄງການ Eco-Campus ເນັ້ນໃຫ້ນັກສຶກສາມີນໍ້າດື່ທີ່ສະອາດ ແລະ ສະພາບແວດລ້ອມທີ່ດີ

ໃນຕອນບ່າຍຂອງວັນທີ 11 ສິງຫາ 2021 ຜ່ານມາ, ໂຄງການວິທະຍາເຂດອະນຸລັກ (Eco-Campus) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການປະຕິບັດງານ 1 ປີຂອງໂຄງການ ວິທະຍາເຂດອະນຸລັກ (Eco-Campus) ເພື່ອຫຼຸດຜ່ອນການນຳໃຊ້ປາສຕິກ ການຮັກສາສະພາບແວດລ້ອມ ແລະ ການນຳໃຊ້ນໍ້າດື່ມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການ ອະທິການບໍດີ ມຊ, ທ່ານ ຮສ. ປອ. ຈັນດາ ວົງສົມບັດ ຮັກສາການ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ທັງເປັນຜູ້ຊີ້ນໍາໂຄງການ, ພ້ອມນັ້ນຍັງມີ, ຜູ້ຮັບຜິດຊອບໂຄງການ ແຂກຖືກເຊີນແລະພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໂຄງການວິທະຍາເຂດອະນຸລັກ (Eco-Campus) ເປັນໂຄງການເພື່ອສົ່ງເສີມການອະນຸລັກສິ່ງແວດລ້ອມ, ການຈັດການສິ່ງເສດເຫຼືອ ແລະການສົ່ງເສີມການໃຫ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບ ແລະສະໜັບສະໜູນກິດຈະກຳໃຫ້ແກ່ສັງຄົມເພື່ອສ້າງ ມຊ ໃຫ້ກາຍເປັນວິທະຍາເຂດອະນຸລັກ, ສີຂຽວ ແລະຍືນຍົງ ຕາມວິໄສທັດທີ່ວ່າ: “ການສຶກສາທີ່ຄຽງຄູ່ໄປກັບການປົກປັກສັກສາສິ່ງແວດລ້ອມ ແມ່ນນະວັດຕະກຳຂອງຄົນລຸ້ນໃໝ່” , ຜ່ານການປະຕິບັດງານໃນໄລຍະ 1 ປີ ສາມາດຕິດຕັ້ງຈຸດບໍລິການນໍ້າດື່ມທັງໝົດ 37 ຈຸດຄື: ຄະນະວິທະຍາສາດສິ່ງແວດລ້ອມ 5 ຈຸດ, ຫໍພັກນັກສຶກສາຊີເກມ 14 ຈຸດ, ສະຖາບັນຂົງຈື 6 ຈຸດ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ 11 ຈຸດ, ສະຖາບັນພັດທະນາຊັບພະກອນມະນຸດ ລາວ-ຍີ່ປຸ່ນ 1 ຈຸດ ພ້ອມນັ້ນທາງໂຄງການຍັງໄດ້ຈັດພິທີປະຖົມນິເທດເຜີຍຂໍ້ມູນຂ່າວສານ ແລະການກວດກາຄຸນະພາບນໍ້າເປັນແຕ່ລະໄລຍະ. ນອກນນັ້ນ ໂຄງການຍັງໄດ້ປະກອບສ່ວນສະໜອງນໍ້າດື່ມທີ່ສະອາດໃຫ້ກັບພະນັກງານ, ຄູ-ອາຈານ ໄດ້ບໍລິໂພກຟຮີຢູ່ຕາມຈຸດຕ່າງໆອີກດ້ວຍ.

Main Menu