The deployment could not be found on Vercel. DEPLOYMENT_NOT_FOUND ສຶກສາຜົນກະທົບຂອງລາຄາຄໍາຕໍ່ອັດຕາແລກປ່ຽນລະຫວ່າງ ກີບຕໍ່ບາດ ໃນຊ່ວງກ່ອນ ແລະ ໃນຊ່ວງໂຄວິດ-19ກໍາລັງແຜ່ລະບາດ - ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

ສຶກສາຜົນກະທົບຂອງລາຄາຄໍາຕໍ່ອັດຕາແລກປ່ຽນລະຫວ່າງ ກີບຕໍ່ບາດ ໃນຊ່ວງກ່ອນ ແລະ ໃນຊ່ວງໂຄວິດ-19ກໍາລັງແຜ່ລະບາດ

Topic: Impact of gold price on the exchange reta   (Kip/baht) Before and during Covid-19

ບົດຄັດຫຍໍ້

ໃນການສຶກສາຜົນກະທົບຂອງລາຄາຄໍາຕໍ່ອັດຕາແລກປ່ຽນລະຫວ່າງກີບຕໍ່ບາດ ໃນຊ່ວງກ່ອນ ແລະ ຊ່ວງໂຄວິຄດ_19ກໍາລັງແຜ່ລະບາດ ຊຶ່ງມີຈຸດປະສົງໃນການສຶກສາຄື: 1. ສຶກສາສະພາບລວມຂອງອັດຕາແລກປ່ຽນເງິນກີບຕໍ່ເງິນບາດ ແລະ ລາຄາຄໍາໃນຊ່ວງກອ່ນ ແລະ ຊ່ວງCovid-19ກໍາລັງແຜ່ລະບາດ ແລະ 2. ສຶກສາຜົນກະທົບຂອງອັດຕາແລກປ່ຽນເງິນກີບຕໍ່ເງິນບາດ, ລາຄາຄໍາ ແລະ Covid-19 ຊຶ່ງນໍາໃຊ້ຂໍ້ມູນລາຍວັນນັບແຕ່ວັນທີ 03/04/2018-30/04/202. ການສຶກສາໃນຄັ້ງນີ້ແມ່ນນໍາໃຊ້ຂໍ້ມູນທູຕິຍະພູມ (ຂໍ້ມູນມືສອງ) ດ້ວຍການສຶກສາແບບພັນລະນາ ແລະ ປະລິມານ ໂດຍນໍາໃຊ້ວີທີການສຶກສາດ້ວຍແບບຈໍາລອງ ARDL bounds testing.

ຜົນການສຶກສາການຄາດປະມານການພົວພັນລະຫວ່າງລາຄາຄໍາຕໍ່ກັບອັດຕາແລກປ່ຽນກີບຕໍ່ບາດສາມາດສະຫຼຸບໄດ້ຄືຈາກການທົດສອບຄວາມສໍາພັນຮ່ວມລະຫວ່າງຕົວປ່ຽນ (Cointegration test) ເຫັນວ່າບັນດາຕົວປ່ຽນມີຄວາມສໍາພັນກັນ, ການທົດສອບຄວາມສໍາພັນໃນໄລຍະຍາວເຫັນວ່າລາຄາຄໍາໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນໄປໃນທິດທາງດຽວກັນໃນໄລຍະຍາວ, ສ່ວນວ່າCovid-19 ບໍ່ໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນກີບຕໍ່ບາດໃນໄລຍະຍາວ .ການທົດສອບຄວາມສໍາພັນໃນໄລຍະສັ້ນເຫັນວ່າບັນດາຕົວປ່ຽນແມ່ນມີການພົວພັນກັບອັດຕາແລກປ່ຽນກີບຕໍ່ບາດມີໃນໄລຍະສັ້ນ ຍົກເວັ້ນCovid-19. ການທົດສອບຄວາມບິດເບືອນຂອງຂໍ້ມູນເຫັນວ່າ ແບບຈໍາລອງແມ່ນບໍ່ມີບັນຫາການສໍາພັນຂອງຕົວຄ່າຄາດເຄື່ອນ (Serial Correlation LM) ແລະ ບໍ່ມີບັນຫາສະຫະສໍາພັນ (Heteroscedasticity)ແຕ່ວ່າມີບັນຫາການກະຈາຍຕົວບໍ່ປົກກະຕິ (Normality Test), ຜົນການທົດສອບຄວາມເປັນເຫດຜົນ(Granger causality) ເຫັນວ່າລາຄາຄໍາເປັນເຫດຜົນຕໍ່ກັບອັດຕາແລກປ່ຽນ ແຕ່ອັດຕາແລກປ່ຽນບໍ່ເປັນເຫດຜົນຕໍ່ລາຄາຄໍາ, ຜົນການວິເຄາະການ ແຍກສ່ວນຂອງການຜັນປ່ຽນ(Variance Decomposition) ເຫັນວ່າອັດຕາແລກປ່ຽນກີບຕໍ່ບາດໃນຊ່ວງມື້ທໍາອິດຈະສົ່ງຜົນກະທົບຕໍ່ຕົວເອງສູງແຕ່ເມື່ອເວລາຜ່ານໄປຈະສົ່ງຜົນກະທົບເລີ່ມຫຼຸດລົງ, ລາຄາຄໍາຈະສົ່ງຜົນກະທົບຕໍ່ຕົວເອງສູງແຕ່ເມື່ອເວລາຜ່ານໄປກໍ່ຈະຄ່ອຍໆປັບຕົວລົງ ແລະ ສ່ວນວ່າCovid-19ໃນຊ່ວງທໍາອິດຈະສົ່ງຜົນຕໍ່ຕົວເອງຕໍ່າແຕ່ເມືອ່ເວລາຜ່ານໄປຈະຄ່ອຍໆປັບຕົວຂຶ້ນ. ຜົນການວິເຄາະການຕອບສະໜອງຂອງຕົວປ່ຽນ (Impulse Responsible Function: IRF) ເຫັນວ່າອັດຕາແລກປ່ຽນກີບຕໍ່ບາດຕໍ່ກັບຕົວມັນເອງມີລັກສະນະປັບຕົວລົງ, ການຕອບສະໜອງຂອງລາຄາຄໍາຕໍ່ກັບອັດຕາແລກປ່ຽນກີບຕໍ່ບາດລາຄາຄໍາໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນກີບຕໍ່ບາດໄປໃນທິດທາງບວກ, ສ່ວນວ່າການຕອບສະໜອງຂອງCovid-19ຕໍ່ກັບອັດຕາແລກປ່ຽນກີບຕໍ່ບາດຄືCovid-19ໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນໄປໃນທິດທາງບວກໃນໄລຍະເລີ່ມຕົ້ນ ແລະ ຄ່ອຍໆຫຼຸດລົງໃນໄລຍະຕໍ່ມາ.

ຂຽນໂດຍ: ພູດາວັນ ສິງຂາວເພັດ, ພອນສະຫວັນ ສຸຂະລິວົງ

ນຳພາໂດຍ: ຮສ. ປອ. ພູເພັດ ກ້ຽວພິລາວົງ

 

Main Menu