ການຄ້າ

ຄາດໝາຍການຮຽນຮູ້

ດ້ານຄວາມຮູ້

PLO1 ເລືອກເຟັ້ນ ທິດສະດີ ແລະ ຫຼັກການທາງດ້ານການຄ້າເຂົ້າໃນການປະກອບກິດຈະການໄດ້ຢ່າງຊໍານານ ເພື່ອໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ

PLO2 ອະທິບາຍ ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການຄ້າ ຢ່າງເປັນຮູບປະທໍາ

ດ້ານທັກສະ

PLO3 ນຳ​ໃຊ້​ ເຕັກ​ໂນ​ໂລ​ຢີ​ຂໍ້ມູນຂ່າວ​ສານ​ ແລະ ພາສາຕ່າງປະເທດເຂົ້າໃນການສົ່ງເສີມການຄ້າແບບມືອາຊີບ

PLO4 ດຳເນີນການ ຮຽນຮູ້ຕະຫຼອດຊີວິດ ແລະ ການເຮັດວຽກເປັນໜູ່ຄະນະໃນອົງການຈັດຕັ້ງຂອງລັດ ຫຼື ອົງການຈັດຕັ້ງອື່ນໆ ຢ່າງມີປະສິດທິພາບ

ດ້ານການນໍາໃຊ້

PLO5 ນຳ​ໃຊ້ ຄວາມຮູ້ ແລະ ທິດສະດີການຄ້າ ແລະ ການລົງທຶນເຂົ້າໃນການປະເມີນການປະກອບກິດຈະການຢ່າງມີປະສິດທິພາບ

PLO6 ດໍາເນີນ ການຄົ້ນຄວ້າດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ການຄ້າ ໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ.

PLO7 ວິເຄາະ ບັນຫາທາງດ້ານການຄ້າຢ່າງມີຫຼັກການ ເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມທີ່ມີການປ່ຽນແປງໃໝ່ແບບມືອາຊີບ

ດ້ານຄວາມສາມາດທາງສັງຄົມ

PLO8 ດໍາເນີນ ການໃຫ້ຄຳປຶກສາທາງດ້ານການຄ້າ ໃຫ້ແກ່ພາກລັດ ແລະ ເອກະຊົນ ຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ

PLO9 ປະຕິບັດ ໜ້າທີ່ຢ່າງມີມະນຸດສຳພັນດີ, ປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

 

PLOs Bachelor of Commerce Program in Commerce

 

Knowledge

PLO1: Choose appropriate theories and principles of trade in operating business so that it can be integrated with regional and international markets.

PLO2: Explain trade-related policies, laws, and regulations fluently

SKILL

PLO3:Utilize information communication technology (ICT) and foreign languages to promote trade proficiently.

PLO4: Conduct life-long learning and teamwork skills effectively in practical work regardless of working in government and other organizations.

Application

PLO5: Apply the practical knowledge and theory of trade and investment in evaluating the performance of business effectively.

PLO6: Conduct academic research with both quantitative and qualitative approaches on a wide range of trade topics at a certain scientific level.

PLO7: Analyse a variety of trade issues in a manner corresponding to various circumstances.

Social Competence

PLO8: Provide consultation services to the public and private sectors with high responsibility and ethics towards assigned duty and society.

PLO9: Perform duties with human relationship skills according to conventional culture and customs.

 

Main Menu