ມຊ ຮ່ວມກັບ ໂຮງໝໍແມ່ ແລະ ເດັກເກີດໃໝ່ ສຳເລັດການສັກວັກຊີນກັນພະຍາດໂຄວິດ-19

  ໃນລະຫວ່າງວັນທີ 4-6 ພຶດສະພາ 2021 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສຳເລັດການສັກວັກຊີນເພື່ອປ້ອງກັນພະຍາດ ໂຄວິດ-19 ທີ່ສະໂມສອນໃຫຍ່ ມຊ ຮ່ວມກັບທີມງານແພດໝໍຈາກ ໂຮງໝໍແມ່ ແລະເດັກເກີດໃໝ່, ໂດຍເຂົ້າຮ່ວມໃນພິທີສະຫຼຸບມີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການ ອະທິການບໍດີ ມຊ ແລະທ່ານ ດຣ. ສີວົງໄຊ ຈັນທະວົງສັກ ຜູ້ອຳນວຍການ ໂຮງໝໍແມ່ ແລະເດັກເກີດໃໝ່ ພ້ອມດ້ວຍ ແພດ-ໝໍ, ພະນັກງານ-ຄູອາຈານ ຂອງມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

            ໃນພິທີ ທ່ານ ຮສ. ປອ. ບົວດຳ ແສງຄຸດລາວົງ ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ລາຍງານສະຫຼຸບໂດຍຫຍໍ້ຂອງການສັກວັກຊີນໃຫ້ແກ່ ພະນັກງານ, ຄູ-ອາຈານ, ນັກສຶກສາ ຂອງມະຫາວິທະຍາໄລແຫ່ງຊາດ ແລະປະຊາຊົນທົ່ວໄປໃນໄລຍະເວລາ 3 ມື້ (ວັນທີ 4-6) ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ເຊິ່ງທ່ານໃຫ້ຮູ້ວ່າ: ໃນວັນທີ 4 ພຶດສະພາ ມີຜູ້ມາສັກວັກຊີນທັງໝົດ 1,187 ຄົນ; ໃນວັນທີ 5 ພຶດສະພາ ມີຜູ້ມາສັກວັກຊີນທັງໝົດ 1,490 ຄົນ ແລະໃນວັນທີ 6 ພຶດສະພາ ມີຜູ້ມາສັກວັກຊີນທັງໝົດ 1,100 ຄົນ ລວມ 3 ວັນທີເປີດບໍລິການສັກວັກຊີນມີຜູ້ເຂົ້າຮ່ວມທັງໝົດ 3,777 ກວ່າຄົນ. ການສັກວັກຊີນເພື່ອປ້ອງກັນພະຍາດ ໂຄວິດ-19 ແມ່ນເພື່ອສ້າງພູມຕ້ານທ້ານຂອງຮ່າງກາຍໃຫ້ແຂງແຮງ ແລະ ຫຼຸດຜ່ອນຄວາມຮຸນແຮງການຕິດເຊື້ອພະຍາດດັ່ງກ່າວ.

            ສຳລັບ ທ່ານໃດທີ່ຕ້ອງການສັກວັກຊີນ ເພື່ອປ້ອງກັນພະຍາດ ໂຄວິດ-19 ແມ່ນສາມາດໄປສັກໄດ້ທີ່ໂຮງໝໍແມ່ແລະເດັກເກີດໃໝ່ (ສະເພາະຕອນບ່າຍເວລາ 13:00 – 15:00 ໂມງ) ແລະໂຮງໝໍໃຫຍ່ໃນຕົວເມືອງ ໃນໂມງເວລາລັດຖະການ.

Main Menu