ແນະນຳ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຈຳນວນຜູ້ເຂົ້າໃຊ້





Total:
88
Countries
000251482
Today:
45
Yesterday:
76
This Week:
249
Last Week:
499
This Month:
1,469
Last Month:
3,167
Total:
251,482
ຄສບ ໄດ້ເປີດສອນຫຼັກສູດພາສາອັງກິດ.
ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຄສບ ໄດ້ສະໜອງຫຼັກສູດທີ່ສອນເປັນພາສາອັງກິດຂື້ນ 2 ສາຂາເສດຖະສາດພັດທະນາ ແລະ ການວາງແຜນ ແລະ ສາຂາບໍລິຫານທຸລະກິດ. ຫຼັກສູດດັ່ງກ່າວໄດ້ດຳເນີນການຮຽນ-ການສອນເປັນພາສາອັງກິດ ເຊີ່ງສອນໂດຍຄູອາ ຈານທີ່ມີຄວາມຊຳນານທັງພາຍໃນ ແລະ ຕ່າງປະເທດ
ຫ້ອງສະໝຸດ ຄສບ ມີສະຖານທີ່ກວ້າງຂວາງ ແລະ ທັນສະໄໝ
ຫ້ອງສະໝຸດ ຄສບ ມີປື້ມຕຳລາ ທັງພາສາລາວ ແລະ ພາສາຕ່າງປະເທດ ທີ່ກ່ຽວຂ້ອງກັບເສດຖະສາດ ບໍ່ລິການທຸລະກິດ ການຕະຫຼາດ ການເງິນ-ທະນາຄານ ການບັນຊີ ແລະ ການຄ້າ. ເຊີ່ງເປີດໃຫ້ບໍລິການແກ່ນັກສຶກສາ ລວມທັງບຸກຄົນທົ່ວໄປທີ່ສົນໃຈທັງພາຍໃນ ແລະ ພາຍນອກ ເວລາໃຫ້ບໍລິການ ຈັນ-ສຸກ ເວລາ 8:00-16:00
ຄສບ ສົ່ງເສີມແນວຄວາມຄິດສ້າງສັນຂອງນັກສຶກສາ ໂດຍຜ່ານກິດຈະກຳຕ່າງໆ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ມີການຈັດກິດຈະກຳເພື່ອສົ່ງເສີມແນວຄວາມຄິດສ້າງສັນຂອງນ້ອງໆ ນັກສຶກ ໃນຫຼາກຫຼາຍຮູບແບບ ເຊັ່ນ: ການຈັດງານຕະຫຼາດນັກນັກສຶກສາ ຄສບ , ການຈັດໂຄງການເພື່ອບໍລິຈາກສີ່ງຂອງທີ່ຈຳເປັນໃຫ້ກັບເຂດທີ່ຂາດເຂິນປັດໄຈ, ການຈັດການແຂ່ງຂັນຖາມ-ຕອບວິທະຍາສາດ
ປະໂຫຍດພາຍຫຼັງຮຽນຈົບ
ຜູ້ທີ່ຮຽນຈົບບັນດາຫຼັກສູດ ຄສບ ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ, ຫຼື ສາມາດປະກອບທຸລະກິດສ່ວນຕົວໄດ້, ເຊິ່ງໃນປັດຈຸບັນນີ້ສັງຄົມຍັງມີຕ້ອງການບຸກຄະລາກອນທີ່ຮຽນຈົບໃນບັນດາຫຼັກສູດຕ່າງໆເຫຼົ່ານີ້ຫຼາຍ ແລະ ນອກຈາກນັ້ນຜູ້ທີ່ມີຄວາມສົນໃຈຢາກສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກໃນຫຼັກສູດຕ່າງໆຂອງ ຄສບ ກໍຍັງມີສູງເຊັ່ນດຽວກັນ.ສໍາລັບຜູ້ທີ່ຮຽນຈົບປະລິນຍາຕີໄປແລ້ວສາມາດນໍາເອົາຄວາມຮູ້ໄປໃຊ້ເປັນພື້ນຖານໃນການໄປຮຽນຕໍ່ລະດັບປະລິນຍາໂທ ແລະ ປະລິນຍາເອກຢູ່ຕ່າງປະເທດໄດ້.
ອ່ານຕໍ່
ຄສບ ໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດຕັ້ງປະຕິບັດກອງປະຊຸມ ສະມາຄົມຄວາມສ່ຽງ ແລະ ປະກັນໄພ ອາຊີ - ປາຊີຟິກ (APRIA) ໃນວັນທີ 29–31 ກໍລະກົດ 2024
ໃນຕອນເຊົ້າ ວັນທີ 29 ກໍລະກົດ 2024 ເວລາ 9:00 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ. ໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດຕັ້ງປະຕິບັດກອງປະຊຸມ ສະມາຄົມຄວາມສ່ຽງ ແລະ ປະກັນໄພ ອາຊີ - ປາຊ...
Read More
3 ຫຼັກສູດຂອງ ຄສບ ໄດ້ຮັບໃບຢັ້ງຢືນການຕາມາດຕະຖານຂອງເຄືອຄ່າຍມະຫາວິທະຍາໄລອາຊຽນ AUN
ຄສບ ຈັດພິທີມອບ-ຮັບໃບຢັ້ງຢືນມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ (AUN) ໃຫ້ແກ່ 3 ພາກວິຊາ, ພ້ອມທັງ ຖອດຖອນບົດຮຽນ ແລະ ເຜີຍແຜ່ຜົນສຳເລັດຂອງການປະເມີນ ຫຼັກສູດມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ 3 ຫຼັກສູດ ຂອງ ຄສ...
Read More
ຄູອາຈານ ຄສບ ນໍາສະເຫນີຜົນງານວິໄຈ ໃນງານ Sustainable Food System ຢູ່ມະຫາວິທະຍາໄລກະເສດສາດ ປະເທດໄທ
ໃນວັນທີ 18-19 ເມສາ 2024, ຄູອາຈານ ຄສບ ຈຳນວນ 3 ໄດ້ນໍາສະເຫນີຜົນງານຄົ້ນຄວ້າວິໄຈ ໃນກອງປະຊຸມວິທະຍາສາດ Sustainable Food System ຢູ່ມະຫາວິທະຍາໄລກະເສດສາດ ປະເທດໄທ
ພ້ອມກັນນັ້ນຍັງໄດ້ເຊັນສັນຍາຮ່ວມມືທາງດ້ານວິຊາ...
Read More
3 ຫຼັກສູດປະລິນຍາຕີ ຂອງ ຄສບ ໄດ້ຮັບການປະເມີນຕາມາດຕະຖານຂອງ AUN
ວັນທິ19 ທັນວາ2023 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ
ໄດ້ມີການຈັດກອງປະຊຸມການປະເມີນຄຸນະພາບ ລະດັບຫຼັກສູດຜ່ານເຄືອຂ່າຍມະຫາວິທະຍາໄລອາຊຽນ ຄັ້ງທີ 369 .
ໃຫ້ກຽດເປັນປະທານງານໂດຍທ່ານ ຮຸ່ງເພ...
Read Moreນອກຈາກນັ້ນ
ມາຮອດປີ 2010 ເປັນຕົ້ນມາ ຄສບ ໄດ້ຂະຫຍາຍຫລັກສູດປະລິນຍາຕີຂື້ນເປັນ 13 ຫຼັກສູດ ໃນນັ້ນມີຫຼັກສູດນາໆຊາດ 1 ຫຼັກສູດທີ່ດຳເນີນການຮຽນ-ການສອນເປັນພາສາອັງກິດ.
ນອກຈາກຫຼັກສູດໃນລະດັບປະລິຍາຕີທີ່ໄດ້ກ່າວມາຂ້າງເທິງ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຍັງໄດ້ສະໜອງຫຼັກສູດໃນລະດັບປະລິຍາໂທ ແລະ ປະລິຍາເອກໃຫ້ແກ່ພະນັກງານ-ນັກສຶກສາທັງພາກລັດ ແລະ ເອກະຊົນທີ່ມີຄວາມສົນໃຈໃນຄວ້າວິໄຈ ແລະ ຍົກລະດັບວິຊາສະເພາະຂັ້ນສູງໃນຫຼາກຫຼາຍສາຂາວິຊາ. ມາຮອດປະຈຸບັນໄດ້ມີ ຫຼັກສູດປະລິຍາໂທໄດ້ທັງໝົດ 7 ສາຂາ. ນອກຈາກນັ້ນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຍັງໄດ້ເປີດການຮຽນ-ການສອນໃນຫຼັກສູດປະລິຍາເອກສາຂາທຳອິດຄື: ສາຂາເສດຖະສາດພັດທະນາ ແລະ ການວາງແຜນຂື້ນໃນສົກປີ 2018-2019.
ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ ຄວາມສາມາດມີທັກສະໃນການເຮັດຄົ້ນຄວ້າມີຄວາມຮັບຜິດຊອບຕໍ່ສັງຄົມ
0
ນັກສຶກສາປະລິນຍາຕິ
0
ນັກສຶກສາປະລິນຍາໂທ
0
ນັກສຶກສາປະລິນຍາເອກ