ຄສບ ໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດຕັ້ງປະຕິບັດກອງປະຊຸມ ສະມາຄົມຄວາມສ່ຽງ ແລະ ປະກັນໄພ ອາຊີ - ປາຊີຟິກ (APRIA) ໃນວັນທີ 29–31 ກໍລະກົດ 2024

ໃນຕອນເຊົ້າ ວັນທີ 29 ກໍລະກົດ 2024 ເວລາ 9:00 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ. ໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດຕັ້ງປະຕິບັດກອງປະຊຸມ ສະມາຄົມຄວາມສ່ຽງ ແລະ ປະກັນໄພ ອາຊີ - ປາຊີຟິກ (Asia-Pacific Risk and Insurance Association: APRIA) ເຊິ່ງໄດ້ດຳເນີນໄປເປັນເວລາ 3 ວັນ (29 – 31 ກໍລະກົດ 2024) ແລະ ມີຜູ້ຊ່ຽວຊານເຂົ້າຮ່ວມທັງໝົດ 130 ທ່ານ ຈາກ 20 ປະເທດທົ່ວໂລກ. ກອງປະຊຸມ APRIA ແມ່ນໄດ້ຈັດຂື້ນປີລະຄັ້ງ ເຊິ່ງປີນີ້ໄດ້ເນັ້ນໃສ່ “ນະວັດຕະກຳການບໍລິຫານ ຄວາມສ່ຽງ ແລະ ປະກັນໄພ ໃນ ອາຊີ - ປາຊີຟິກ” (Innovations in Asia-Pacific Risk Management and Insurance” ພາຍໃຕ້ການສະໜັບສະໜູນຂອງບໍລິສັດປະກັນໄພຊີວິດ KYOBO ເຊິ່ງໄດ້ໃຫ້ການສະໜັບສະໜູນ APRIA ແຕ່ປີ 1997 ເປັນຕົ້ນມາ.
ທ່ານ ຮົງຈູ ຈັງ (Hongjoo Jung) ປະທານສະມາຄົມ APRIA ໄດ້ກ່າວວ່າ APRIA ໄດ້ເຕີບໂຕ ແລະ ປ່ຽນແປງຢ່າງໂດດເດັ່ນ ເຊິ່ງວ່າມີສະມາຊິກທີ່ເປັນບຸກຄົນເພີ່ມຂື້ນຈາກ 96 ຄົນເປັນ 102 ຄົນ, ແລະ ສະມາຊິກ ທີ່ເປັນສະຖາບັນຂະຫຍາຍຈາກ 8 ສະຖາບັນເປັນ 11 ສະຖານບັນ, ເຊິ່ງສະທ້ອນໃຫ້ເປັນການເຕີີບໂຕຂອງ APRIA. ໃນປີນີ້, ແມ່ນມີຫຼາຍກວ່າ 60 ຫົວຂໍ້ຄົ້ນຄວ້າທີ່ໄດ້ນຳສະເໜີ ແລະ ຫວັງຢ່າງຍິ່ງວ່າ ກອງປະຊຸມຄັ້ງນີ້ ຈະຊຸກຍູ້ໃຫ້ເກີດ ແນວຄວາມຄິດໃໝ່, ຂະຫຍາຍການຄຸນຄ່າຂອງການຮ່ວມມືລະຫວ່າງກັນ, ແລະ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ APRIA.
ນອກຈາກນີ້, ສຈ ປອ ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໄດ້ຕີລາຄາສູງ ຕໍ່ການເປັນເຈົ້າພາບກອງປະຊຸມດັ່ງກ່າວ ໂດຍບາງຄວາມຄິດເຫັນຂອງເພິ່ນໄດ້ກ່າວວ່າ: “ມະຫາວິທະຍາໄລແຫ່ງຊາດ ໄດ້ທຸ້ມເທຢ່າງໜັກເພື່ອໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ, ມີຄູ່ຮ່ວມຍຸດທະສາດ ແລະ ຮ່ວມມືນຳບັນດາມະຫາ ວິທະຍາໄລ, ສະຖາບັນ, ແລະ ອົງການສາກົນຕ່າງໆ ຈາກບັນດາປະເທດຕ່າງໆທົ່ວໂລກ. ດັ່ງທີ່ພວກເຮົາໄດ້ຮັບຮູ້ ການປ່ຽນແປງຂອງ ສັງຄົມ, ເທັກໂນໂລຍີ ແລະ ເສດຖະກິດ ໃນປັດຈຸບັນແມ່ນມີຄວາມວ່ອງໄວ.
ພ້ອມດຽວກັນນັ້ນ, ຍັງໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ຄວາມສ່ຽງທາງພູມສາດ, ຄວາມບໍ່ແນ່ນອນທາງການເງິນ ແລະ ເສດຖະກິດ, ສົງຄາມ ແລະ ຄວາມຂັດແຍ່ງຕ່າງໆ. ດັ່ງນັ້ນ, ບົດຄົ້ນຄວ້າກ່ຽວກັບຄວາມສ່ຽງ ແລະ ປະກັນໄພ ແມ່ນມີຄວາມສຳຄັນຕໍ່ເຫດການຕ່າງໆເຫຼົ່ານີ້. ກອງປະຊຸມຄັ້ງນີ້ແມ່ນໄດ້ຮີບໂຮມບົດນຳສະເໜີຕ່າງໆທີ່ມີຄວາມຫຼາກຫຼາຍ ແລະ ມີການສົນທະນາແລກປ່ຽນກ່ຽວກັບປະເດັນ, ຄວາມສ່ຽງ ແລະ ປະກັນໄພໃນອາຊີ - ປາຊີຟິກ ແລະ ສາກົນ. ແລະ ພວກເຮົາຍັງໄດ້ຮັບກຽດຕ້ອນຮັບ ບັນດານັກຄົ້ນຄວ້າ, ນັກຊ່ຽວຊານ ແລະ ແຂກຈາກພາກພື້ນອາຊີ - ປາຊີຟິກ ແລະ ສາກົນອີກດ້ວຍ.
ຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ,
ມະຫາວິທະຍາໄລເເຫ່ງຊາດ.In the morning of July 29, 2024 at 9:00 at Faculty of Economics and Business Administration, National University. Honored to be the co-host of the Implementation of the Asia-Pacific Risk and Insurance Association: APRIA Conference which lasted for 3 days (29 – 31 July, 2024), and attended by a total of 130 experts from 20 countries across the world. APRIA conference is held once a year, this year focuses on "Innovations in Asia-Pacific Risk Management and Insurance" under the support of KYOBO life insurance company, which has been supporting APRIA since 1997 onwards.
Hongjoo Jung, President of APRIA Association, said APRIA has grown and transformed significantly, with individual members growing from 96 to 102, and institutional members expanding from 8 institutions to 11 institutions, reflecting APRIA's growth. This year, there are over 60 research topics presented and it is hoped that this conference will encourage innovation, expand the values of mutual collaboration, and contribute to the success of APRIA.
In addition, Professor Po Phuphet Kiewpilavong, Vice Chancellor of the National University, has strongly praised the hosting of the conference, with some of his comments saying: “The National University has worked hard to achieve its objectives, with strategic partners and collaborations with universities, institutions, and international organizations from different countries around the world. As we are aware the changes in society, technology and economy are now at a rapid pace.
At the same time, it's also being impacted by climate change, geographical risks, financial and economic uncertainties, wars and conflicts. So, research on risk and insurance is important for these events. The conference hosts a wide range of presentations and provides exchangeable discussions on issues, risks and insurance in Asia-Pacific and internationally. And we were honored to welcome researchers, experts and guests from the Asia-Pacific and international regions.
Faculty of Economics and Business Administration,
National University.
 
 
 
 
 
 

Main Menu