ສຶກສາຂະບວນການເກັບລາຍຮັບພາສີ-ອາກອນເຂົ້າງົບປະມານ ເມືອງຫາດຊາຍຟອງ ໄລຍະປີ2015-2016ເຖິ່ງ2019-2020

Graduation title: The process of collecting tax revenue into the budget of Hadxayfong district from 2015-2016 to 2019-2020

154N0171/20 ນາງ ລຸນ​ສີ ລໍ​ວັນ​ສີ Female lounsy  LORVANSY 
154N0172/20 ທ້າວ ເຢຍຢ່າງ ຢີຈົ່ງທໍ່ຢາລື Male Yearyang YEJONGTHOYALUE

ໃນບົດຈົບຊັ້ນນີ້ພວກຂ້າພະເຈົ້າ ໄດ້ສຶກສາກ່ຽວກັບການຈັດເກັບ ພາສີ-ອາກອນ ຂອງຫ້ອງການສ່ວຍສາອາກອນເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ ເພື່ອໃຫ້ຮູ້ເຖິງລາຍຮັບຂອງສ່ວຍສາອາກອນໃນເມືອງຫາດຊາຍຟອງ ແລະ ປະເມີນຜົນຈາກລາຍຮັບອາກອນທີ່ເກັບໄດ້. ນອກຈາກນີ້ແລ້ວການສຶກສາຄັ້ງນີ້ຍັງແມ່ນເພື່ອໃຫ້ຮູ້ເຖິງສະພາບການຈັດເກັບຂອງສ່ວຍສາອາກອນ ຂໍ້ມູນທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນຂໍ້ມູນທຸຕິຍະພູມເປັັນສ່ວນໃຫຍ່ແລ້ວນຳມາວິເຄາະ, ເຊິ່ງໃນການວິເຄາະຄັ້ງນີ້ກໍ່ໄດ້ນຳໃຊ້ໂປຣແກຣມ Microsoft Excel ເພື່ອສ້າງຕາຕະລາງ ແລະ ຮູບເສັ້ນສະແດງ.

ຈາກການສຶກສາເຖິງສະພາບການຈັດເກັບລາຍຮັບອາກອນຂອງເມືອງຫາດຊາຍຟອງແຕ່ສົກປີ 2015–2016 ຫາປີ 2019-​2020 ເຫັນໄດ້ວ່າການຈັດເກັບອາກອນໃນແຕ່ລະສົກປີມີທ່າອ່ຽງທີ່ເພີ່ມຂື້ນ ເຊິ່ງສາມາດປະຕິບັດໃຫ້ບັນລຸຕາມແຜນການໄດ້ໂດຍສະເພາະແມ່ນສົກປີ 2018​-2019 ຫາ 2019-2020 ທີ່ສາມາດປະຕິບັດໄດ້ລື່ນແຜນການ ເທົ່າກັບ 102,78% ແລະ 106,09% ຕາມລໍາດັບ.

ຈາກການສຶກສາສະພາບການຈັດເກັບອາກອນແຕ່ລະປະເພດເຫັນວ່າແຕ່ລະປະເພດອາກອນນັ້ນມີທັງສາມາດປະຕິບັດບັນລຸແຜນການ ແລະ ຫຼຸດແຜນການ. ສຳລັບອາກອນສາມາດປະຕິບັດບັນລຸແຜນການມີ ສົກປີ 2018-2019 ເທົ່າກັບ 102,78% ແລະ ສົກປີ 2019-2020 ເທົ່າກັບ 106,09%, ສ່ວນພາສີທີ່ດິນສາມາດປະຕິບັດບັນລຸແຜນການມີສົກປີ 2016-2017 ເທົ່າກັບ 103,52%, ສົກປີ 2017-2018 ເທົ່າກັບ 102,58%, ສົກປີ 2019-2020 ເທົ່າກັບ 105,64%. ສ່ວນສາເຫດຂອງການເພີ່ມຂື້ນ ແລະ ຫຼຸດລົງແມ່ນຈາກຫຼາຍສາເຫດທີ່ກ່ຽວຂ້ອງກັບໜ່ວຍງານສ່ວຍສາອາກອນ, ການປະຕິບັດວຽກງານພາຍໃນຫ້ອງການສ່ວຍສາອາກອນ,ພ້ອມທັງຂື້ນກັບຜູ້ປະກອບການ ຫຼື ຜູ້ດຳເນີນທຸລະກິດ ແລະ ນອກຈາກນີ້ຍັງເກີດຈາກສະພາບທຸດລະກິດທີ່ມີການຂະຫຍາຍຕົວ ແລະ ເກີດຈາກການນະໂຍບາຍຂອງລັດຖະບານລວມເຖິງການປ່ຽນນິຕິກຳ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນທີ່ກະທົບໃສ່.

Main Menu