ໃນຕອນເຊົ້າ ວັນທີ 29 ກໍລະກົດ 2024 ເວລາ 9:00 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ. ໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດຕັ້ງປະຕິບັດກອງປະຊຸມ ສະມາຄົມຄວາມສ່ຽງ ແລະ ປະກັນໄພ ອາຊີ - ປາຊີຟິກ (Asia-Pacific Risk and Insurance Association: APRIA) ເຊິ່ງໄດ້ດຳເນີນໄປເປັນເວລາ 3 ວັນ (29 – 31 ກໍລະກົດ 2024) ແລະ ມີຜູ້ຊ່ຽວຊານເຂົ້າຮ່ວມທັງໝົດ 130 ທ່ານ ຈາກ 20 ປະເທດທົ່ວໂລກ. ກອງປະຊຸມ APRIA ແມ່ນໄດ້ຈັດຂື້ນປີລະຄັ້ງ ເຊິ່ງປີນີ້ໄດ້ເນັ້ນໃສ່ “ນະວັດຕະກຳການບໍລິຫານ ຄວາມສ່ຽງ ແລະ ປະກັນໄພ ໃນ ອາຊີ - ປາຊີຟິກ” (Innovations in Asia-Pacific Risk Management and Insurance” ພາຍໃຕ້ການສະໜັບສະໜູນຂອງບໍລິສັດປະກັນໄພຊີວິດ KYOBO ເຊິ່ງໄດ້ໃຫ້ການສະໜັບສະໜູນ APRIA ແຕ່ປີ 1997 ເປັນຕົ້ນມາ.
ທ່ານ ຮົງຈູ ຈັງ (Hongjoo Jung) ປະທານສະມາຄົມ APRIA ໄດ້ກ່າວວ່າ APRIA ໄດ້ເຕີບໂຕ ແລະ ປ່ຽນແປງຢ່າງໂດດເດັ່ນ ເຊິ່ງວ່າມີສະມາຊິກທີ່ເປັນບຸກຄົນເພີ່ມຂື້ນຈາກ 96 ຄົນເປັນ 102 ຄົນ, ແລະ ສະມາຊິກ ທີ່ເປັນສະຖາບັນຂະຫຍາຍຈາກ 8 ສະຖາບັນເປັນ 11 ສະຖານບັນ, ເຊິ່ງສະທ້ອນໃຫ້ເປັນການເຕີີບໂຕຂອງ APRIA. ໃນປີນີ້, ແມ່ນມີຫຼາຍກວ່າ 60 ຫົວຂໍ້ຄົ້ນຄວ້າທີ່ໄດ້ນຳສະເໜີ ແລະ ຫວັງຢ່າງຍິ່ງວ່າ ກອງປະຊຸມຄັ້ງນີ້ ຈະຊຸກຍູ້ໃຫ້ເກີດ ແນວຄວາມຄິດໃໝ່, ຂະຫຍາຍການຄຸນຄ່າຂອງການຮ່ວມມືລະຫວ່າງກັນ, ແລະ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ APRIA.
ນອກຈາກນີ້, ສຈ ປອ ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໄດ້ຕີລາຄາສູງ ຕໍ່ການເປັນເຈົ້າພາບກອງປະຊຸມດັ່ງກ່າວ ໂດຍບາງຄວາມຄິດເຫັນຂອງເພິ່ນໄດ້ກ່າວວ່າ: “ມະຫາວິທະຍາໄລແຫ່ງຊາດ ໄດ້ທຸ້ມເທຢ່າງໜັກເພື່ອໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ, ມີຄູ່ຮ່ວມຍຸດທະສາດ ແລະ ຮ່ວມມືນຳບັນດາມະຫາ ວິທະຍາໄລ, ສະຖາບັນ, ແລະ ອົງການສາກົນຕ່າງໆ ຈາກບັນດາປະເທດຕ່າງໆທົ່ວໂລກ. ດັ່ງທີ່ພວກເຮົາໄດ້ຮັບຮູ້ ການປ່ຽນແປງຂອງ ສັງຄົມ, ເທັກໂນໂລຍີ ແລະ ເສດຖະກິດ ໃນປັດຈຸບັນແມ່ນມີຄວາມວ່ອງໄວ.
ພ້ອມດຽວກັນນັ້ນ, ຍັງໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ຄວາມສ່ຽງທາງພູມສາດ, ຄວາມບໍ່ແນ່ນອນທາງການເງິນ ແລະ ເສດຖະກິດ, ສົງຄາມ ແລະ ຄວາມຂັດແຍ່ງຕ່າງໆ. ດັ່ງນັ້ນ, ບົດຄົ້ນຄວ້າກ່ຽວກັບຄວາມສ່ຽງ ແລະ ປະກັນໄພ ແມ່ນມີຄວາມສຳຄັນຕໍ່ເຫດການຕ່າງໆເຫຼົ່ານີ້. ກອງປະຊຸມຄັ້ງນີ້ແມ່ນໄດ້ຮີບໂຮມບົດນຳສະເໜີຕ່າງໆທີ່ມີຄວາມຫຼາກຫຼາຍ ແລະ ມີການສົນທະນາແລກປ່ຽນກ່ຽວກັບປະເດັນ, ຄວາມສ່ຽງ ແລະ ປະກັນໄພໃນອາຊີ - ປາຊີຟິກ ແລະ ສາກົນ. ແລະ ພວກເຮົາຍັງໄດ້ຮັບກຽດຕ້ອນຮັບ ບັນດານັກຄົ້ນຄວ້າ, ນັກຊ່ຽວຊານ ແລະ ແຂກຈາກພາກພື້ນອາຊີ - ປາຊີຟິກ ແລະ ສາກົນອີກດ້ວຍ.
ຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ,
ມະຫາວິທະຍາໄລເເຫ່ງຊາດ.In the morning of July 29, 2024 at 9:00 at Faculty of Economics and Business Administration, National University. Honored to be the co-host of the Implementation of the Asia-Pacific Risk and Insurance Association: APRIA Conference which lasted for 3 days (29 – 31 July, 2024), and attended by a total of 130 experts from 20 countries across the world. APRIA conference is held once a year, this year focuses on "Innovations in Asia-Pacific Risk Management and Insurance" under the support of KYOBO life insurance company, which has been supporting APRIA since 1997 onwards.
Hongjoo Jung, President of APRIA Association, said APRIA has grown and transformed significantly, with individual members growing from 96 to 102, and institutional members expanding from 8 institutions to 11 institutions, reflecting APRIA's growth. This year, there are over 60 research topics presented and it is hoped that this conference will encourage innovation, expand the values of mutual collaboration, and contribute to the success of APRIA.
In addition, Professor Po Phuphet Kiewpilavong, Vice Chancellor of the National University, has strongly praised the hosting of the conference, with some of his comments saying: “The National University has worked hard to achieve its objectives, with strategic partners and collaborations with universities, institutions, and international organizations from different countries around the world. As we are aware the changes in society, technology and economy are now at a rapid pace.
At the same time, it's also being impacted by climate change, geographical risks, financial and economic uncertainties, wars and conflicts. So, research on risk and insurance is important for these events. The conference hosts a wide range of presentations and provides exchangeable discussions on issues, risks and insurance in Asia-Pacific and internationally. And we were honored to welcome researchers, experts and guests from the Asia-Pacific and international regions.
Faculty of Economics and Business Administration,
National University.
 
 
 
 
 
 

ຄສບ ຈັດພິທີມອບ-ຮັບໃບຢັ້ງຢືນມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ (AUN) ໃຫ້ແກ່ 3 ພາກວິຊາ, ພ້ອມທັງ ຖອດຖອນບົດຮຽນ ແລະ ເຜີຍແຜ່ຜົນສຳເລັດຂອງການປະເມີນ ຫຼັກສູດມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ 3 ຫຼັກສູດ ຂອງ ຄສບ.
ໃນຕອນເຊົ້າ ວັນພຸດ ທີ 08 ພຶດສະພາ 2024 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນມາດຕະຖານເຄືອຄ່າຍມະຫາວິທະຍາໄລອາຊຽນ (ASEAN University Network: AUN) ພ້ອມທັງ ຖອດຖອນບົດຮຽນ ແລະ ເຜີຍແຜ່ຜົນສຳເລັດຂອງການປະເມີນ ຫຼັກສູດມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ 3 ຫຼັກສູດ ຂອງ ຄສບ ຄື,
1.ພາກວິຊາເສດຖະສາດ: ສາຂາເສດຖະສາດພັດທະນາ ແລະ ການວາງແຜນ,
2. ພາກວິຊາບໍລິຫານທຸລະກິດ: ສາຂາ ບໍລິຫານທຸລະກິດ
3. ພາກວິຊາການຄ້າ: ສາຂາການຄ້າ
ພິທີດັ່ງກ່າວ ໄດ້ຈັດຂື້ນຢູ່ທີ່ສະໂມສອນໃຫ່ຍ ຄສບ ໂດຍ ໃຫ້ກຽດເຂັ້າຮ່ວມເປັນປະທານໂດຍ ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ.
ນອກຈາກນັ້ນ, ຍັງໃຫ້ກຽດເຂັ້າຮ່ວມເປັນສັກຂີພິຍານໂດຍທ່ານອະທິການບໍດີ ຈາກມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ພ້ອມດ້ວຍຜູ້ຕ່າງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສະຖາບັນການທະນາຄານ, ຄະນະວິຊາ, ຫ້ອງການຕ່າງໆ ທົ່ວມະຫາວິທະຍາໄລແຫ່ງຊາດ, ແລະ ຄູອາຈານທັງໝົດພາຍໃນ ຄສບ ກໍ່ໄດເຂົ້າຮ່ວມຢ່າງພ້ອມພຽງ.
 
ພາກວິຊາເສດຖະສາດ: ສາຂາເສດຖະສາດພັດທະນາ ແລະ ການວາງແຜນ,
 
ພາກວິຊາບໍລິຫານທຸລະກິດ: ສາຂາ ບໍລິຫານທຸລະກິດ
 
 ພາກວິຊາການຄ້າ: ສາຂາການຄ້າ
 
 

ວັນທິ19 ທັນວາ2023 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ

ໄດ້ມີການຈັດກອງປະຊຸມການປະເມີນຄຸນະພາບ ລະດັບຫຼັກສູດຜ່ານເຄືອຂ່າຍມະຫາວິທະຍາໄລອາຊຽນ ຄັ້ງທີ 369 .

ໃຫ້ກຽດເປັນປະທານງານໂດຍທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະ ຍັງມີຄູ-ອາຈານ ແລະ ນັກສຶກສາປີ1-ປີ4 ຈຳນວນໜຶ່ງເຂົ້າຮ່ວມງານ

ເຊິ່ງການປະເມີນຄັ້ງນີ້ມີ 3 ຫຼັກສູດດັ່ງນີ້:

1.ຫຼັກສູດເສດຖະສາດການພັດທະນາ ແລະ ການວາງແຜນ

2.ຫຼັກສູດບໍລິຫານທຸລະກິດ

3.ຫຼັກສູດການຄ້າ

ວາລະງານແມ່ນຈະໄດ້ດຳເນີນໄປເປັນເວລາ 3 ວັນ 19-21 ເດືອນ ທັນວາ 2023.

 

 

 

ໃນວັນທີ 4 ຕຸລາ 2023 ນີ້, ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນປະຈຳສົກສຶກສາ 2022-2023 ແລະເປີດສົກຮຽນໃໝ່ 2023-2024 ທີ່ຫ້ອງປະຊຸມສະໂມສອນ ຄະນະ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄສບ ພ້ອມດ້ວຍທ່ານຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ຈົບການສຶກສາໃນສົກສຶກສານີ້ ເຂົ້າຮ່ວມ.
ໃນພິທີ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ກໍໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2022-2023 ແລະ ຜ່ານແຜນປະຈຳສົກສຶກສາ 2023-2024 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໃນປັດຈຸບັນ ຄສບ ມີພະນັກງານ, ຄູ-ອາຈານ ທັງໝົດ 91 ຄົນ ຍິງ 45 ຄົນ; ຈົບການສຶກສາໃນລະດັບປະລິນຍາເອກ 17 ຄົນ ຍິງ 3 ຄົນ, ລະດັບປະລິນຍາໂທ 68 ຍິງ 39 ຄົນ. ມີນັກສຶກສາທັງໝົດ 3,788 ຄົນ ຍິງ 2,589 ຄົນ ແບ່ງເປັນນັກສຶກສາໃນລະດັບປະລິນຍາເອກ 14 ຄົນ ຍິງ 3 ຄົນ; ປະລິນຍາໂທ 171 ຄົນ ຍິງ 96 ຄົນ ແລະລະດັບປະລິນຍາຕີ 3,603 ຄົນ ຍິງ 2,490 ຄົນ; ຄສບ ດໍາເນີນການຮຽນການສອນທັງໝົດ 25 ຫຼັກສູດ (ໃນນັ້ນມີຫຼັກສູດ ປະລິນຍາເອກ 2 ຫຼັກສູດ, ຫຼັກສູດປະລິນຍາໂທ 7 ຫຼັກສູດ, ຫຼັກສູດ, ປະລິນຍາຕີ 11 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 4 ຫຼັກສູດ ແລະຫຼັກສູດນາໆຊາດ 2 ຫຼັກສູດ).
ໃນສົກສຶກສານີ້ ມີນັກສຶກສາທີ່ສຳເລັດການສຶກສາທັງໝົດຈຳນວນ 874 ຄົນ ຍິງ 606 ຄົນ; ສຳເລັດການສຶກສາໃນລະດັບປະລິນຍາເອກ ຈຳນວນ 2 ທ່ານ ຍິງ 1 ທ່ານ, ສຳເລັດການສຶກສາໃນລະດັບປະລິນຍາໂທ ຈຳນວນ 168 ຄົນ ຍິງ 96 ຄົນ; ສຳເລັດການສຶກສາໃນລະດັບປະລິນຍາຕີ 704 ຄົນ ຍິງ 509 ຄົນ ພິເສດມີນັກສຶືກສາທີ່ໄດ້ຮັບໃບປະກາສະນີບັດກຽດນິຍົມທັງໝົດ 8 ຄົນ ຍິງ 6 ຄົນ; ມີນັກສຶກສາໄດ້ຮັບການຍ້ອງຍໍທັງໝົດ 233 ຄົນ ເຊິ່ງໄດ້ຮັບການຍ້ອງຍໍດີເດັ່ນດ້ານການຮຽນຈຳນວນ 86 ຄົນ, ດີເດັ່ນຮອບດ້ານຈຳນວນ 45 ຄົນ ແລະດີເດັ່ນດ້ານກິດຈະກຳ 102 ຄົນ.
ໃນໂອກາດນີ້, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ກໍໄດ້ມີຄຳເຫັນ ແລະໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ເນັ້ນຢໍ້າກັບນັກສຶກສາທີ່ສຳເລັດການສຶືກສາໃນສົກນີ້ໃຫ້ນຳໃຊ້ຄວາມຮູ້ທີ່ຕົນເອງໄດ້ຮໍ່າຮຽນນຳໃຊ້ເຂົ້າໃນການປະກອບອາຊີບ, ວຽກງານຕ່າງໆໃຫ້ເຕັມທີ່ ເພື່ອສ້າງສາ ແລະພັດທະນາປະເທດຊາດ ແລະຈົ່ງເປັນບຸກຄະລາກອນທີ່ເຕັມໄປດ້ວຍຈັນຍາບັນ ແລະວິຊາສະເພາະທີ່ຊ່ຽວຊານ.
 
 
 
 
 

ທ່ານທູດປີເຕີ ໄດ້ມອບລາງວັນໃຫ້ແກ່ນັກສຶກສາຜູ້ຊະນະໃນການແຂ່ງຂັນ Student Business Pitch ທີ່ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ເປັນທີ່ໜ້າສົນຫຼາຍທີ່ເຫັນນ້ອງໆນັກຮຽນຄົ້ນຄິດວິທີແກ້ໄຂບັນຫາທາງທຸລະກິດໃໝ່ໆ ເພື່ອແກ້ໄຂບັນຫາຄວາມທ້າທາຍຂອງການພັດທະນາ. ພວກເຮົາຂໍໃຫ້ນ້ອງໆຈົ່ງປະສົບຜົນສຳເລັດໃນທຸລະກິດໃໝ່ຂອງພວກເຂົາ. ພ້ອມນັ້ນ, ມະຫາວິທະຍາໄລແຫ່ງຊາດ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ #ທ່ານທູດປີເຕີ ສຳລັບການປະຕິບັດໜ້າທີ່ທີ່ຫ້າວຫັນ ແລະ ປະກອບສ່ວນໃນການຮ່ວມມືດ້ານການສຶກສາ ແລະ ການສະໜັບສະໜູນຕ່າງໆໃນຊ່ວງເວລາທີ່ປະຈຳການຢູ່ ສປປ ລາວ ແຕ່ປີ 2020-2023.
 

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ຈັດການຮຽນ-ການສອນໄລຍະສັ້ນໃຫ້ແກ່ນັກສຶກສາແລກປ່ຽນປະລິນຍາໂທ ຈາກມະຫາວິທະຍາໄລໂກເບ (ປະເທດຍີ່ປຸ່ນ), ມະຫາວິທະຍາໄລຟູຕານ (ສປ ຈິນ), ແລະ ມະຫາວິທະຍາໄລເກົາຫຼີ (ປະເທດເກົາຫຼີໄຕ້). ພາຍໄດ້ການນຳພາຂອງສາສະດາອາຈານ Masato Nakahara ອາຈານສອນຈາກ Graduate School of International cooperation Studies Kobe University. ເຊີ່ງລວມມີຈຳນວນນັກສຶກສາທັງໝົດຈຳນວນ 11 ທ່ານດັ່ງນີ້:

No. Name and Surname Sex Country Professor/students School/University
1 Masato Nakahara  Male Japan Professor Graduate School of International Cooperation Studies, Kobe
2 SHU HIRAOKA Male Japan student Graduate School of International Cooperation Studies, Kobe
3 RYOSUKE SUEDA  Male Japan student Graduate School of International Cooperation Studies, Kobe
4 YUDAI ISHII  Male Japan student Graduate School of International Cooperation Studies, Kobe
5 HTET MYET AUNG Male Myanmar student Graduate School of International Cooperation Studies, Kobe
6 TASNEEM EHAB ABDELFATTAH ELAZHARY Female Arab Republic of Egypt student Graduate School of International Cooperation Studies, Kobe
7 DEVI HANSHA KISTAMAH  Female Republic of Mauritius student Graduate School of Business Administration, Kobe
8 Boyeon Ahn Female Republic of Korea student Graduate School of International Studies, Korea 
9 Gyohan Song Male Republic of Korea student Graduate School of International Studies, Korea 
10 Aeyoung Jung Female Republic of Korea student Graduate School of International Studies, Korea 
11 HAN ZHNEG Female China student School of International Relations and Public Affairs, Fudan
12 WALKER DARKE Male United Kingdom of Great Britain and Northern Ireland student School of International Relations and Public Affairs, Fudan

ການຮຽນ-ການສອນຈັດຂື້ນແຕ່ວັນທີ 21-25 ສີງຫາ 2023 ໂດຍຄູອາຈານທີ່ມີປະສົບການທາງດ້ານການສອນ ແລະ ການຄົ້ນຄວ້າຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.

ຄະນະນັກສຶກສາ ແລກປ່ຽນເຂົ້າພົບທ່ານຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ

ຖ່າຍຮູບລວມທີ່ດ້ານໜ້າຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

ທ່ານ ຮສ. ປອ ພູເພັດກ້ຽວພິລາວົງ ຂື້ນບັນຍາຍພາຍໄຕ້ຫົວຂໍ້:

The Economic Challenges of Developing Countries.

Impact of Climate Change /Writing articles for Journal

ປອ. ວິສັນສັກ ຄຳແພງວົງ ບັນຍາຍຫົວຂໍ້: The Economic and Social Effects on Lao's People's Perceived Benefit Attitudes toward BRI

ປອ. ໄຄສີ ສຣິດທິລາດ ບັນຍາຍຫົວຂໍ້: Monetary Policy, Exchange and Inflation In Lao PDR.

ປອ. ຕຸລານີ ທະວິໄຊ ບັນຍາຍຫົວຂໍ້: Introduction of Structural Equation Model (SEM)

 

ລາຍລະອຽດຂອງການສະໝັກ ເງື່ອນໄຂຮັບສະໝັກ ຕ້ອງຈົບການສຶກສາລະດັບປະລິນຍາຕີ (ບໍ່ຈຳກັດສາຂາທີ່ຈົບ). ມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ສາມາດສື່ສານໄດ້. ຜູ້ສະໝັກທີ່ສຳເລັດການສຶກສາລະດັບປະລິນຍາຕີໃໝ່ ຕ້ອງມີໃບປະກາດ ແລະ ຕ້ອງມີຄະເເນນສະເລ່ຍ ສະສົມ (CGPA) ເທົ່າກັບ 3.00

ໃນວັນທີ 07/03/2023 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຮ່ວມກັບ ມະຫາວິທະຍາໄລໂຕກຽວ (ປະເທດຍີ່ປຸ່ນ) ຈັດກອງປະຊຸມແລກປ່ຽນຜົນການຄົ້ນຄວ້າ ພາຍໃຕ້ຫົວຂໍ້ Lao-Japan Policy Research Forum

Towards the Lao Model of Inclusive, Resilient, and Sustainable Development ຢູ່ທີ່ໂຮງແຮມລາວພລາຊ່າ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນງານດັ່ງກ່າວໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ Kobayashi Ken-Ichi ເອກອັດຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ທ່ານ Nagase Toshio ຕາງໜ້າອົງການ JICA ປະຈຳ ສປປ ລາວ, ສາດສະດາອາຈານ Toshiro Nishizawa ມະຫາວິທະຍາໄລໂຕກຽວ, ທ່ານ ສາດສະດາອາຈານ ປອ ພູເພັດ ກ້ຽວພິລາວົງ ຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ,ມຊ ພ້ອມດ້ວຍຄູອາຈານ, ແລະ ນັກຄົ້ນຄົວ້າ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ສະຖານບັນທີ່ກ່ຽວຂ້ອງເຂົ້າຮ່ວມ 

 

Lao-Japan Policy Research Forum

Towards the Lao Model of Inclusive, Resilient and Sustainable Development

jointly organized by

Faculty of Economics and Business Management (FEB), National University of Laos (NUoL)

and

Graduate School of Public Policy (GraSPP), The University of Tokyo

supported by

Toshiba International Foundation

on 7 March 2023

at Grand Ballroom, Lao Phaza Hotel

Lao PDR has managed to minimize damage to human lives amid the COVID-19 pandemic but remains in pandemic-caused economic recessions. Before the COVID-19 pandemic, despite its structural disadvantages and weaknesses, the Lao economy rapidly grew thanks to foreign direct investment in the natural resources sector. However, accelerated growth in the last decade has been accompanied by an increasing dependence on the capital-intensive natural resources sectors and heightened vulnerabilities in the fiscal and external sectors. Concerns persist about environmental impacts and natural disaster damages. Infrastructure still needs to be developed, particularly in rural areas. The government is faced with challenges in attracting a wider range of foreign investors due to such constraints as a limited labor pool, a small domestic market, and ongoing problems with the business environment.

These ongoing challenges facing Lao PDR remind policymakers of the importance of enhancing the economy’s resilience to various adversities as well as the need to create their own socio-economic development model with emphasis on inclusiveness, resilience, and sustainability (“the Lao model of inclusive, resilient and sustainable development”).

Agenda

8:30-9:00

Registration

9:00-9:30

Opening and welcome remarks

Phouphet Kyophilavong, Professor, Dean of the Faculty of Economics and Business Management, National University of Laos

 

Toshiro Nishizawa, Professor, Graduate School of Public Policy, The University of Tokyo

9:30-10:00

Guest remarks

Kobayashi Ken-Ichi, Ambassador of Japan in Lao PDR

 

Nagase Toshio, Japan International Cooperation Agency (JICA) Laos Chief Resident Representative

 

10:00-10:15

Keynote address

Phouthanouphet Saysombath, Vice Minister of Finance (TBC)

 

 

10:15-10:30

 

  Photo session and break

10:30-11:10

Session 1: Challenges facing Laos and a way forward

 

“The Lao economy: The key challenges and some suggestions”

Phouphet Kyophilavong, Dean of the Faculty of Economics and Business Management, National University of Laos

 

“Rationale for the Lao model of inclusive, resilient and sustainable development”

Toshiro Nishizawa, Professor, Graduate School of Public Policy, The University of Tokyo

11:10-12:10

Session 2: Policy agenda

 

“Building Back Better from Disasters: Lessons from Japanese Experiences”

Toshihisa Toyoda, Professor Emeritus, Kobe University

 

“Impact of RECP: CGE Simulations”

Ken Itakura, Professor, Faculty of Economics, Nagoya City University

12:00-13:30

Lunch

13:30-15:00

Session 3: Growth potential

 

“Dynamic Relationship between Services Trade and Economic Growth in Lao PDR”

Bounthone Soukavong, Lecturer, Faculty of Economics and Business Management, National University of Laos

 

“The Effect of the ASEAN Export to the United States (US) during the Trade Tension between the US and China”

Bounlerth Vannalath, Associate Professor, Faculty of Economics and Business Management, National University of Laos

 

“Human Resource Development in Lao PDR: Challenges in

Skills and Education”

Viriyasack Sisouphanthong, Associate Professor, Faculty of Economics and Business Management, National University of Laos

 

“Monetary Policy, Exchange rate and inflation in Lao PDR”

Khaysy Srithilat, Lecturer, Faculty of Economics and Business Management, National University of Laos

15:00-15:20

Break

15:20-16:00

Panel discussion

 

Moderators: Phouphet Kyophilavong and Toshiro Nishizawa

All the speakers

16:00-16:10

Closing remarks

Phouphet Kyophilavong and Toshiro Nishizawa

 

 

 

 

Toshiba International Foundation (TIFO), a public interest incorporated foundation, provides the Faculty of Economics and Business Management, National University of Laos with financial support to co-host this workshop under the name of “Lao-Japan Policy Research Forum: Towards the Lao Model of Inclusive, Resilient and Sustainable Development.”

 

Page 1 of 2

Main Menu

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

dana toto

situs toto

toto 4d

rokokbet

slot bet 200

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

sbobet

situs toto

situs toto

situs toto

situs toto

situs toto

slot gacor 88

slot gacor 88/a>

situs toto

situs toto macau

situs togel

link situs toto

scatter hitam

toto togel 4d

situs toto

toto togel

situs togel

situs togel

situs toto

slot gacor

slot pulsa

situs toto

slot gacor

situs toto

agen togel

situs togel

slot gacor

situs toto

slot88

situs toto

situs toto

situs toto

toto macau

situs toto

situs toto

situs toto

slot88

situs toto

situs toto

situs toto

slot gacor