ມຊ ສຳເລັດການເຂົ້າຮ່ວມ ກອງປະຊຸມ “The ASEAN-Korea Youth Summit” 2021

  ກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN Secretariat) ຮ່ວມກັບ ກະຊວງຄວາມເທົ່າທຽມທາງດ້ານເພດ ແລະຄອບຄົວ ແຫ່ງ ສ.ເກົາຫຼີ (The Ministry of Gender Equality and Family: MOGEF), ສະພາຊາວໜຸ່ມແຫ່ງຊາດ ສ.ເກົາຫຼີ (National Council of Youth Organization, Korea: NCYOK) ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ “The ASEAN-Korea Youth Summit” ພາຍໃຕ້ຫົວຂໍ້: “Inclusion and Integration for the ASEAN-Korea Community” ທີ່ຫ້ອງປະຊຸມສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໃນລະຫວ່າງວັນທີ 10-13 ສິງຫາ 2021 ຜ່ານມາ, ໂດຍມີນັກສຶກສາທີ່ຖືກຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ ຈຳນວນ 10 ຄົນ ເຂົ້າຮ່ວມ.

         ຈຸດປະສົງຂອງການຈັດກອງປະຊຸມແມ່ນເພື່ອເປີດໂອກາດໃຫ້ນັກສຶກສາມີຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືລະຫວ່າງ ປະເທດສະມາຊິກອາຊຽນ ແລະ ສ.ເກົາຫຼີ ຫຼາຍຂຶ້ນ. ສຳລັບຮູບແບບຂອງການປະຊຸມແມ່ນຈັດເປັນແບບອອນລາຍ ຮ່ວມກັບ ຝ່າຍຈັດງານທາງ ສ.ເກົາຫຼີ, ກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ ແລະຕົວແທນນັກສຶກສາ ຈາກ 10 ມະຫາວິທະຍາໄລໃນປະເທດອາຊຽນ ເຂົ້າຮ່ວມ.

Main Menu