ຫລັກສູດ​ປະລິນຍາ​ໂທ​ການ​ບັນຊີ ສາຂາ​ການບັນຊີການ​ເງິນ

ຫຼັກສູດ

ຫລັກສູດ​ປະລິນຍາ​ໂທ​ການ​ບັນຊີ ສາຂາ​ການບັນຊີການ​ເງິນ

Master of Accountancy Program in Financial  Accounting 

 

ຈຸດປະສົງຂອງຫຼັກສູດ: 

- ເພື່ອສ້າງ​ບຸກຄະລາ​ກອນ​ທີ່​ມີ​​ແນວ​ຄິດ, ຄຸນສົມບັດ, ສິນ​ທໍາ​ປະຕິວັດ, ມີ​ທັດສະນະ​ການ​ເມືອງ ​ແລະ​ຮັກ​ຊາດ ​ແລະ​ເຊື່ອມ​ຊືມຕໍ່ທິດ​ທາງ ​ແລະ​ການ​ນໍາ​ພາ​ຂອງ​ພັກ;
- ເພື່ອ​ສ້າງ​ນັກວິຊາການ​ທາງການບັນຊີການເງິນໃນ​ລະດັບ​ປະລິນຍາ​ໂທໃຫ້​ມີ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ກ່ຽວກັບ​ລະບົບ​ບັນຊີ​ລາວ ​ແລ​ະ ລະບົບ​ບັນຊີ​ທີ່​ສາກົນ​ຮັບຮອງ, ມີຄວາມຊ່ຽນຊານສະ​ເພາະ​ດ້ານ​ກ່ຽວກັບ​ການ​ບັນຊີ​;
- ເພື່ອ​ສ້າງ​ນັກ​ບັນຊີ​ການເງິນໃຫ້ມີສາມາດ​​ໃນການວິ​ເຄາະ​ບັນ​ຫາ​ທາງ​ການ​ບັນຊີ​ການ​ເງິນ​ຂອງ​ທຸລະ​ກິດ, ​ສາມາດ​ນໍາ​ໃຊ້​ເຕັກ​ນິກ ​ແລະ ວິທີ​ການ​ຕ່າງໆ ທາງ​ການ​ບັນຊີ​ການ​ເງິນ​ເຂົ້າ​ໃນ​ການ​ປະກອບ​ອາຊີບ.

 

ເງື່ອນ​ໄຂ​ຂອງຜູ້ເຂົ້າສຶກສາ:

      ນັກ​ສຶກສາ​ທີ່​ຈະ​ເຂົ້າ​ຮຽນ​ປະລິນຍາ​ໂທການ​ບັນຊີ ສາ​ຂາ​ການ​ບັນຊີ​ການ​ເງິນມີ​ເງື່ອນ​ໄຂ​ດັ່ງ​ນີ້:

- ຕ້ອງ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ຕາມ​ເງື່ອນ​ໄຂ ​ແລະ ມາດຕະຖານ​ຂອງ​ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ ​ແລະ ຫຼັກສູດ​ແຫ່ງ​ຊາດ;

- ຕ້ອງຮຽນຈົບປະລິນຍາຕີສາຂາ​ການ​ບັນຊີ, ການກວດ​ສອບ, ພາສີ ​ແລະ ສ່ວຍ​ສາອາກອນ​, ການ​ເງິນ-ການ​ທະນາຄານ, ບໍລິຫານ​ທຸ​ລະ​ກິດ ​ແລະ ​ເສດຖະສາດ​;

- ນັກສຶກສາສາມັນທີ່ຈົບ​ປະລິນຍາ​ຕີສາຂາ​ການ​ບັນຊີ, ການກວດ​ສອບ, ພາສີ ​ແລະ ສ່ວຍ​ສາ​ອາກອນ, ການ​ເງິນ-ການ​ທະນາຄານ, ບໍລິຫານ​ທຸລະ​ກິດ ​ແລະ ​ເສດຖະສາດ ມີ CGPA 3.00 ຂຶ້ນໄປ, ​ແຕ່​ຖ້າ​ຄະ​ແນນ CGPA ​ຕໍ່າ​ກວ່າ 3.00 ຈະ​ຕ້ອງ​ມີ​ປະສົບ​ການ​ເຮັດ​ວຽກ​ມາ​ແລ້ວ 2 ປີ.

ວິທີຄັດເລືອກຜູ້ເຂົ້າສຶກສາ

      ຈະ​ຄັດ​ເລືອກຕາມ​ເອກະສານ​ຄໍາຮ້ອງ, ສອບ​ເສັງ​ຂຽນ ​ແລະ ສອບ​ສໍາພາດ ຊຶ່ງ​ວິຊາ​ທີ່​ຈະ​ສອບ​ເສັງ​ຂຽນ ມີ​ດັ່ງນີ້:

  1. ຄວາມ​ທົ່ວ​ໄປ​ກ່ຽວກັບ​ວິຊາ​ການ​ເງິນ
  2. ຄວາມ​ຮູ້​ທົ່ວ​ໄປ​ກ່ຽວກັບ​ວິຊາ​ການ​ບັນຊີ
  3. ການກວດ​ສອບ
  4. ພາສີ ​ແລະ ສ່ວຍ​ສາອາກອນ
  5. ພາສາ​ອັງກິດ​ 

ການຈັດຕັ້ງການຮຽນ-ການສອນ

ເປັນ​ຫລັກສູດ​ທີ່ຮຽນ​​ວັນ​ເສົາ ​ແລະ ວັນ​ອາທິດ ຄື: ຈັດ​ຕັ້ງ​ການ​​ຮຽນ​-ການ​ສອນເປັນ​ໜ່ວຍ​ກິດ 4 ພາກຮຽນ  (2 ປີ) ​ແຕ່​ລະ​ພາກຮຽນ, ຮຽນ 20 ອາທິດ (ຮຽນ​ຕົວ​ຈິງ 16 ອາທິດ, ​​ແຮ 1 ອາທິດ, ສອບ​ເສັງ 2 ອາທິດ, ພັກ​ພາກຮຽນ 1 ອາທິດ), ​​ເວລາ​ຮຽນ​ແມ່ນ​ເລີ່​ມ​ແຕ່ ເວລາ 8:00 ​ໂມງ-12:00 ​ໂມງ ​ແລະ 13:00 ​ໂມ​ງ– 17:00 ​ໂມງ ຂອງ​ທຸກໆ ວັນ​ເສົາ ​ແລະ ວັນ​ອາທິດ. ​ສຳ​ຫລັບ​ນັກ​ສຶກສາ​ທີ່​ເສັງ​ຕົກ​ຈະ​ຕ້ອງ​ເກັບ​ຄະ​ແນນ​ຄືນ​ໃນ​ພາກຮຽນ​ເພີ່ມ (ພາກຮຽນ​ທີ່ 3 ຊ່ວງ​ເວລາພັກ​ແລ້ງ).

      ນັກ​ສຶກສາ​ທີ່​ຈະ​ສຶກສາ​ຈົບ​ຫຼັກສູດ​ປະລິນຍາ​ໂທ​ການ​ບັນຊີ ສາຂາ​ການ​ບັນຊີ​ການ​ເງິນ​ໄດ້ຈະ​ຕ້ອງ​ໄດ້​ຜ່ານ​ການ​ໄປ​ທັດສະນະ​ສຶກສາ​ດ້ານ​ວິຊາ​ການ​ຢ່າງໜ້ອຍໜື່ງ​ເທື່ອ​ຢູ່​ພາຍ​ໃນ ຫຼື ຕ່າງປະ​ເທດ.

ໄລຍະເວລາການ​ສຶກສາ

      - ​ໄລຍະ​ເວລາ​ຮຽນ​ຕ່ຳ​ສຸດ 4 ພາກຮຽນ (2 ປີ) ​ແລະ ​ສູງ​ສຸດ​ບໍ່​ເກີນ 6 ພາກຮຽນ (3 ປີ)

 

ແຜນການ​ຮຽນ-ການ​ສອນ​ໃນ​ລະ​ພາກຮຽນ​ໃນ​ແຕ່ລະ​ປີ

ພາກຮຽນທີ I

ລະຫັດ​ວິ​ຊາ ລາຍວິຊາ ຈໍານວນໜ່ວຍ​ກິດ
80MLP110 ​ແນວທາງ​ການ​ເມືອງ​ຂອງ ສປປ ລາວ  2(2-0-3)
84MEA111 ພາສາ​ອັງກິດ​ເພື່ອ​ນັກ​ບັນຊີ ​ແລະ ນັກ​ກວດ​ສອບ  2(2-0-0)
84MMA111 ການບັນຊີ​ບໍລິຫານ  3(2-2-0)
84MIA312 ການກວດ​ສອບ ​ແລະ ການ​ຄວບ​ຄຸມ​ພາຍ​ໃນ  3(2-2-0)
84MRM111 ວິທີ​ການ​ຄົ້ນຄວ້າ​ທາງວິທະຍາສາດ ​ແລະ ສະຖິຕິ​ສໍາລັບ​ການ​ບັນຊີ​ການ​ເງິນ  3(2-2-0)
ລວມພາກຮຽນ​ທີ່ I 13(10-6-3)

ພາກຮຽນທີ II

ລະຫັດ​ວິ​ຊາ ລາຍວິຊາ ຈໍານວນໜ່ວຍ​ກິດ
84MCA211 ການ​ວິ​ເຄາະ ​ແລະ ການບໍ​ລິ​ຫານ​ຕົ້ນທຶນ  ​3(2-2-0)
83MFM111 ການ​ບໍລິຫານ​ການ​ເງິນ  3(2-2-0)
84MAI213 ລະບົບ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ບັນຊີ  2(2-0-0)
84MSE215 ສໍາ​ມະ​ນາ​ 1 2(0-0-6)
84MXXXXX ວິ​ຊາ​ເລືອກ 1 2(2-0-0)
ລວມພາກຮຽນ​ທີ່ II 12(8-4-6)

ພາກຮຽນທີ III

ລະຫັດ​ວິ​ຊາ ລາຍວິຊາ ຈໍານວນໜ່ວຍ​ກິດ
84MFR312 ການ​ລາຍງານ​ການ​ເງິນ  ​3(2-2-0)
84MAA311 ​ການກວດ​ສອບ ​ແລະ ການ​ຮັບປະກັນ​ຂັ້ນສູງ  3(2-2-0)
84MAF312 ການບັນ​ຊີ​ການ​ເງິນ​ຂັ້ນສູງ  ​3(2-2-0)
84MXXXXX ວິຊາ​ເລືອກ 2  2(2-0-0)
84MSE313 ສໍາ​ມະ​ນາ​ 2 2(0-0-6)
ລວມພາກຮຽນ​ທີ່ III 13(8-6-6)

ພາກຮຽນ​ທີ IV

ລະຫັດ​ວິ​ຊາ ຊື່​ວິຊາ ຈໍານວນໜ່ວຍ​ກິດ
84MTW411 ຂຽນ ​ແລະ ​ປ້ອງ​ກັນ​ວິທະຍາ​ນິພົນ 14
ລວມພາກຮຽນ​ທີ່ IV ​14

 

 

 

 

 

Main Menu