ການຄ້າ ແລະ ການລົງທືນ

ພາສາລາວ

ພາສາອັງກິດ

 ຫຼັກ​ສູດປະ​ລິນ​ຍາໂທການຄ້າ ແລະ ການລົງທືນ

Master of Economics Program in International Trade and Commerce

 

 

  • Expected learning outcome

 

PLOs

 

Description

PLO1

Choose appropriate theories and principles of trade in operating business so that it can be integrated with regional and international markets.

PLO2

Explain trade-related policies, laws, and regulations fluently.

PLO3

Utilize information communication technology (ICT) and foreign languages to promote trade proficiently.

PLO4

Conduct life-long learning and teamwork skills effectively in practical work regardless of working in government and other organizations.

PLO5

Apply the practical knowledge and theory of trade and investment in evaluating the performance of business effectively.

PLO6

Conduct academic research with both quantitative and qualitative approaches on a wide range of trade topics at a certain scientific level.

PLO7

Analyse a variety of trade issues in a manner corresponding to various circumstances.

PLO8

Provide consultation services to the public and private sectors with high responsibility and ethics towards assigned duty and society.

PLO9

Perform duties with human relationship skills according to conventional culture and customs.

ເງື່ອນໄຂຂອງຜູ້ເຂົ້າສຶກສາ

ໂດຍອີງຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂຂອງຜູ້ເຂົ້າສຶກສາຂອງນິຕິກໍາກ່ຽວກັບວຽກງານວິຊາການ ມະຫາວິທະຍາໄລແຫ່ງຊາດໃນມາດຕາ 10 (2013) ແລະມາດຕາ 19ຂໍ້ຕົກລົງວ່າດ້ວຍມາດຕະຖານຫລັກສູດແຫ່ງຊາດ (2011) ວາງອອກນັກສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາການຕະຫລາດ ແລະ ສາຂາວິຊາອື່ນ ໆ ທີ່ໃກ້ຄຽງ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ. ສຳລັບນັກສຶກສາທີ່ມີຄະແນນສະເລ່ຍສະສົມຕ່ຳກວ່າ 3.00 ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ. ສ່ວນນັກສຶກສາທີ່ສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາ ອື່ນໆ ນັ້ນ ຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພື້ນຖານທີ່ຈໍາເປັນໃຫ້ແກ່ການຮຽນໃນຫລັກສູດການຕະຫລາດໂດຍບໍ່ໄດ້ນັບໜ່ວຍກິດເຂົ້າໃນຫຼັກສູດແລະຕ້ອງ​ຈ່າຍ​ຄ່າ​ຮຽນ​ຂອງ​ລາຍ​ວິຊາ​ທີ່ເປັນຄວາມ​ຮູ້​ພື້ນຖານ​ວິຊາການຕະຫລາດຕ່າງຫາກ, ຊຶ່ງ​ບໍ່​ລວມເອົາ​ຄ່າ​ໃຊ້​ຈ່າຍ​ໃນການ​ຮຽນ​ຕາມ​ຫລັກສູດຂອງສາຂາການຕະຫລາດ.

ວິທີການຄັດເລືອກຜູ້ເຂົ້າສຶກສາ

ນັກ​ສຶກສາ​ທີ່​ຈະ​ເຂົ້າ​ສຶກສາ​ປະລິນຍາ​ໂທບໍລິຫານ​ທຸລະ​ກິດສາຂາ​ການ​ຕະຫລາດເລືອກຕາມເອກະສານຄໍາຮ້ອງໂດຍຜ່ານການສອບເສັງຂຽນແລະສອບສຳພາດ ໂດ​ຍຄະນະ​ຮັບຜິດຊອບ​ຫລັກສູດ​ຊຶ່ງ​ປະກອບ​ດ້ວຍ​ຜູ້​ບໍລິຫານ​ຂອງ​ຄະນະເສດຖະສາດ​ແລະ​ບໍລິຫານ​ທຸລະ​ກິດ, ຄະນະ​ຜູ້ຕາງໜ້າຫ້ອງການ​ຄົ້ນຄວ້າ​ແລະ​ຫລັງ​ປະລິນຍາ​ຕີຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ, ປະກອບ​ເປັນທີ​ມງານ​ຫລັກ​ຂອງ​ທີ​ມງານ​ຄັດ​ເລືອກ, ຈາກ​ນັ້ນຄະນະ​ຮັບຜິດຊອບ​ການ​ຄັດ​ເລືອກ​ຈະລາ​ຍງານ​ໃຫ້​ມະຫາວິທະຍາ​ໄລ​ແຫ່ງ​ຊາດຮັບ​ຊາບ​ແລະ​ຂໍອະນຸມັດຕາມ​ລະບຽບ​ຫລັກການ​ຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ແລະ​ ກະຊວງ​ສຶກສາ​ທິການແລະກິລາ. ວິຊາທີ່ສອບເສັງຂຽນມີ 5 ວິຊາດັ່ງນີ້:

  1. ຄວາມຮູ້ທົ່ວໄປກ່ຽວກັບວິຊາບໍລິຫານທຸລະກິດ
  2. ຄວາມຮູ້ທົ່ວໄປກ່ຽວກັບວິຊາການເງິນ
  3. ຄວາມຮູ້ທົ່ວໄປກ່ຽວກັບວິຊາບັນຊີ
  4. ຄວາມຮູ້ທົ່ວໄປກ່ຽວກັບວິຊາການຕະຫລາດ
  5. ພາສາອັງກິດສຳຫລັບການຕະຫລາດ

ການຈັດຕັ້ງການຮຽນ-ການສອນ

​ເປັນ​ຫລັກສູດ​ທີ່ຮຽນ​ເສົາ ແລະອາທິດແລະຈັດ​ຕັ້ງ​ການ​​ຮຽນ​-ການ​ສອນເປັນ​ໜ່ວຍ​ກິດໃນ 4 ພາກຮຽນ (2 ປີ). ​ແຕ່​ລະ​ພາກຮຽນ ຮຽນ 20 ອາທິດ (ຮຽນ​ຕົວ​ຈິງ 16 ອາທິດ, ​ແຮ 1 ອາທິດ​, ສອບ​ເສັງ 2 ອາທິດ, ພັກ​ພາກຮຽນ 1 ອາທິດ)          ​​​ເວລາ​ຮຽນແມ່ນ 8:00-12:00ໂມງ ແລະ 13:00-17:00ໂມງ ຂອງວັນເສົາແລະອາທິດ. ຄຽງຄູ່ກັບການຮຽນ-ການສອນໃນຫ້ອງຮຽນແລ້ວຍັງຈະຕ້ອງຈັດກິດຈະກໍາໄປທັດສະນະສຶກສາທາງພາຍໃນຫລືຕ່າງປະເທດຢ່າງຫນ້ອຍຫນຶ່ງຄັ້ງຕໍ່ຫນຶ່ງຊຸດຮຽນ.

ໄລຍະເວລາການສຶກສາ

ໄລຍະ​ເວລາ​ຮຽນ​ຕ່ຳ​ສຸດ 4 ພາກຮຽນ (2 ປີ) ​ແລະ ​ສູງ​ສຸດ​ບໍ່​ເກີນ 6 ພາກຮຽນ (3 ປີ)

ແຜນການຮຽນ-ການສອນ

ພາກຮຽນທີ 1

ລະ​ຫັດລາຍ​ວິ​ຊາ ລາຍ​ວິ​ຊາ ຈ/ນ ​ໜ່ວຍ​ກິດ
  ແນວທາງການເມືຶຶອງຂອງ ສປປ ລາວ 2(2-1-0)
81EL620 ພາສາອັງກິດສຳລັບສະຖະສາດ 2(2-0-0)
81MI610 ທິດສະດີເສດຖະສາດຈຸລະພາກຂັ້ນສູງ  3(2-2-0)
81MA620 ທິດສະດີເສດຖະສາດມະຫາພາກຂັ້ນສູງ 3(2-2-0)
81MR610 ¸òທີຄົ້ນຄວ້າວິທະຍາສາດສຳລັບເສດຖະສາດລະຫວ່າງປະເທດຂັ້ນສູງ 3(2-2-0)
  ວິຊາເລືອກ 1 2(2-0-0)
ລວມ: 15 ໜວ່ຍກິດ

ພາກຮຽນທີ 2

ລະ​ຫັດລາຍ​ວິ​ຊາ ລາຍ​ວິ​ຊາ ຈ/ນ ​ໜ່ວຍ​ກິດ
81QA610 ການວິເຄາະເສດຖະສາດປະລິມານ     2(2-1-0)
81RD620 ການພັດທະນາຕະຫຼາດການເງິນຊົນນະບົດ 2(2-1-0)
81EM620 ເສດຖະມິຕິຂັ້ນສູງ 3(2-2-0)
81IE630 ເສດຖະສາດລະຫວ່າງປະເທດຂັ້ນສູງ 3(2-2-0)
81SE141 ສຳມະນາ 1 2(0-0-6)
ລວມ: 12 ໜວ່ຍກິດ

ພາກຮຽນທີ 3​

ລະ​ຫັດລາຍ​ວິ​ຊາ ລາຍ​ວິ​ຊາ ຈ/ນ ​ໜ່ວຍ​ກິດ
81II630 ເສດຖະສາດການລົງທຶນລະຫວ່າງປະເທດຂັ້ນສູງ 3(2-2-0)
81IT620 ທິດສະດີ ແລະ ນະໂຍບາຍການຄ້າຂັ້ນສູງ 3(2-2-0)
81IF630 ການເງິນລະຫວ່າງປະເທດຂັ້ນສູງ 3(2-2-0)
85MSE242 ສຳມະນາ II 2(0-0-6)
  ວິຊາເລືອກ 2 2(2-0-0)
ລວມ: 13 ໜວ່ຍກິດ

ພາກຮຽນທີ 4

ລະ​ຫັດລາຍ​ວິ​ຊາ ລາຍ​ວິ​ຊາ ຈ/ນ ​ໜ່ວຍ​ກິດ
85MTC240 ບົດວິທະຍານິພົນ 18 (0-0-30)
ລວມ:  18 ໜ່ວຍກິດ

Main Menu